ປະທານາທິບໍດີສະຫະລັດ, ທ່ານ ດໍໂນລ ທຣຳ ໄດ້ຮຽກຮ້ອງຢ່າງເປີດແປນໃຫ້ລັດຖະບານຂອງຕ່າງປະເທດທຳການສືບສວນຄູ່ແຂ່ງທາງການເມືອງຂອງທ່ານ, ຊຶ່ງເປັນການກະທຳອັນນຶ່ງທີ່ຈະຖືກເອົາເພີ້ມໃສ່ການກະທຳທີ່ຖືກສອບສວນ ຢູ່ໃນການຟ້ອງຮ້ອງເພື່ອປົດປະທານາທິບໍດີອອກຈາກຕຳແໜ່ງທີີ່ມີຢູ່ແລ້ວນັ້ນ.
ໃນການຕອບຄຳຖາມຂອງພວກນັກຂ່າວຢູ່ສະໜາມຫຍ້ານອກທຳນຽບຂາວ ໃນຕອນເຊົ້າວັນພະຫັດວານນີ້ ທີ່ຖາມທ່ານທຣຳວ່າ ແມ່ນຫຍັງແທ້ໆທີ່ທ່ານຢາກຂໍຄວາມຊ່ວຍເຫລືອໃຫ້ປະທານາທິບໍດີໂວໂລດິເມຍ ເຊເລັນສກີ (Volodmyr Zelenskiy) ຂອງຢູເຄຣນເຮັດໃນເວລາທີ່ລົມກັນຢູ່ທາງໂທລະສັບໃນວັນທີ 25 ກໍລະກົດຜ່ານມາ ທີ່ເຮັດໃຫ້ມີການຟ້ອງຮ້ອງຂອງຜູ້ແຈ້ງການກະທຳຜິດນັ້ນ, ທ່ານທຣຳບອກວ່າ "ຂ້ອຍພະເຈົ້າແນະນຳໃຫ້ພວກເຂົາເຈົ້າເລີ້ມທຳການສືບສວນຕໍ່ພວກໄບເດັນ (Bidens)."
ຕໍ່ມາ, ໃນວັນພະຫັດວານນີ້ ທ່ານ ທຣຳໄດ້ຂຽນລົງໃນທວີດເຕີວ່າ: "ໃນນາມປະທານາທິບໍດີຂອງສະຫະລັດ, ຂ້າພະເຈົ້າມີສິດຢ່າງສິ້ນເຊີງເລີຍ, ບາງເທື່ອອາດຈະມີໜ້າທີ່ອີກດ້ວຍຊ້ຳ, ທີ່ຈະທຳການສືບສວນ ຫລືໄດ້ສືບສວນ, ການສໍ້ລາດ ບັງຫລວງ, ແລະໃນນັ້ນຈະລວມທັງການບອກໃຫ້, ຫລືສະເໜີໃຫ້ປະເທດອື່ນຊ່ວຍພວກເຮົາໃນການເຮັດແນວນັ້ນ!"
ໃນຫລາຍມື້ ມໍ່ໆມານີ້, ທ່ານ ທຣຳ ໄດ້ທຳການໂຈມຕີຄັ້ງແລ້ວ ຄັ້ງເຫລົ່າຕໍ່ອະດີດຮອງປະທານາທິບໍດີໂຈໄບເດັນ, ທີ່ດຽວນີ້ກຳລັງເປັນຜູ້ສະໝັກທີ່ມີຄະແນນນຳໜ້າຂອງພັກເດໂມແຄຣັດນັ້ນ ໂດຍເວົ້າວ່າທ່ານ ໄບເດັນໄດ້ໃຊ້ອຳນາດຂອງ ຕົນໃນທາງຜິດ ໂດຍການບັງຄັບໃຫ້ຢູເຄຣນຍົກເລີກການສືບສວນການກະທຳຜິດທາງອາຍາ ທີ່ອາດຈະພາດພິງເຖິງລູກຊາຍຂອງອະດີດປະທານາທິບໍດີ, ທ່ານຮັນເທີ (Hunter) ຊຶ່ງຕອນນັ້ນເຮັດວຽກໃຫ້ແກ່ບໍລິສັດພະລັງງານເບີຣິສມາ (Burisma) ທີ່ຕັ້ງຢູ່ໃນນະຄອນຫລວງກີຢິບຢູ່.
ກ່ອນຈະຂຶ້ນເຮືອບິນເຮລິຄອບເຕີປະຈຳຕຳແໜ່ງ ມາຣິນວັນ (Marine One) ເພື່ອເດີນທາງໄປຍັງລັດຟລໍຣິດານັ້ນ ທ່ານທຣຳ ໄດ້ກ່າວຫາທ່ານໄບເດັນວ່າ "ໄດ້ຕົບຕາ” ຢູເຄຣນ ແລະຈີນອີກດ້ວຍ.
"ຈີນຄວນເລີ້ມທຳການສືບສວນພວກໄບເດັນ” ນັ້ນຄືຄຳເວົ້າຂອງທ່ານ ທີ່ກ່າວຕໍ່ພວກນັກຂ່າວ.
ທ່ານ ທຣຳໄດ້ກ່າວຫາທ່ານ ຮັນເທີ ໄບເດັນວ່າໄດ້ໃຊ້ເຮືອບິນປະຈຳຕຳແໜ່ງ ຂອງຮອງປະທານາທິບໍດີ Air Force Two ເພື່ອເດີນທາງໄປຊື້ເຄື່ອງຈາກຈີນໃນມູນຄ່າ 1.5 ຕື້ ໂດລາ ໃນປີ 2013 ສຳລັບກອງທຶນສ່ວນຕົວທີ່ລູກຊາຍຂອງຮອງປະທານາທິບໍດີໄດ້ສ້າງຕັ້ງຂຶ້ນ.
ພວກສັງກັດພັກເດໂມແຄຣັດເວົ້າວ່າ ຄຳເຫັນຂອງທ່ານທຣຳ ທີ່ເວົ້າໃນວັນພະຫັດຜ່ານມາ ເປັນຕົວຢ່າງອີກອັນນຶ່ງຂອງທ່ານທີ່ໃຊ້ອຳນາດຂອງປະທານາທິບໍ ດີ ເພື່ອຊ່ວຍໃຫ້ໄດ້ຮັບຜົນປະໂຫຍດທາງການເມືອງຂອງສ່ວນຕົວທ່ານ.