ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ​ເນ​ຕັນ​ຢາ​ຮູ ຂໍ​ຮ້ອງ ໃຫ້​ທ່ານ​ແກນ​ທ໌ ​ເຂົ້າ​ຮ່ວມ​ການ​ສ້າງ​ຕັ້ງ ລັດ​ຖະ​ບານ​ສາ​ມັກ​ຄີ​ຊາດ


ຜູ້​ນຳ​ພັກ​ສີ​ຟ້າ​ແລະ​ສີ​ຂາວ ທ່ານ​ເບັນ​ນີ ແກ​ນ​ທ໌ ກ່າວ​ຄຳ​ປາ​ໄສ ຕໍ່​ພວກ​ສະ​ໜັບ​ສະ​ໜຸນ ທີ່​ສຳ​ນັກ​ງານ​ໃຫຍ່​ຂອງ​ພັກ ​ເມື່ອ​ວັນ​ທີ 18 ກັນ​ຍາ 2019.
ຜູ້​ນຳ​ພັກ​ສີ​ຟ້າ​ແລະ​ສີ​ຂາວ ທ່ານ​ເບັນ​ນີ ແກ​ນ​ທ໌ ກ່າວ​ຄຳ​ປາ​ໄສ ຕໍ່​ພວກ​ສະ​ໜັບ​ສະ​ໜຸນ ທີ່​ສຳ​ນັກ​ງານ​ໃຫຍ່​ຂອງ​ພັກ ​ເມື່ອ​ວັນ​ທີ 18 ກັນ​ຍາ 2019.

ໃນ​ຂະ​ນະ​ທີ່​ຍັງ​ບໍ່​ທັນ​ມີ​ພັກ​ໃດເປັນ​ຜູ້​ໄດ້​ຮັບ​ໄຊ​ຊະ​ນະ​ຢ່າງ​ຈະ​ແຈ້ງ ໃນ​ການ​ເລືອກ​ຕັ້ງ​ແຫ່​ງ​ຊາດ​ຂອງ​ອິ​ສ​ຣາ​ແອ​ລນັ້ນ ນາ​ຍົກ​ລັດ​ຖະ​ມົນ​ຕີ ເບັນ​ຈະ​ມິນ ເນ​ຕັນ​ຢາ​ຮູ ໄດ້​ຮ້ອງ​ຂໍ ​ໃຫ້​ທ່ານເບັນ​ນີ ແກນທ໌ ຜູ້​ທ້າ​ທາຍ​ຄົນ​ສຳ​ຄັນ ເຂົ້າຮ່ວມ​ການ​ຈັດ​ຕັ້ງ​ລັດ​ຖະບານ​ສາ​ມັກ​ຄີ​ຊາດ.

ໃນ​ການ​ຖະ​ແຫຼງ​ທາງວີ​ດີ​ໂອນັ້ນ ທ່ານ​ເນ​ຕັນ​ຢາ​ຮູ ກ່າວ​ວ່າ ເຖິງ​ແມ່ນ​ທ່ານ​ໄດ້ໂຄ​ສະ​ນາ​ຫາ​ສຽງ​ເພື່ອ​ສ້າງ​ຕັ້ງ​ລັດ​ຖະ​ບານຝ່າຍ​ຂວາ​ກໍ​ຈິງ ແຕ່ “ຜົນ​ການ​ເລືອກຕັ້ງສະ​ແດງ​ໃຫ້​ເຫັນ​ວ່​າ ນີ້​ແມ່ນ​ເປັນ​ໄປ​ບໍ່​ໄດ້.”

ທ່ານ​ໄດ້​ຮຽກ​ຮ້ອງ​ໃຫ້​ມີ​ການ​ຮ່ວມ​ມື​ກັນ ແລະ​ຂໍ​ຮ້ອງ​ໃຫ້​ທ່ານ​ແກນ​ທ໌​ສ້າງ​ຕັ້ງ “ລັດ​ຖະ​ບານ​ສາ​ມັກ​ຄີ​ຊາດ​ໃນ​ຂອບ​ເຂດ​ທີ່ກວ້າງ​ຂວາງ.”

ທ່ານ​ແກນ​ທ໌ຈາກ​ພັກ​ສີ​ຟ້າແລະ​ສີ​ຂາວ​ທີ່​ນິ​ຍົມ​ແນວ​ທາງ​ສາຍ​ກາງ ກ່າວ​ວ່າ ທ່ານຈະ​ບໍ່​ເຂົ້າ​ຮ່ວມ​ລັດ​ຖະ​ບານ​ສາ​ມັກ​ຄີ​ຊາດ ຕາບ​ໃດ​ທີ່​ທ່ານ​ເນ​ຕັນ​ຢາ​ຮູຍັງ​ເປັນ​ຜູ້​ນຳ​ພາ​ຂອງ​ພັກ​ລີ​ກູດຢູ່. ໂຄ​ສົກ​ກ່າວ​ວ່າ ທ່ານ​ແກນ​ທ໌​ຈະ​ອອກ​ມາ​ຖະ​ແຫຼງ​ໃຫ້​ຮູ້​ກ່ຽວກັບ​ທ່າ​ທີ​ຂອງ​ທ່ານ​ໃນ​ວັນ​ພະ​ຫັດ​ມື້ນີ້.

ທັງ​ສອງ​ພັກ ຕ່າງ​ກໍ​ບໍ່​ສາ​ມາດກຳ​ສຽງ​ສ່ວນຫຼາຍ 61 ບ່ອນນັ່ງ​ໃນ​ສະ​ພາຄ​ແນ​ຊ​ເຊັດ​ທ໌ທີ່​ມີ​ທັງ​ໝົດ ​120 ບ່ອນ​ ຂອງ​ອິ​ສ​ຣາ​ແອ​ລ. ຈາກ​ຄະ​ແນນ​ສຽງ​ເກືອບ​ທັງ​ໝົດ ​ທີ່ນັບ​ໄປ​ແລ້ວ​ໃນ​ວັນ​ພະ​ຫັດ​ມື້ນີ້ ປາ​ກົດ​ວ່າພັກ​ສີ​ຟ້າແລະ​ສີ​ຂາວໄດ້​ຊະ​ນະບ່ອນ​ນັ່ງ 33 ບ່ອນ ແລະ​ພັກ​ລີ​ກູດ​ຊະ​ນະ 31 ​ບ່ອນ ຊຶ່ງຮວມ​ກັບ​ພັກ​ຕ່າງໆ​ຢູ່​ໃນ​ລັດຖະ​ບານ​ປະ​ສົມແລ້ວ​ນັ້ນ ກໍ​ຍັງ​ບໍ່​ສາ​ມາດ​ກຳ​ສຽງ​ສ່ວນ​ຫຼາຍ​ໄດ້.

​ທ່ານອາ​ວິກ​ດໍ ​ລີ​ເບີ​ແມນ ແມ່ນ​ເບິ່ງ​ກັນ​ວ່າ ເປັນ​ບຸກ​ຄົນ​ທີ່​ອາດ​ຈະ​ສາ​ມາດເປັນ​ຜູ້​ໄກ່​ເກ່ຍໃນ​ເມື່ອ​ທັງ​ສອງ​ພັກ​ບໍ່​ໄດ້​ຮັບ​ຄະ​ແນນ​ສຽງ​ສ່ວນ​ຫຼາຍ. ທ່ານ​ລີ​ເບີ​ແມນ​ ທີ່ ​ເປັນ​ຫົວ​ໜ້າ ພັກຢິ​ສ​ຣາ​ແອ​ລ ເບ​ເຕີ​ນູ ຫລືອິ​ສ​ຣາ​ແອ​ລ​ແມ່ນ​ບ້ານ​ເກີດ​ຂ້ອຍ ຊຶ່ງ​ສ່ວນ​ໃຫຍ່ໄດ້​ຮັບ​ການສະ​ໜັບ​ສະ​ໜູ​ນ​ຈາກ​ພວກ​ທີ່​ມີ​ເຊື້ອ​ສາຍຣັດ​ເຊຍ ໄດ້​ຊະ​ນະບ່ອນ​ນັ່ງ 9 ບ່ອນ ໃນ​ການ​ເລືອກ​ຕັ້ງ​ເທື່ອນີ້ ຊຶ່ງ​ເພີ້ມ​ຂຶ້ນ​ເກືອບ​ເປັນ​ສອງ​ເທົ່າ​ທີ່ທ່ານ​ເຄີຍ​ໄດ້​ຮັບ​ມາ.

ທ່ານ​ໄດ້​ກ່າວ​ຢ້ຳ​ຕະ​ຫຼອດ​ມາ​ວ່າ ທ່ານ​ເຫັນ​ພ້ອມກັບ​ການສ້າງ​ຕັ້ງ​ລັດ​ຖະ​ບານ​ສາ​ມັກ​ຄີ​ຊາດຊຶ່ງ​ໝາຍ​ຄວາມ​ວ່າ​ເປັນ​ລັດ​ຖະ​ບານ​ທີ່​ຮວມ​ທັງພັກ​ສີ​ຟ້າແລະ​ຂ​າວ​ຂອງ​ທ່ານ​ແກ​ນ​ທ໌ ພັກ​ລີກູດ ຂອງ ທ່ານ​ເນ​ຕັນ​ຢາ​ ຮ່ວມ​ກັບ​ພັກ​ຂອງ​ທ່ານ. ​

ທ່ານ​ລີ​ເບີ​ແມນ​ກ່າວ​ຢູ່ນອກ​ເຮືອນ​ຂອງ​ທ່ານ ທີ່​ເຂດ​ຕັ້ງ​ຖິ່ນ​ຖານ​ໃໝ່ຂອງ​ຊາວ​ຢິວ ນອກ​ດິມ ໂດຍ​ເວົ້າ​ວ່າ “ລັດ​ຖະ​ບານ​ສາ​ມັກ​ຄີ​ຊາດ ເປັນ​ລັດ​ຖະ​ບານ​ເສ​ລີ​ນິ​ຍົມ​ທີ່ກວ້າງ​ຂວາງ. ພວກ​ເຮົາ​ຈະ​ບໍ່​ເຂົ້າ​ຮ່ວມ​ໃນ​ທາງ​ເລືອກ​ອື່ນໆ. ຈາກ​ທັດ​ສະ​ນະ​ຂອງພວກ​ເຮົາ​ແລ້ວ ບໍ່​ມີ​ທາງ​ເລືອກ​ອື່ນໆ​ເຫຼືອ​ຢູ່​ເລີຍ.”

ທ່ານ​ໄດ້​ກຳ​ນົດ​ຂໍ້​ຮຽກ​ຮ້ອງ​ຈຳ​ນວນ​ນຶ່ງ ຮວມ​ທັງ​ການ​ແຕ່ງ​ງານ​ຂອງ​ພົນ​ລະ​ເຮືອນໃນ​ອິ​ສ​ຣາ​ແອ​ລ. ປັດ​ຈຸ​ບັນ​ນີ້ ເຈົ້າ​ໜ້າ​ທີ່​ສອນ​ສາ​ສະ​ໜາ​ທີ່​ເຄັ່ງ​ຄັດເປັນ​ຜູ້​ມີ​ອຳ​ນາດແຕ່​ພຽງ​ຜູ້​ດຽວ ໃນ​ການ​ຈັດ​ພິ​ທີ​ແຕ່ງ​ງານ ​ຫຼື​ຢ່າ​ຮ້າງ​ຢູ່​ໃນ​ອິ​ສ​ຣາ​ແອ​ລ. ນອກນັ້ນ​ທ່ານ​ຍັງ​ຢືນ​ຢັດ​ວ່າ ພວກ​ນັກ​ຮຽນ​ສາ​ສະ​ໜາ​ນິ​ຍົມ​ແນວ​ທາງ​ເດີມ​ຈັດຕ້ອງ​ໄດ້​ຮຽນຫຼັກ​ສູດ​ຂອງ​ທາງ​ໂລກເຊັ່ນ​ວ່າ​ຄະ​ນິດ​ສາດແລະ​ວິ​ທະ​ຍາ​ສາດ​ນຳ ແລະ​ຈະ​ມີ​ການເປີດ​ບໍ​ລິ​ການ​ໃນ​ການ​ຂົນ​ສົ່ງ​ສາ​ທາ​ລະ​ນະ ໃນ​ວັນ​ບຸກ​ຊັບ​ບາດ​ຂອງ​ຊາວ​ຢິວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG