ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ປ. ທ​ຣຳ ໄດ້​ກ່າວ​ເຖິງ ຄວາມ​ປອດ​ໄພ​ຊາຍ​ແດນ ກ່ອນ​ການ​ໂຄ​ສະ​ນາ ຫາ​ສຽງ ປີ 2020


ພວກ​ສັນ​ຍາ​ຈ້າງ ພວມ​​ສ້າງ​ສ່ວນ​ນຶ່ງ​ຂອງ​ກຳ​ແພງ​ຊາຍ​ແດນ ເລາະ​ຕາມແມ່​ນ້ຳ​ໂຄ​ໂລ​ຣາ​ໂດ ເມື່ອ​ວັນ​ທີ 10 ກັນ​ຍາ 2019.
ພວກ​ສັນ​ຍາ​ຈ້າງ ພວມ​​ສ້າງ​ສ່ວນ​ນຶ່ງ​ຂອງ​ກຳ​ແພງ​ຊາຍ​ແດນ ເລາະ​ຕາມແມ່​ນ້ຳ​ໂຄ​ໂລ​ຣາ​ໂດ ເມື່ອ​ວັນ​ທີ 10 ກັນ​ຍາ 2019.

ຫຼັງ​ຈາກ​ໄດ້​ເກີດ​ການ​ຂັດ​ແຍ້ງ​ ທາງ​ດ້ານ​ການ​ເມືອງ​ ແລະ​ທາງ​ດ້ານ​ກົດ​ໝາຍ​ມາ​ເປັນ​ເວ​ລາ​ສອງ​ປີກວ່າໆແລ້ວ ກໍ​ເປັນ​ທີ່​ປາ​ກົດ​ວ່​າປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດທ່ານດໍ​ໂນ​ລ ທ​ຣຳ ແມ່ນ​ຜູ້​ຊະ​ນະ​ໃນ​ການ​ປັບ​ປຸງ​ນະ​ໂຍ​ບາຍ​ຄົນ​ເຂົ້າ​ເມືອງ ແລະ​ການສ້າງ​ສ່ວນ​ນຶ່ງ​ຂອງ​ກຳ​ແພງ​ຊາຍ​ແດນ ເພື່ອ​ຈຳ​ກັດ​ການ​ລັກ​ລອບ​ເຂົ້າ​ມາ​ໃນ​ສະ​ຫະລັດ​ຜ່ານ​ຊາຍ​ແດນ​ທາງ​ພາກ​ໃຕ້ຂອງ​ປະ​ເທດ.

ທ່ານ​ທ​ຣຳມອງ​ເຫັນ​ວ່າ ການ​ເພີ້ມ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ຕາມ​ຊາຍ​ແດນເປັນ “ການ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ” ຕໍ່​ປະ​ຊາ​ຊົນ​ອາ​ເມ​ຣິ​ກັນຜູ້​ທີ່​ທ່ານ​ຈະ​ຊັກ​ຊວນໃຫ້​ປ່ອນ​ບັດ​ລົງ​ຄະ​ແນນ​ສຽງ​ເອົາ​ທ່ານ ໃນ​ການ​ລົງ​ແຂ່ງ​ຂັນ​ເລືອກ​ຕັ້ງ​ເປັນ​ປະ​ທານາ​ທິ​ບໍ​ດີ​ຕື່ມ​ອີກ​ສະ​ໄໝ​ນຶ່ງ​ໃນ​ປີ​ໜ້າ. ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ກ່າວ​ໃນ​ອາ​ທິດ​ແລ້ວນີ້ວ່າ “ພວກ​ເຮົາ​ກຳ​ລັງ​ເຮັດ ພວກ​ເຮົາ​ໄດ້​ເຮັດ​ໄປ​ແລ້ວ ກຳ​ແພງ​ຊາຍ​ແດນ ​ກຳ​ລັງ​ຖືກ​ສ້າງ​ຂຶ້ນ.”

ເຖິງ​ແມ່ນ​ໄດ້​ເກີດ​ບັນ​ຫາ​ຈາກ​ສານ​ແລະ​ລັດ​ຖະ​ສະ​ພາ​ກໍ​ຕາມ ແຕ່​ທ່ານ​ທ​ຣຳ​ກໍ​ໄດ້ກ່າວ​ອ້າງ ແລະ​ພວກ​ຕ້ອງ​ຕິ​ບາງ​ຄົນ​ກໍ​ຍອມ​ຮັບ​ ແບບ​ບໍ່​ເຕັມ​ໃຈ​ ແຕ່​ກໍ​ເບິ່ງ​ຄື​ວ່າຈະ​ເປັນຄວາມ​ກ້າວ​ໜ້າ​ທີ່​ຈະ​ດຳ​ເນີນ​ຕໍ່​ໄປ ໃນ​ການ​ປ່ຽນ​ແປງ​ສະ​ພາບ​ການ ການ​ຫຼັ່ງ​ໄຫລ​ຂອງ​ພວກ​ຍົກ​ຍ້າຍ​ຖິ່ນ​ຖານ​ແລະ​ໃນ​ດ້ານ​ກົດ​ໝາຍຕະ​ຫຼອດ​ທັງ​ໂຄງ​ຮ່າງ​ຕົວ​ຈິງ​ຢູ່​ໃນ​ເຂດ​ຊາຍ​ແດນ​ພາກ​ໃຕ້​ຂອງ​ອາ​ເມ​ຣິ​ກາ​ທີ່​ຕິດ​ກັບ​ເມັກ​ຊິ​ໂກ.

ລັດ​ຖະ​ບານ​ລາຍ​ງານ​ວ່າ ມີ​ການ​ກໍ່​ສ້າງ​ກຳ​ແພງ​ໃໝ່​ເກືອບ 100 ກິ​ໂລ​ແມັດ​ນັບ​ແຕ່​ປີ 2017 ເປັນ​ຕົ້ນ​ມາແລະ​ມີ​ເປົ້າ​ໝ​າຍ​ທີ່​ຈະ​ຂະ​ຫຍາຍ​ກຳ​ແພງ​ດັ່ງ​ກ່າວ​ອອກໄປ​ຕື່ມ​ 600 ກວ່າ​ກິ​ໂລ​ແມັດ ພາຍ​ໃນ​ທ້າຍ​ປີ​ໜ້ານີ້. ໃນ​ຂະ​ນະ​ດຽວ​ກັນ ການຈັບ​ພວກ​ຍົກ​ຍ້າຍ​ຖິ່ນ​ຖານ​ຢູ່​ຕາມ​ຊາຍ​ແດນ​ສະ​ຫະ​ລັດ​ຕິດ​ກັບ​ເມັກ​ຊິ​ໂກ​ໄດ້​ຫລຸດລົງ​ຈາກ 144,255 ຄົນ ໃນ​ເດືອນ​ພຶດ​ສະ​ພາ​ ມາ​ເປັນ 64,006 ຄົນໃນ​ເດືອນ ​ສິງ​ຫາ ຄື​ຫຼຸ​ດ​ລົງ 56 ເປີ​ເຊັນ.

ໃນ​ຂະ​ນະ​ທີ່​ພວກ​ຍົກ​ຍ້າຍ​ຖິ່ນ​ຖານ ​ສືບ​ຕໍ່​ເດີນ​ທາງ​ ມາ​ຍັງ​ເຂດ​ຊາຍ​ແ​ດນ​ກ້ຳ​ໃຕ້​ຂອງ​ສະ​ຫະ​ລັດ​ຢູ່ນັ້ນ ແຕ່ກໍ​ມີ​ຈຳ​ນວນ​ຫຼຸດ​ລົງ ​ໄດ້​ຖືກ​ຄວບ​ຄຸມ​ຕົວ​ຢູ່​ໃນ​ດິນ​ແດນ​ຂອງ​ສະ​ຫະ​ລັດ ນັບ​ແຕ່​ລັດ​ຖະ​ບານ​ໄດ້​ບັນ​ລຸ​ການ​ຕົກ​ລົງ​ກັບ​ເມັກ​ຊິ​ໂກ ຊຶ່ງ​ພວກຂໍ​ລີ້​ໄພ​ຈະ​ຖືກ​ສົ່ງ​ກັບ​ໄປ​ເມັກ​ຊິ​ໂກເພື່ອ​ລໍ​ຖ້າ​ຮັບ​ຟັງ​ການ​ຕັດ​ສິນ​ຂອງ​ສານ​ຢູ່​ທີ່ນັ້ນ. ຂໍ້​ຕົກ​ລົງ​ອີກ​ຈຳ​ນວນ​ນຶ່ງ ແມ່ນ​ໄດ້​ບັນ​ລຸ​ກັບ​ປະ​ເທດກົວເຕ​ມາ​ລາ ແອ​ລ​ຊາ​ລ​ວາ​ດໍແລະ​ຮອນ​ດູ​ຣາ​ສ ທີ່​ແນ​ໃສ່​ເພື່ອ​ສະ​ກັດ​ກັ້ນພວກເດີນ​ທາງ​ມາ​ຍັງ​ຊາຍ​ແດນ​ສະ​ຫະ​ລັດ ໂດຍ​ກຳ​ນົດ​ໃຫ້​ປະ​ເທດ​ເຫຼົ່າ​ນີ້​ເປັນ​ບ່ອນ​ລີ້​ໄພ ບ່ອນ​ທີ່​ພວກ​ກ່າວ​ອ້າງ​ໃນ​ການ​ຂໍ​ລີ້​ໄພ ຕ້ອງ​ໄດ້​ຂໍ​ການ​ຄຸ້ມ​ຄອງ​ກ່ອນ​ທີ່​ຈະ​ຍື່ນ​ໜັງ​ສື​ມາ​ຍັງ​ສະ​ຫະ​ລັດ.

ໃນ​ຂະ​ນະ​ທີ່ຂໍ້​ລິ​ເລີ້ມໃນ​ການ​ຍົກ​ຍ້າຍ​ຖິ່ນ​ຖານ​ແລະ​ຄວາມ​ໝັ້ນ​ຄົງ​ຊາຍ​ແດນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳຫຼາຍ​ສະ​ບັບປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ​ທາງ​ດ້ານ​ກົດ​ໝາຍຫຼາຍໆ​ຢ່າງ ໃນ​ຕົ້ນ​ເດືອນນີ້ ສານ​ສູງ​ສຸດ​ຂອງ​ສະ​ຫະ​ລັດ​ກໍ​ໄດ້​ເປີດ​ໄຟ​ຂຽວ​ໃຫ້​ເປັນ​ການ​ຊົ່ວ​ຄາວ ກ່ຽວ​ກັບ​ນະ​ໂຍ​ບາຍ​ຂອງ​ລັດ​ຖະ​ບານທີ່​ປະ​ຕິ​ເສດ​ຕໍ່​ການ​ຂໍ​ລີ້​ໄພ​ໃຫ້ແກ່​ຜູ້​ຄົນ​ທີ່​ບໍ່​ແມ່ນ​ຊາວ​ເມັກ​ຊິ​ໂກ ທີ່​ບໍ່​ໄດ້​ຮ້ອງ​ຂໍ​ການ​ຄຸ້ມ​ຄອງ​ຢູ່​ໃນ​ປະ​ເທດ​ທີ​ສາມທີ່​ພວກ​ເຂົາ​ເຈົ້າ​ຜ່ານ​ມານັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG