ຄະນະກຳມະການສືບລັບ ຂອງສະພາຕ່ຳ ສະຫະລັດ ຈະທຳການປະຊຸມລັບ ໃນວັນພະຫັດມື້ນີ້ ກັບຜູ້ກວດກາທົ່ວໄປ ຂອງປະຊາຄົມສືບລັບ ທ່ານໄມເກີລ ແອັດກິນສັນ ໃນຂະນະທີ່ພວກສະມາຊິກສະພາຫວັງວ່າ ຈະໄດ້ຮຽນຮູ້ລາຍລະອຽດເພີ້ມຕື່ມກ່ຽວກັບການຮ້ອງທຸກໂດຍຜູ້ເປີດເຜີຍຄວາມຜິດຂອງຜູ້ມີອຳນາດກວ່າ ທີ່ໄດ້ພາໃຫ້ເກີດການຕໍ່ສູ້ທາງດ້ານກົດໝາຍ ລະຫວ່າງສະມາຊິກສະພາແລະລັດຖະບານປະທານາທິບໍດີດໍໂນລ ທຣຳ.
ການໄປໃຫ້ການ ຂອງທ່ານແອັດກິນສັນ ມີຂຶ້ນໃນຂະນະທີ່ໜັງສືພິມ ວໍຊິງຕັນໂພສທ໌ລາຍງານກ່ຽວກັບການຮ້ອງທຸກທີ່ພົວພັນກັບການຕິດຕໍ່ໂອ້ລົມລະຫວ່າງ ປະທານາທິບໍດີດໍໂນລ ທຣຳແລະພວກຜູ້ນຳຂອງຕ່າງປະເທດໃນເລື້ອງ “ການໃຫ້ຄຳໝັ້ນສັນຍາ.”
ໜັງສືພິມວໍຊິງຕັນໂພສທ໌ ກ່າວວ່າ ລາຍງານຂອງຕົນແມ່ນອີງຕາມອະດີດເຈົ້າໜ້າທີ່ 2 ຄົນທີ່ຮູ້ເລື້ອງດີ ແຕ່ກໍຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ແມ່ນຜູ້ນຳຄົນໃດທີ່ໄດ້ຕິດຕໍ່ໂອ້ລົມກັບທ່ານທຣຳ ຫຼືວ່າ ຜູ້ນຳສະຫະລັດໄດ້ໃຫ້ຄຳໝັ້ນສັນຍາຫຍັງແທ້.
ທ່ານແອແດມ ຊິຟ ຊຶ່ງເປັນປະທານ ຄະນະກຳມະການສືບລັບ ຂອງສະພາຕ່ຳ ກ່າວວ່າ ທ່ານແອັດກິນສັນໄດ້ລົງຄວາມເຫັນວ່າການຮ້ອງທຸກຂອງຜູ້ທີ່ເປີດເຜີຍຄວາມຜິດຂອງເຈົ້າໜ້າທີ່ແມ່ນ “ເປັນທີ່ໜ້າເຊື່ອຖືໄດ້ແລະກໍມີຄວາມຮີບດ່ວນ” ຊຶ່ງໝາຍຄວາມວ່າ ພາຍໃຕ້ກົດໝາຍແລ້ວ ຈະຕ້ອງມີການລາຍງານໃຫ້ລັດຖະສະພາຮູ້.
ທ່ານຊິຟກ່າວຢູ່ໃນຖະແຫຼງການວ່າ “ທາງຄະນະກຳມະການ ຖືວ່າເປັນເລື້ອງສຳຄັນສຸດ ໃນການໃຫ້ຄວາມປົກປ້ອງຄຸ້ມຄອງ ຕໍ່ພວກທີ່ເປີດເຜີຍຄວາມຜິດ ແລະການຮ້ອງທຸກຂອງພວກເຂົາເຈົ້າຕໍ່ລັດຖະສະພາ.”
ຮັກສາການຜູ້ອຳນວຍການອົງການສືບລັບແຫ່ງຊາດ ທ່ານໂຈເຊັຟ ແມັກກວຍເອີ ມາຈົນເຖິງເວລານີ້ ຍັງປະຕິເສດ ບໍ່ຍອມເປີດເຜີຍການຮ້ອງທຸກດັ່ງກ່າວໃຫ້ສະພາຮູ້.
ທະນາຍຄວາມຈາກຫ້ອງການຂອງທ່ານແມັກກວຍເອີ ກ່າວວ່າ ການກ່າວຫາທີ່ວ່ານີ້ ບໍ່ຮອດຂັ້ນ “ສ້າງຄວາມເປັນຫ່ວງຢ່າງຮີບດ່ວນ.”
ທ່ານຊິຟກ່າວວ່າ ທ່ານແມັກກວຍເອີ ຈະໄປປາກົດຕົວຕໍ່ຄະນະກຳມະການດັ່ງກ່າວ ໃນການໄປໃຫ້ການຢ່າງເປີດເຜີຍ ໃນວັນທີ 26 ກັນຍານີ້.