ພາຍຸຄວາມກົດອາກາດຕ່ຳຫົວນຶ່ງໃກ້ໆບາຮາມັສ ມີກຳລັງແຮງຂຶ້ນກາຍເປັນພາຍຸເຂດຮ້ອນຮຳເບີໂຕ ແລະຄາດວ່າຈະກາຍເປັນເຮີຣິເຄນ ໃນອີກສອງສາມມື້ຂ້າງໜ້ານີ້ ອີງຕາມລາຍງານ ຂອງສູນກາງເຮີຣິເຄນແຫ່ງຊາດຂອງສະຫະລັດ ທີ່ນຳອອກເຜີຍແຜ່ໃນຕອນແລງວັນສຸກວານນີ້.
ການເຕືອນກ່ຽວກັບພາຍຸເຂດຮ້ອນຮຳເບີໂຕ ແມ່ນມີຜົນບັງຄັບຢູ່ໃນເຂດພາກຕາເວັນຕົກສຽງເໜືອ ຂອງບາຮາມັສ ຍົກເວັ້ນເກາະແອນໂດສ ຊຶ່ງໝາຍຄວາມວ່າລົມພາຍຸເຂດຮ້ອນຫົວນີ້ແມ່ນຄາດກັນວ່າຈະພັດເຂົ້າສູ່ເຂດທີ່ມີການເຕືອນ ພາຍໃນເວລາ 36 ຊົ່ວໂມງ.
ລາຍງານຂອງສູນກາງເຮີຣິເຄນແຫ່ງຊາດສະຫະລັດກ່າວວ່າ ລົມພາຍຸຫົວນີ້ແມ່ນປະມານ 365 ກິໂລແມັດຫ່າງຈາກເມືອງຟຣີພອດ ຂອງເກາະ Grand Baha-mas ໄປທາງກ້ຳຕາເວັນອອກ ແລະຕາເວັນອອກສຽງໃຕ້ ພວມເຄື່ອນທີ່ໄປທາງພາກຕາເວັນຕົກສຽງເໜືອ 9 ກິໂລແມັດຕໍ່ຊົ່ວໂມງ ໂດຍຄາດວ່າຈະອ່ວຍໜ້າໄປທາງທິດເໜືອແລະຕາເວັນຕົກສຽງເໜືອ ພາຍໃນວັນອາທິດ. ລົມພາຍຸຫົວນີ້ຄາດວ່າຈະພັດຜ່ານພາກຕາເວັນຕົກສຽງເໜືອຂອງເກາະບາຮາມັສໃນວັນເສົາມື້ນີ້ແລະແລະບໍລິເວນນອກແຄມຝັ່ງທະເລກ້ຳຕາເວັນອອກຂອງລັດຟລໍຣິດາໃນວັນອາທິດແລະຕົ້ນອາທິດໜ້າ.
ສູນກາງເຮີຣິເຄນຂອງສະຫະລັດກ່າວວ່າ ຄວາມແຮງຂອງໃນການພັດຂອງລົມພາຍຸ ໄດ້ເພີ້ມຂຶ້ນເປັນເກືອບ 65 ກິໂລແມັດຕໍ່ຊົ່ວໂມງແລ້ວ ແລະກ່າວຕື່ມວ່າຄວາມແຮງຂອງລົມພາຍຸຮຳເບີໂຕຄາດວ່າ ຈະຄ່ອຍໆເພີ້ມຂຶ້ນ ແລະກາຍເປັນລົມພາຍຸເຮີຣິເຄນ ພາຍໃນອີກສອງ ຫຼືສາມມື້ຂ້າງໜ້ານີ້.
A tropical depression near the Bahamas has strengthened into Tropical Storm Humberto, the U.S. National Hurricane Center said late Friday night.
A tropical storm warning is in effect for the northwest Bahamas, excluding Andros Island, meaning that tropical storm conditions are expected somewhere in the warning area within 36 hours.
The agency said the storm was about 365 kilometers (226 miles) east-southeast of Freeport, Grand Bahama Island, moving toward the northwest at almost 9 kilometers (15 miles) per hour, with a turn toward the north-northwest expected by Sunday.
The storm is expected to pass very close to the northwestern Bahamas Saturday but stay offshore of Florida's east coast by Sunday and early next week.
The agency said maximum sustained winds had increased to nearly 65 kph (40 mph) and added that gradual strengthening is forecast, with Humberto expected to become a hurricane in two or three days.