ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ໂຈມ​ຕີ ພັກ​ເດ​ໂມ​ແຄ​ຣັດ ໃນ​ການ​ຮັບ​ຟັງ ຄຳ​ໃຫ້​ການ ກ່ຽວ​ກັບ​ຜູ້​ແຈ້ງ​ຄວາມ


ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ພວມ​ລົງ​ຈາກ​ເຮືອ​ບິນ​ປະ​ຈຳ​ຕຳ​ແໜ່ງ ແອ​ຟອ​ສວັນ ​ທີ່​ຖານ​ທັບ​ອາ​ກາດ​ຮ່ວມ​ແອນດ​ຣູ ນອກ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ. (26 ກັນ​ຍາ 2019)
ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ພວມ​ລົງ​ຈາກ​ເຮືອ​ບິນ​ປະ​ຈຳ​ຕຳ​ແໜ່ງ ແອ​ຟອ​ສວັນ ​ທີ່​ຖານ​ທັບ​ອາ​ກາດ​ຮ່ວມ​ແອນດ​ຣູ ນອກ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ. (26 ກັນ​ຍາ 2019)

ໃນ​ຂະ​ນະ​ທີ່​ຍັງ​ຮູ້​ສຶກ​ໂກດ​ແຄ້ນ​ກ່ຽວ​ກັບ​ຜູ້​ແຈ້ງ​ຄວາມ​ທີ່​ພາ​ໃຫ້​ສະ​ພາ​ຕ່ຳ​ເລີ້ມ​ການສອບ​ຖາມ​ເພື່ອ​ຟ້ອງ​ຮ້ອງນັ້ນ ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ​ໄດ້ກັບ​ຄືນ​ສູ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ​ໃນ​ວັນ​ພະ​ຫັດ​ວານນີ້ ແລ້ວ​ກໍ​ໄດ້​ຕ້ອງ​ຕິ​ສະ​ມາ​ຊິກສະ​ພາ​ພັກ​ເດ​ໂມ​ແຄ​ຣັດແລະ​ສື່ມວນ​ຊົນແລະ​ໃຫ້​ຮ່ອງ​ຮອຍ​ທີ່​ອາດ​ຈະ​ມີ​ການ​ຕອບໂຕ້​ຄືນ​ຕໍ່​ພວກ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ທີ່​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ຜູ້​ແຈ້ງ​ຄວາມ​ທີ່​ເວົ້າວ່າ​ ປະ​ທາ​ນາ​ທິ​ບໍ​ດີ​ໃຊ້​ອຳ​ນາດ​ປະ​ຈຳ​ຕຳ​ແໜ່ງ​ຂອງ​ທ່ານ ​ໄປ​ໃນ​ທາງ​ຜິດນັ້ນ.

ທ່ານ​ທ​ຣຳ​ໄດ້​ກັບ​ຄືນສູ່​ທຳ​ນຽບ​ຂາວຈາກ​ການ​ໄປ​ຮ່ວມກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ທີ່​ນະ​ຄອນ​ນິວຢອກ​ເປັນ​ເວ​ລາ​ຫຼາຍໆ​ມື້. ທ່ານ​ໄດ້​ກັບ​ຄືນ​ມາ​ໃນ​ເວ​ລາ​ດຽວ​ກັນ​ກັບ​ທີ່ຄະ​ນະ​ກຳ​ມະ​ການ​ສືບ​ລັບ​ຂອງ​ສະ​ພ​າ​ຕ່ຳ ເປີດ​ການຮັບ​ຟັງ​ຄຳ​ໃຫ້​ການ ກ່ຽວ​ກັບ​ການ​ຊັກ​ຊ້າ​ທີ່​ລັດ​ຖະ​ບານ​ສົ່ງ​ຄຳ​ຮ້ອງ​ຮຽນຂອງ​ຜູ້​ແຈ້ງຄວາມ​ໄປ​ໃຫ້​ສະ​ພາ.

ຄຳ​ຮ້ອງ​ຮຽນ ​ໄດ້​ກ່າວ​ຢ້ຳ​ເຖິງ​ການ​ໂທ​ລະ​ສັບ​ໂອ້​ລົມ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ໃນ​ວັນ​ທີ 25 ກໍ​ລະ​ກົດ ເພື່ອ​ຂໍ​ຄວ​າມ​ຊ່ວຍ​ເຫຼືອ​ ຈາກ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃໝ່​ຂອງ​ຢູເຄ​ຣນໃຫ້​ຊອກ​ຫາ​ຄວາມ​ຜິດ​ກ່ຽວ​ກັບ​ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີໂຈໄບ​ເດັນ​ແລະລູກ​ຊາຍ​ຂອງ​ທ່ານ ທີ່​ອາດ​ຈະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ໂອ​ກາດ​ທີ່​ທ່ານ​ໄບ​ເດັນຈະ​ຊະ​ນະ​ ການ​ຖືກ​ແຕ່ງ​ຕັ້ງ​ຈາກ​ພັກ ​ໃຫ້​ເປັນ​ຜູ້​ສະ​ໝັກ​ປະ​ທາ​ນາ​ທິ​ບໍ​ດີ ແລະ​ລົງ​ແຂ່ງ​ຂັນ​ກັບ​ທ່ານ​ທ​ຣຳ ໃນ​ປີ 2020.

ທ່ານ​ທ​ຣຳ​ໄດ້​ສັ່ງ​ໃຫ້​ຫົວ​ໜ້າ​ຄະ​ນະ​ທີ່​ປຶກ​ສາ ທ່ານມິກ ມູ​ວາ​ນີ (Mick Mulvaney) ໂຈະ​ການ​ໃຫ້​ເງິນ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ​ແກ່​ຢູ​ເຄ​ຣນ​ເກືອບ 400 ລ້ານ​ໂດ​ລາ​ ຢ່າງ​ໜ້ອຍ​ນຶ່ງ​ອາ​ທິດກ່ອນ​ທີ່​ທ່ານ​ໂທ​ລະ​ສັບ​ໄປ​ຫາ ອີງ​ຕາມ​ລາຍ​ງານ​ ຂອງ​ໜັງ​ສື​ພິມ​ວໍ​ຊິງ​ຕັນ​ໂພ​ສ​ທ໌ ເພື່ອ​ກົດ​ດັນ​ຜູ້​ນຳ​ຂອງ​ຢູ​ເຄ​ຣນ ອັນ​ເປັນ​ການ​ກ່າວ​ອ້າງ​ທີ່​ທ່ານ​ທ​ຣຳ​ໄດ້​ໂຕ້​ແຍ້ງ​ຢ່າງ​ແຮງ.

ໃນ​ການ​ຖະ​ແຫຼງ​ຕໍ່​ພວກ​ນັກ​ຂ່າວທີ່​ຖານ​ທັບ​ອາ​ກາດ​ຮ່ວມແອນດ​ຣູນັ້ນ ​ທ່ານ​ທ​ຣຳໄດ້​ປະ​ນາມ​ກົນ​ລະ​ຍຸດ​ຂອງ​ພັກ​ເດ​ໂມ​ແຄ​ຣັດ​ວ່າ ເປັນເລື້ອງ​ທີ່ “ສ້າງ​ຄວາມ​ເຊື່ອມເສຍ” ແລະ​ກ່າວ​ຫາ​ທ່ານ​ແອ​ແດມ ຊິ​ຟ ປະ​ທານ​ຄະ​ນະ​ກຳ​ມະ​ການ​ສືບ​ລັບ​ຂອງສະ​ພາ​ຕ່ຳ​ ທີ່​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ​ຈາກ​ລັດ​ຄາ​ລີ​ຟໍ​ເນຍແລະ​ເປັນ​ຄູ່​ປໍ​ລະ​ປັກ​ປະທາ​ນາ​ທິ​ບໍ​ດີນັ້ນ​ວ່າ “ເສກ​ສັນ​ປັ້ນ​ເລື້ອງ​ຂຶ້ນ​ມາ.”

ທ່ານ​ກ່າວ​ວ່າ “ມັນ​ເປັນ​ສິ່ງ​ທີ່​ໜ້າ​ອັບ​ອາຍ​ສຳ​ລັບ​ປະ​ເທດ​ຂອງ​ພວກ​ເຮົາ. ມັນ​ເປັນ​ການ​ຕາມ​ລ່າ​ຊອກ​ຫາ​ຈັບ​ຜິດ​ອີກ​ຄັ້ງ​ນຶ່ງ. ນີ້​ພວກ​ເຮົາ​ເລີ້ມ​ອີກ​ແລ້ວ. ມັນ​ແມ່ນ​ແອ​ແດມ ຊິ​ຟ ແລະ​ລູກ​ນ້ອງ​ຂອງ​ລາວ ເສກ​ສັນ​ປັ້ນ​ເລື້ອງ​ຂຶ້ນ ແລະ​ນັ່ງ​ຢູ່​ທີ່ນັ້ນ​ຄື​ກັນກັບຜູ້​ມີ​ສິນ​ທຳ ແມ່ນ​ຫຍັງ​ກໍ​ຕາມ ​ທີ່​ພວກ​ທ່ານ​ຕ້ອງ​ການ ​ຢາກ​ຈະ​ເອີ້ນພວກ​ເຂົາ ມັນເປັນ​ເລື້ອງ​ທີ່​ໜ້າ​ອັບ​ອາຍ​ແທ້ໆ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG