ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນັກ​ເຄື່ອນ​ໄຫວ ໂຈ​ຊວາ ວອງ ຈະ​ລົງ​ສະ​ໝັກ ເປັນ​ສະ​ມ​າ​ຊິກ ​ສະ​ພາ​ທ້ອງ​ຖິ່ນ ໃນ​ຮົງ​ກົງ


ນັກ​ເຄື່ອນ​ໄຫວ​ເພື່ອ​ປະ​ຊາ​ທິ​ປະ​ໄຕ​ ໂຈ​ຊວາ ວອງ (ກາງ) ຊຶ່ງ​ມີ​ແອັກ​ເນັ​ສ ຈາວ ແລະ​ສະ​ມາ​ຊິກ​ສະ​ພາ ນິ​ຍົມ​ປະ​ຊາ​ທິ​ປະ​ໄຕ ໂອ ນ​ັອກ ຮິນ ຢືນ​ຢູ່​ທາງ​ຂ້າງ ປະ​ກາດ​ລົງ​ສະ​ໝັກ​ເລືອກ​ຕັ້ງ ເປັນ​ສະ​ມາ​ຊິກ​ສະ​ພາ​ທ້ອງ​ຖິ່ນ ໃນ​ວັນ​ທີ 28 ກັນ​ຍາ 2019.
ນັກ​ເຄື່ອນ​ໄຫວ​ເພື່ອ​ປະ​ຊາ​ທິ​ປະ​ໄຕ​ ໂຈ​ຊວາ ວອງ (ກາງ) ຊຶ່ງ​ມີ​ແອັກ​ເນັ​ສ ຈາວ ແລະ​ສະ​ມາ​ຊິກ​ສະ​ພາ ນິ​ຍົມ​ປະ​ຊາ​ທິ​ປະ​ໄຕ ໂອ ນ​ັອກ ຮິນ ຢືນ​ຢູ່​ທາງ​ຂ້າງ ປະ​ກາດ​ລົງ​ສະ​ໝັກ​ເລືອກ​ຕັ້ງ ເປັນ​ສະ​ມາ​ຊິກ​ສະ​ພາ​ທ້ອງ​ຖິ່ນ ໃນ​ວັນ​ທີ 28 ກັນ​ຍາ 2019.

ນຶ່ງ​ໃນ​ບັນ​ດາ​ຜູ້​ນຳ​ຂອງ​ພ​ວກ​ປະ​ທ້ວງ​ຢູ່​ຮົງ​ກົງ ໄດ້​ປະ​ກາດທີ່​ຈະ​ລົງ​ສະ​ໝັກ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ພາ.

ທ້າວ​ໂຈ​ຊວາ ວອງ ກ່າວ​ໃນ​ວັນ​ເສົາ​ມື້ນີ້​ວ່າ ລາວ​ສະ​ລົງ​ສະ​ໝັກ​ເປັນ​ສະ​ມາ​ຊິກ​ສະ​ພາ​ໃນ​ເຂດ​ທ້ອງ​ຖິ່ນ ໃນ​ເດືອນ​ພະ​ຈິກ​ຈະ​ມານີ້.

ທ້າວວອງ​ກ່າວ​ວ່າ ການ​ຕັດ​ສິນ​ໃຈ​ຂອງ​ລາວ​ທີ່​ຈະ​ລົງ​ສະ​ໝັກ​ແຂ່ງ​ຂັນ “ມີ​ຂຶ້ນ​ຫຼັງ​ຈາກ​ໄດ້​ພິ​ຈາ​ລະ​ນາ​ຢ່າງ​ຖີ່​ຖ້ວນ​ແລ້ວ.”

ລາວ​ເວົ້າ​ວ່າ ການ​ລົງ​ສະ​ໝັກ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ຂອງ​ລາວ “ແມ່ນ​ວິ​ທີ​ທີ່​ບໍ່​ຮຸນ​ແຮງ​ສຸດ​ ທີ່ສັນ​ຕິ ແລະ​ສົມ​ເຫດ​ສົມ​ຜົນ ໃນ​ການ​ສະ​ແດງ​ອອກ ​ຊຶ່ງ​ຄວາມເຊື່ອ​ທາງ​ດ້ານ​ການ​ເມືອງ.”

ທ້າວວອງ​ໄດ້​ປະ​ກາດ ກ່ອນ​ເລີ້ມ​ການ​ໂຮມ​ຊຸມ​ນຸມເດີນ​ຂະ​ບວນໃນ​ວັນ​ເສົາ​ມື້ນີ້ ເພື່ອ​ລະ​ນຶກ​ເຖິງ ວັນ​ຄົບ​ຮອບ​ຫ້າ​ປີ ໃນ​ການ​ປະ​ທ້ວງ​ທີ່​ໃຊ້​ຄັນ​ຮົ່ມເວ​ລາ​ພວກ​ເດີນ​ຂະ​ບວນລົງ​ສູ່​ຖະ​ໜົນ​ຫົນ​ທາງ ໃນ​ຮົງ​ກົງ ​ເປັນ​ເວ​ລາ​ສອງ​ເດືອນກວ່າໆ ເພື່ອ​ຮຽກ​ຮ້ອງ​ໃຫ້ມີ​ການ​ເລືອກ​ຕັ້ງ​ທີ່​ເສ​ລີ. ແຕ່​ແນວ​ໃດ​ກໍ​ຕາມ ຄວາມ​ພະ​ຍາ​ຍາມ​ຂອງ​ເຂົາ​ເຈົ້າ​ບໍ່ໄດ້​ຮັບ​ການ​ໂຍະ​ຍານ​ຜ່ອນ​ຜັນ​ໃດໆ ຈາກ​ພວກ​ຜູ້​ນຳ​ຂອງ​ຮົງ​ກົງ.

ການ​ປະ​ທ້ວງ​ຢູ່​ຮົງ​ກົງ​ໃນ​ເວ​ລານີ້ ແມ່ນ​ພົວ​ພັນ​ກັບ​ການ​ປະ​ທ້ວງ​ທີ່​ໄດ້​ດຳ​ເນີນ​ມາ​ເປັນ​ເວ​ລາ​ຫຼາຍໆ​ເດືອນ ຊຶ່ງ​ປົກ​ກະ​ຕິ​ແລ້ວ​ຈະ​ມີ​ຂຶ້ນ​ໃນ​ວັນ​ທ້າຍ​ອາ​ທິດ. ການ​ປະ​ທ້​ວງ​ບາງ​ຄັ້ງ​ກໍ​ໄດ້​ເກີດ​ຄວາມ​ຮຸນ​ແຮງ ໂດຍ​ມີ​ພວກ​ເດີນ​ຂະ​ບວນ​ປະ​ທະ​ກັບ​ຕຳຫຼວດ.

ການ​ປະ​ທ້ວງ​ຂະ​ໜາດ​ໃຫຍ່​ເລີ້ມ​ຂຶ້ນ​ໃນ​ເດືອນ​ມິ​ຖຸ​ນາ ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ສົ່ງ​ຄົນ​ຮ້າຍ​ຂ້າມ​ແດນ ຊຶ່ງ​ລັດ​ຖະ​ບານ​ຂອງ​ຮົງ​ກົງ ​ໄດ້​ສັນ​ຍາ ​ທີ່​ຈະ​ຖອນ​ຄືນ​ໄປ​ແລ້ວນັ້ນ.

ພວກ​ປະ​ທ້ວງ​ຍັງ​ສືບ​ຕໍ່​ພາ​ກັນ​ໂຮມ​ຊຸມ​ນຸມ ຈົນ​ກວ່າຈະ​ມີ​ການ​ປະ​ຕິ​ບັດ​ຕາມຄຳ​ຮຽກ​ຮ້ອງ​ອື່ນໆ ຮວມ​ທັງ​ການ​ເລືອກ​ຕັ້ງ​ໂດຍ​ກົງ​ໃນ​ທ້ອງ​ຖິ່ນ ແລະ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕຳ​ຫຼວດ.

ການ​ປະ​ທ້ວງ​ທີ່​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ​ໃນ​ທຸກມື້ນີ້ ແມ່ນ​ການ​ທ້າ​ທາຍ​ທີ່​ໃຫຍ່​ທີ່​ສຸດ​ຕໍ່​ການ​ປົກ​ຄອງ​ຂອງ​ຈີນ ນັບ​ຕັ້ງ​ແຕ່​ອັງ​ກິດ​ໄດ້​ໂອນ​ການ​ປົກ​ຄອງ​ຮົງ​ກົງ​ໄປ​ໃຫ້​ຈີນ
ໃນ​ປີ 1997.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG