ປະທານາທິບໍດີດໍໂນລ ທຣຳ ກ່າວໃນວັນພຸດວານນີ້ວ່າ ສະຫະລັດ ມີ “ທາງເລືອກຫຼາຍຢ່າງ” ນອກເໜືອໄປຈາກການໂຈມຕີທາງທະຫານເພື່ອເປັນການຕອບໂຕ້ຕໍ່ການໂຈມຕີດ້ວຍລູກສອນໄຟແລະເຮືອບິນບໍ່ມີຄົນຂັບ ຕໍ່ສະຖານທີ່ຜະລິດນ້ຳມັນເຄິ່ງນຶ່ງຂອງຊາອຸດີ ອາຣາເບຍ.
ປະທານາທິບໍດີທຣຳ ກ່າວຕໍ່ພວກນັກຂ່າວ ທີ່ສະໜາມບິນ ຢູ່ລັດຄາລີຟໍເນຍໃນຂະນະທີ່ທ່ານເດີນທາງໄປຫາລາຍໄດ້ ເພື່ອມາສະໜັບສະໜຸນ ທາງການເມືອງໂດຍກ່າວວ່າ “ພວກເຮົາກຳລັງຢູ່ໃນທ່າທີທີ່ເຂັ້ມແຂງຫຼາຍ.” ຢູ່ທີ່ຊາອຸດີ ອາຣາເບຍ ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ໄດ້ກ່າວຫາອີຣ່ານວ່າ ເປັນຜູ້ “ກໍ່ສົງຄາມ” ໃນການໂຈມຕີດັ່ງກ່າວ.
ຖະແຫຼງການຂອງທ່ານທຣຳ ມີຂຶ້ນບໍ່ເທົ່າໃດຊົ່ວໂມງຫຼັງຈາກທ່ານກ່າວວ່າ ທ່ານຈະເພີ້ມການລົງໂທດທາງດ້ານເສດຖະກິດ “ຢ່າງໜັກ” ຕໍ່ອີຣ່ານ ລຸນຫລັງທີ່ໄດ້ມີການໂຈມຕີບໍ່ນ້ຳມັນ ທີ່ວໍຊິງຕັນກ່າວວ່າ ລົງມືໂດຍເຕຫະຣ່ານນັ້ນ.
ທ່ານທຣຳຂຽນລົງໃນທວີດເຕີ້ວ່າ ທ່ານໄດ້ສັ່ງໃຫ້ ລັດຖະມົນຕີກະຊວງການເງິນ ທ່ານສຕີເວັນ ມນຸກຊິນ ເພີ້ມການລົງໂທດທີ່ມີຢູ່ແລ້ວ ໃຫ້ໜັກຂຶ້ນ ຕໍ່ອີຣ່ານ ຊຶ່ງເຈົ້າໜ້າທີ່ອາເມຣິກັນເວົ້າວ່າ ເຮັດໃຫ້ເສດຖະກິດຂອງປະເທດດັ່ງກ່າວປະສົບກັບບັນຫາ ແຕ່ບໍ່ໄດ້ໃຫ້ລາຍລະອຽດໃດໆກ່ຽວກັບການລົງໂທດໃໝ່. ທ່ານທຣຳກ່າວວ່າ ການລົງໂທດທີ່ສະເພາະເຈາະຈົງ ຈະມີການປະກາດໃຫ້ຊາບ ພາຍໃນ 48 ຊົ່ວໂມງ.
ລັດຖະບານທ່ານທຣຳເບິ່ງຄືວ່າ ບໍ່ພຽງແຕ່ບໍ່ຕ້ອງການທີ່ຈະເຮັດສົງຄາມຢ່າງເຕັມອັດຕາກັບອີຣ່ານ ແຕ່ຍັງຕ້ອງການທີ່ຈະສ້າງອຳນາດໃນການສະກັດກັ້ນຄືນໃໝ່ຢູ່ໃນຂົງເຂດ ອີງຕາມຄຳເວົ້າຂອງທ່ານບີລາລຊາອັບ (Bilal Saab) ນັກວິເຄາະດ້ານຄວາມໝັ້ນຄົງຂອງສະຖາບັນພາກຕາເວັນອອກກາງ ທີ່ໄດ້ກ່າວໃນການໃຫ້ສຳພາດຕໍ່ພະແນກພາສາເປີເຊຍຂອງວີໂອເອ.
ທ່ານຊາອັບເວົ້າວ່າ “ເພື່ອສ້າງຄວາມກ້ຳເກິ່ງລະຫວ່າງເປົ້າໝາຍທັງສອງນີ້ ກໍຈະແມ່ນການທ້າທາຍ. ເພື່ອຈະສົ່ງຄຳເຕືອນໄປຍັງອີຣ່ານບໍ່ໃຫ້ເຮັດແບບນີ້ອີກແລະໃນຂະນະດຽວກັນ ກໍຈັດແຈງ ແລະຄວບຄຸມສະຖານະກາ ນບໍ່ໃຫ້ເພີ້ມຄວາມຮຸນແຮງຂຶ້ນ ຂ້າພະເຈົ້າຄິດວ່າທາງເລືອກໃນການປະຕິບັດງານລັບຄວນຢູ່ເທິງໂຕະແລ້ວ.”
ຄຳສັ່ງລົງໂທດຂອງທ່ານທຣຳ ມີຂຶ້ນໃນຂະນະທີ່ທ່ານພອມພຽວ ພົບປະກັບເຈົ້າໜ້າທີ່ຊາອຸດີ ອາຣາເບຍ ຢູ່ນະຄອນເຈັດດາ ກ່ຽວກັບວ່າຈະຕອບໂຕ້ແບບໃດຕໍ່ການໂຈມຕີດັ່ງກ່າວ ຊຶ່ງໄດ້ຫຼຸດການຜະລິດນ້ຳມັນປະຈຳວັນຂອງຊາອຸດີ ອາຣາເບຍລົງ 5 ລ້ານ 7 ແສນຖັງໃນແຕ່ລະມື້ ເກືອບ 6 ເປີເຊັນ ໃນການສະໜອງນ້ຳມັນໃຫ້ແກ່ໂລກ.
ທ່ານພອມພຽວ ກ່າວຢູ່ໃນທວີດເຕີ້ ລຸນຫຼັງການພົບປະເຈລະຈາກັນແລ້ວ ໂດຍເວົ້າວ່າ “ສະຫະລັດແມ່ນຢືນຢູ່ຄຽງຂ້າງຊາອຸດີ ອາຣາເບຍ ແລະສະໜັບສະໜຸນສິດທິໃນການປ້ອງກັນໂຕ. ການປະພຶດແບບຂົ່ມຂູ່ຂອງອຳນາດການປົກຄອງອີຣ່ານ ຈະບໍ່ເປັນທີ່ຍອມຮັບເອົາໄດ້.”