ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ມີ​ການ​​ເດີນ​ຂະ​ບວນປະ​ທ້ວງ ຕໍ່​ຕ້ານ ປະ​ທາ​ນາ​ທິ​ບໍ​ດີ ແອ​ລ-ຊີ​ຊີ ຢູ່​ໃນ​ອີ​ຈິບ


ພວກ​ປະ​ທ້ວງ ພາ​ກັນ​ຮ້ອງ​ຄຳ​ຂວັນ ຕໍ່​ການ​ການ​ປົກ​ຄອງ ຂອງ​ ປ. ແອ​ລ-ຊີ​ຊີ ທີ່​ນະ​ຄອນ​ຫຼວງ​ໄຄ​ໂຣ ເມື່ອ​ວັນ​ທີ 21 ກັນ​ຍາ 2019.
ພວກ​ປະ​ທ້ວງ ພາ​ກັນ​ຮ້ອງ​ຄຳ​ຂວັນ ຕໍ່​ການ​ການ​ປົກ​ຄອງ ຂອງ​ ປ. ແອ​ລ-ຊີ​ຊີ ທີ່​ນະ​ຄອນ​ຫຼວງ​ໄຄ​ໂຣ ເມື່ອ​ວັນ​ທີ 21 ກັນ​ຍາ 2019.

ມີ​ພວກ​ປະ​ທ້ວງ​ຫຼາຍ​ຮ້ອຍ​ຄົນ​ໂຮມ​ຊຸມ​ນຸມ​ກັນ​ຢູ່​ໃນ​ເຂດ​ໃຈ​ກາງ​ນະ​ຄອນ​ຫຼວງ​ໄຄ​ໂຣ​ແລະ​ຫົວ​ເມືອງ​ອື່ນໆ ທົ່ວ​ປະ​ເທດ​ອີ​ຈິບ ເພື່ອ​ຕໍ່​ຕ້ານ​ປະ​ທາ​ນາ​ທິ​ບໍດີ​ອັບ​ແດ​ລ ຟາ​ຕາ ແອລ-ຊີ​ຊີ ໃນ​ວັນ​ສຸກວານນີ້ ເພື່ອ​ສະ​ໜອງ​ຕອບ​ຕໍ່​ການ​ຮຽກ​ຮ້ອງ​ທາງ​ອິນ​ເຕີ​ແນັດ ໃຫ້ເດີນ​ຂະ​ບວນ​ຕໍ່​ການ​ກາ​ນ​ສໍ້​ລາດ​ບັງ​ຫຼວງ​ຂອງ​ລັດ​ຖະ​ບານ ອີງ​ຕາມຄຳ​ເວົ້າ​ຂອງ​ພວກ​ທີ່​ເຫັນ​ເຫດ​ການ.

ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້​ແຈ້ງວ່າ ການ​ປະ​ທ້ວງ​ແມ່ນ​ບໍ່​ຄ່ອຍ​ໄດ້​ເຫັນກັນ​ຢູ່​ໃນ​ປະ​ເທດ​ອີ​ຈິບ ຫຼັງ​ຈາກ​ໄດ້​ມີ​ການ​ປາບ​ປາມ ​ພວກ​ຄັດ​ຄ້ານ​ລັດ​ຖະ​ບານ​ຢ່າງກວ້າງ​ຂວາງ ພາຍ​ໃຕ້​ການ​ປົກ​ຄອງ​ຂອງ​ທ່ານ​ຊີ​ຊີ ທີ່​ໄດ້​ຂຶ້ນ​ກຳ​ອຳ​ນາດ​ລຸນ​ຫຼັງທີ່​ໄດ້​ໂຄ່ນ​ລົ້ມ​ ປະ​ທາ​ນາ​ທິ​ບໍ​ດີ​ໂມ​ຮຳ​ເໝັດ ມໍ​ຊີ ໃນ​ປີ 2013 ​ຫຼັງ​ຈາກ​ໄດ້​ມີ​ການ​ປະ​ທ້ວງ​ຂະ​ໜາດ​ໃຫຍ່ ຕໍ່​ຕ້ານ​ລັດ​ຖະ​ບານ​ຂອງ​ທ່ານ.

ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ໄດ້​ຂັບ​ໄລ່​ພວກ​ປະ​ທ້ວງ​ກຸ່ມ​ນ້ອຍໆ ທີ່​ມີ​ຂຶ້ນຢ່າງກະ​ຈັດ​ກະ​ຈາຍ​ທົ່ວ​ນະ​ຄອນ​ຫຼວງ​ໄຄ​ໂຣ ໂດຍ​ໃຊ້​ລະ​ເບີດ​ນ້ຳ​ຕາ ແຕ່​ພວກ​ຊາວ​ໜຸ່ມຈຳ​ນວນ​ນຶ່ງ ຍັງ​ພາ​ກັນ​ຢູ່​ຕາມ​ຖະ​ໜົນ​ຫົນ​ທາງ ​ສາຍ​ຕ່າງໆ ​ໃນ​ເຂດ​ໃຈ​ກາງ​ນະ​ຄອນ​ຫຼວງ ແລະ​ກໍ​ພາ​ກັນ​ຮ້ອງ​ຄຳ​ຂວັນ​ຂຶ້ນ​ວ່າ ຊີ​ຊີ​ຈົ່ງ​ໜີ​ໄປ! ອີງ​ຕາມ​ພວກ​ນັກຂ່າວ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້ ທີ່​ຢູ່​ໃນ​ບ່ອນ​ປະ​ທ້ວງ.

ພວກ​ທີ່​ເຫັນ​ເຫດ​ການ​ເວົ້າ​ວ່າ ຕຳ​ຫຼວດ​ໄດ້​ຈັບ​ກຸມ​ພວກ​ເດີ​ນ​ຂະ​ບວນ​ປະ​ທ້ວງ​ຈຳ​ນວນ​ນຶ່ງ.

ການ​ປະ​ທ້ວງ​ຂະ​ໜາດ​ນ້ອຍ​ຍັງ​ມີ​ຂຶ້ນ​ທີ່​ນະ​ຄອນ​ອາ​ເລັກ​ຊານ​ເດ​ຣຍ ທີ່​ຕັ້ງ​ຢູ່​ແຄມ​ທະ​ເລ​ເມ​ດີ​ແຕ​ເຣ​ນຽນ ເມືອງ​ຊູ​ເອດ ທີ່​ຕັ້ງ​ຢູ່​ແຄມ​ທະ​ເລ​ແດງ ​ພ້ອມ​ທັງ​ເມືອງ​ອຸດ​ສາ​ຫະ​ກຳ​ຕ່ຳ​ຜ້າ ມາ​ຮາ​ລ​ລາ ແອ​ລ-ກູບ​ຣາ ທີ່​ຕັ້ງ​ຢູ່​ໃນ​ເຂດ​ສາມ​ຫລ່ຽມ​ປາກ​ແມ່​ນ້ຳ​ນາຍ​ລ໌.

ມີ​ການ​ຍາມ​ຮັກ​ສາ​ການ​ຢ່າງ​ແໜ້ນ​ໜາ​ຂອງ​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ໃນ​ເຂດ​ໃຈ​ກາງ​ນະ​ຄອນ​ຫຼວງ​ໄຄ​ໂຣແລະ​ຈະ​ຕຸ​ລັດ​ຕາ​ຫາ​ຣີກ ບ່ອນ​ທີ່​ໄດ້​ມີ​ການ​ປະ​ທ້ວງຂະ​ໜາດ​ໃຫຍ່​ໃນ​ປີ 2011 ທີ່​ນຳ​ໄປ​ສູ່​ການ​ໂຄ່ນ​ລົ້ມ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ອະ​ວຸໂສ ໂຮ​ສ​ນີ ມູ​ບາ​ຣັກ​ນັ້ນ​.

ເວ​ລານີ້ ຍັງ​ບໍ່​ສາ​ມາດ​ຕິດ​ຕໍ່ ​ກັບ​ພວກ​ເຈົ້າ​ໜ້າ​ທີ່ ເພື່ອ​ໃຫ້​ການ​ຢືນ​ຢັນ ​ກ່ຽວ​ກັບ​ເລື້ອງນີ້​ໄດ້​ເທື່ອ.

ໂທ​ລະ​ພາບ​ຂອງ​ລັດ​ຖະ​ບານ​ກໍ​ບໍ່​ໄດ້​ອອກ​ຂ່າວ​ໃດໆ ກ່ຽວ​ກັບ​ການ​ປະ​ທ້ວງ​ເຫຼົ່າ​ນີ້.

ນັກ​ຂ່າວ​ທີ່​ນິ​ຍົມ​ລັດ​ຖະ​ບານ​ຄົນ​ນຶ່ງ​ກ່າວ​ແຕ່​ພຽງ​ວ່າ ມີ​ພວກ​ປະ​ທ້ວງ​ນ້ອຍໆ​ກຸ່ມ​ນຶ່ງ​ໄດ້​ໂຮມ​ຊຸມ​ນຸມ​ກັນ​ ໃນ​ເຂດ​ໃຈ​ກາງ​ ນະ​ຄອນ​ຫຼວງ​ໄຄ​ໂຣ ເພື່ອ​ຖ່າຍ​ວີ​ດິ​ໂອແລະ​ກໍ​ຖ່າຍ​ຮູບ​ຕົນ​ເອງກ່ອນ​ຈະ​ພາ​ກັນ​ໜີ​ໄປ​ຈາກ​ບໍ​ລິ​ເວນ​ດັ່ງ​ກ່າວ. ໂທ​ລະ​ພາບ​ທີ່​ນິ​ຍົມ​ລັດ​ຖະ​ບານ​ອີກ​ຊ່ອງ​ນຶ່ງ ກ່າວ​ວ່າ ສ​ະ​ຖາ​ນະ​ການ​ໃນ​ບໍ​ລິ​ເວນ​ອ້ອມ​ແອ້ມຈະ​ຕຸ​ລັດ​ຕາ​ຫາ​ຣີກ ແມ່ນ​ງຽບ​ສະ​ຫງົບ​ດີ.

ອ່ານ​ຂ່​າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG