ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ກ່າວວ່າ ລັດຖະບານຂອງທ່ານມີແຜນທີ່ຈະກ່າວອ້າງວ່ານະຄອນແຊນແຟຣນຊິສໂກ ລະເມີດລະບຽບກ່ຽວກັບສິ່ງແວດລ້ອມ ທີ່ພົວພັນກັບພວກບໍ່ມີເຮືອນຊານບ້ານຊ່ອງຢູ່ອາໄສ.
ໃນການຖະແຫຼງຕໍ່ພວກນັກຂ່າວ ເທິງເຮືອບິນປະຈຳຕຳແໜ່ງ ແອຟອຣ໌ດວັນ ໃນວັນພຸດວານນີ້ ປະທານາທິບໍດີທຣຳ ກ່າວວ່າ ສິ່ງໂສໂຄກຕ່າງໆຢູ່ໃນທໍ່ລະບາຍນ້ຳຝົນຂອງນະຄອນແຊນແຟຣນຊິສໂກ ຊຶ່ງພາໃຫ້ເກີດ ໃນອັນທີ່ທ່ານເອີ້ນວ່າມົນລະພິດເປັນຈຳນວນມະຫາສານ ໄຫຼລົງສູ່ມະຫາສະໝຸດ.
ທ່ານທຣຳກ່າວວ່າ “ມັນເປັນສະຖານະການທີ່ໜ້າຢ້ານກົວ ນັ້ນຄືທີ່ນະຄອນລອສແອນເຈີລິສແລະນະຄອນແຊນແຟຣນຊິສໂກ ແລະພວກກຳລັງຈະຍື່ນໜັງສືແຈ້ງການ ຕໍ່ແຊນແຟຣນຊິສໂກວ່າ ເຂົາເຈົ້າພວມລະເມີດກົດລະບຽບ ຢ່າງຮ້າຍແຮງ ພວກເຮົາຈະເຕືອນເຂົາເຈົ້າໃນໄວໆນີ້.”
ທ່ານກ່າວວ່າ ການເຄື່ອນໄຫວດັ່ງກ່າວອາດຈະມີຂຶ້ນໂດຍຜ່ານອົງການຄຸ້ມຄອງສິ່ງແວດລ້ອມແລະກໍຈະມີຂຶ້ນອີກປະມານນຶ່ງອາທິດ.
ທ່ານທຣຳໄດ້ຍົກເອົາເລື້ອງພວກຄົນບໍ່ມີເຮືອນຢູ່ໃນລັດຄາລີຟໍເນຍຂຶ້ນມາເວົ້າໃນການຕ້ອງຕິສະຖານທີ່ຕ່າງໆເຊັ່ນນະຄອນແຊນແຟຣນຊິສໂກແລະລອສແອນເຈີລິສນັ້ນວ່າ “ທຳລາຍຕົວເອງ.”
ສະມາຊິກສະພາສູງດາຍແອນ ຟາຍສຕາຍນ໌ ທີ່ຕາງໜ້າໃຫ້ລັດຄາລີຟໍເນຍກ່າວວ່າ ໃນຂະນະທີ່ທ່ານທຣຳແມ່ນຖືກຕ້ອງ ກ່ຽວກັບພວກທີ່ບໍ່ມີເຮືອນຢູ່ວ່າເປັນບັນຫາຂອງລັດ ແຕ່ທ່ານແມ່ນຜິດພາດໃນການໃຫ້ຄຳອະທິບາຍ ກ່ຽວກັບສະຖານະການ ແລະການສະເໜີເອົາມາດຕະການຂອງທ່ານ ມີແຕ່ຈະເຮັດໃຫ້ເລື້ອງນີ້ ຂີ້ຮ້າຍລົງຕື່ມ.