ຮັກສາການ ຜູ້ອຳນວຍການອົງການສືບລັບແຫ່ງຊາດ ທີ່ຖືກຂັດຂວາງບໍ່ໃຫ້ເປີດເຜີຍຊື່ຜູ້ແຈ້ງຄວາມ ກ່ຽວກັບການປະຕິບັດບໍ່ຖືກຕ້ອງ ຊຶ່ງໃນເວລານີ້ເປັນຈຸດສູນກາງໃນການສືບສວນຟ້ອງຮ້ອງ ກ່ຽວກັບການກະທຳຂອງປະທານາທິບໍດີດໍໂນລ ທຣຳນັ້ນ ມີກຳນົດຈະໄປໃຫ້ການຕໍ່ກຳມະການສືບລັບຂອງສະພາຕ່ຳ ໃນວັນພະຫັດມື້ນີ້.
ນອກນັ້ນ ຍັງເປັນທີ່ຄາດກັນວ່າ ທ່ານໂຈເຊັຟ ແມັກກວາຍເອີ ຈະໃຫ້ການແບບປິດລັບ ຕໍ່ຄະນະກຳມະການສືບລັບຂອງສະພາສູງນຳດ້ວຍ.
ໃນຕອນແລງຂອງວັນພຸດວານນີ້ ສະມາຊິກສະພາບາງຄົນ ທີ່ຢູ່ໃນຄະນະກຳມະການສືບລັບໄດ້ຮັບອະນຸຍາດໃຫ້ເບິ່ງຄຳຮ້ອງທຸກຂອງຜູ້ແຈ້ງຄວາມ. ການຊັ່ງຊາໂດຍທົ່ວໄປແລ້ວ ແມ່ນແບ່ງແຍກກັນ ໄປຕາມສາຍພັກ ຊຶ່ງສະມາຊິກພັກເດໂມແຄຣັດເອີ້ນວ່າມີຄວາມຜິດຮ້າຍແຮງ ແຕ່ສະມາຊິກພັກຣີພັບບລີກັນທຳນາຍວ່າ ການເປີດເຜີຍຈະບໍ່ສ້າງຄວາມເປັນຫ່ວງໃດໆ ຕໍ່ຊະຕາກຳ ຂອງປະທານາທິບໍດີທຣຳ.
ແຕ່ແນວໃດກໍຕາມ ສະມາຊິກຂອງພັກຣີພັບບລີກັນຄົນນຶ່ງ ທີ່ສັງກັດຢູ່ໃນຄະນະກຳມະການສືບລັບ ໄດ້ສະແດງຄວາມເຫັນສຳລັບສະມາຊິກສະພາຂອງທັງສອງພັກ.
ທ່ານເບັນ ແຊສ ກ່າວຕໍ່ພວກນັກຂ່າວ ຫຼັງຈາກທີ່ໄດ້ອ່ານເອກກະສານແລ້ວ ໂດຍເວົ້າວ່າ “ມັນເປັນເລື້ອງທີ່ໜ້າເປັນຫ່ວງຢ່າງແທ້ຈິງຢູ່ໃນໜີ້. ສະມາຊິກພັກຣີພັບ ບລີກັນບໍ່ຄວນທີ່ຈະເວົ້າອ້ອມໄປອ້ອມມາ ແລະສະມາຊິກພັກເດໂມແຄຣັດ ກໍບໍ່ຄວນທີ່ຈະໃຊ້ຄຳເວົ້າເຊັ່ນຟ້ອງຮ້ອງ ກ່ອນທີ່ພວກເຂົາເຈົ້າຈະຮູ້ວ່າແມ່ນຫຍັງຢູ່ໃນນັ້ນ.”
ບັນຫາໂຕ້ແຍ້ງເລີ້ມຂຶ້ນໃນອາທິດແລ້ວ ເວລາມີລາຍງານຂ່າວວ່າ ຜູ້ແຈ້ງຄວາມກ່ຽວກັບການກະທຳຜິດທີ່ບໍ່ລະບຸຊື່ຢູ່ໃນປະຊາຄົມສືບລັບແຫ່ງຊາດ ໄດ້ສະແດງຄວາມເປັນຫ່ວງ ກ່ຽວກັບການກະທຳ ທີ່ມີມາເປັນລຳດັບຢູ່ໃນລັດຖະບານຂອງທ່ານທຣຳ ຊຶ່ງຮວມທັງສິ່ງທີ່ຮູ້ກັນໃນເວລານີ້ວ່າ ແມ່ນການໂອ້ລົມໂທລະສັບໃນເດືອນກໍລະກົດຜ່ານມາ ລະຫວ່າງປະທານາທິບໍດີທຣຳ ແລະປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ.
ຜູ້ແຈ້ງຄວາມໄດ້ຕິດຕໍ່ໄປຫາຜູ້ກວດກາທົ່ວໄປຂອງອົງການສືບລັບ ຊຶ່ງທ່ານເອີ້ນການຮ້ອງທຸກນີ້ວ່າ “ຮ້າຍແຮງ” ແລະ “ຮີບດ່ວນ.”
ພວກທະນາຍຄວາມຂອງຜູ້ແຈ້ງຄວາມໄດ້ຕິດຕໍ່ໄປຫາຄະນະກຳມະການສືບລັບທັງຂອງສະພາຕ່ຳແລະສະພາສູງ ເພື່ອຢາກຮູ້ລາຍລະອຽດ ໃນການໃຫ້ຜູ້ແຈ້ງຄວາມໄດ້ພົບພໍ້ໂດຍກົງ ກັບຄະນະກຳມະການຂອງສະພາທັງສອງ ຖ້າຫາກມີຄວາມຈຳເປັນ.