ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປາ​ກິ​ສ​ຖານ ເຕືອນ​ວ່າ ການ​ເຄື່ອນ​ໄຫວ ຂອງ​ອິນ​ເດຍ ຢູ່​ແຄັ​ສ​ເມຍ ຈະ​ພາ​ໃຫ້​ເກີດ ພວກ​ຫົວ​ຮຸນ​ແຮງ


ເດັກ​ນ້ອຍ​ຊາວ​ປາ​ກິ​ສ​ຖານຄົນ​ນຶ່ງ​ຈາກ​ແຄວ້ນ​ແຄັ​ສ​ເມຍ ຖື​ທຸງ​ຊາດ​ປາ​ກິ​ສ​ຖານ ​ແລະ​​ຂ​ອງ​ແຄວ້ນ​ແຄັ​ສ​ເມຍ ວັນ​ທີ 13 ກັນ​ຍາ 2019.
ເດັກ​ນ້ອຍ​ຊາວ​ປາ​ກິ​ສ​ຖານຄົນ​ນຶ່ງ​ຈາກ​ແຄວ້ນ​ແຄັ​ສ​ເມຍ ຖື​ທຸງ​ຊາດ​ປາ​ກິ​ສ​ຖານ ​ແລະ​​ຂ​ອງ​ແຄວ້ນ​ແຄັ​ສ​ເມຍ ວັນ​ທີ 13 ກັນ​ຍາ 2019.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ກິ​ສ​ຖານ ທ່ານ​ອິມ​ຣານ ຄ​ານ ໄດ້​ເຕືອນ​ວ່າ ການເຄື່ອນ​ໄຫວ​ຂອງ​ອິນ​ເດຍ​ເມື່ອ​ໄວໆ​ມານີ້​ຢູ່​ໃນ​ແຄວ້ນ​ແຄັ​ສ​ເມຍທີ່​ຍັງ​ເປັນ​ບັນ​ຫາ​ໂຕ້​ແຍ້ງນັ້ນ ຈະ​ກໍ່​ໃຫ້​ເກີດ​ກຸ່ມ​ຫົວ​ຮຸນ​ແຮງ​ຈັດ​ໃນ​ໝູ່​ພວກ​ຊາວ​ມຸ​ສ​ລິມ ຢູ່​ໃນ​ອິນ​ເດຍ​ແລະໃນ​ທົ່ວ​ໂລກ.

ທ່ານ​ຄານ​ໃຫ້​ຄວາມ​ເຫັນ​ດັ່ງ​ກ່າວ ​ໃນ​ວັນ​ສຸກວານນີ້ ລະ​ຫວ່າງ​ການ​ກ່າວ​ຄຳ​ປາ​ໄສ​ຕໍ່​ການ​ໂຮມ​ຊຸມ​ນຸມ ​ຂອງ​ປະ​ຊາ​ຊົນ​ຫຼາຍ​ພັນ​ຄົນ ທີ່​ເມືອງ​ມຸ​ສ​ຊາ​ຟາ​ຣາ​ບັດ ຊຶ່ງເປັນ​ເມືອງ​ເອກ ​ແຄວ້ນ​ແຄັ​ສ​ເມຍ ໃນ​ສ່ວນ​ທີ່​ປາ​ກິ​ສ​ຖານ​ປົກ​ຄອງ ໂດຍ​ກ່າວ​ວ່າ “ເວ​ລ​າເຈົ້າ​ບໍ່​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ມວນ​ມະ​ນຸດ ເວ​ລາ​ເຈົ້າ​ຊຸກ​ເຂົາ​ເຂົ້າ​ຝາ ເຂົາ​ເຈົ້າກໍ​ຈະ​ກາຍ​ເປັນ​ພວ​ກ​ຫົວ​ຮຸນ​ແຮງ.”

ນອກນັ້ນ ທ່ານ​ຍັງ​ໄດ້​ຕ້ອງ​ຕິ​ລັດ​ຖະ​ບານ​ມຸ​ສ​ລິມ​ບາງ​ປະ​ເທດ ທີ່​ໄດ້​ໃຫ້​ການ​ສະໜັບ​ສະ​ໜຸນ​ຢ່າ​ງເປັນ​ການ​ເປີດ​ເຜີຍ​ຕໍ່​ການ​ເຄື່ອນ​ໄຫວ​ຂອງ​ອິນ​ເດຍ​ຢູ່​ໃນ​ແຄວ້ນແຄັ​ສ​ເມຍ ຫຼື​ວ່າ​ບໍ່​ໄດ້​ປາກ​ໄດ້​ເວົ້າ​ຫຍັງ​ເລີຍ.

ທ່ານ​ຄານ​ເຕືອນ​ວ່າ “ລັດ​ຖະ​ບານ​ມຸ​ສ​ລິມ​ບາງ​ປະ​ເທດ​ແມ່ນ​ມິດ​ງຽບຍ້ອນ​ຄວາມ​ສຳ​ພັນ​ທາງ​ດ້ານ​ການ​ຄ້າ​ຂອງ​ພວກ​ເຂົາ ​ກັບ​ອິນ​ເດຍ ແຕ່​ຊ​າວ​ມຸ​ສ​ລິມ​ 1,250 ລ້ານ​ຄົນພວມ​ຈັບ​ຕາ​ເບິ່ງ​ຢູ່. ພວກ​ເຂົາ​ບາງ​ຄົນ​ຈະ​ຖືກ​ກົດ​ດັນ​ໃຫ້​ກາຍ​ເປັ​ນ​ພວກຫົວ​ຮຸນ​ແຮງ​ຈັດ ພວກ​ເຂົາ​ບາງ​ຄົນ​ຈະ​ຈັບ​ປືນ​ຂຶ້ນ​ຕໍ່​ສູ້.”

ແຄວ້ນ​ແຄັ​ສ​ເມຍ ເປັນ​ພຽງ​ເຂດ​ດຽວ​ເທົ່າ​ນັ້ນ​ຂອງ​ອິນ​ເດຍ ທີ່​ມີ​ຊາວ​ມຸ​ສ​ລິມ​ເປັນ​ຄົນ​ກຸ່ມ​ໃຫຍ່.

ໃນ​ເດືອນ​ສິງ​ຫາ​ຜ່ານ​ມາ ຫລັງ​ຈາກ​ອິນ​ເດຍ​ໄດ້​ປ່ຽນ​ແປງ​ກົດ​ໝາຍ ຍຸ​ຕິ​ການ​ໃຫ້​ຖາ​ນະ​ພິ​ເສດ​ແກ່​ດິນ​ແດນ​ດັ່ງ​ກ່າວ ແລະ​ຍົກ​ເລີກ​ສິດ​ທິ​ໃນ​ການ​ປົກ​ຄອງ​ຕົນ​ເອງແລ້ວ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຂອງ​ສະ​ຫະ​ລັດ​ອາ​ຣັບ​ເອ​ເມີ​ເຣັ​ສປະ​ຈຳ​ນະ​ຄອນ​ນິວ​ເດ​ລີ ກໍ​ໄດ້​ອອກ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ ສະ​ໜັບ​ສະ​ໜຸນ​ການ​ເຄື່ອນ​ໄຫວ​ນີ້.

ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ໝັດ ອາ​ລ-ບາ​ນ​ດາກ່າວ​ວ່າ “ພວກ​ເຮົາ​ຄາດ​ວ່າ​ ການ​ປ່ຽນ​ແປງນີ້ ຈະ​ເຮັດ​ໃຫ້​ຄວາມ​ຍຸ​ຕິ​ທຳ​ໃນ​ສັງ​ຄົມ ​ແລະ​ຄວາມ​ໝັ້ນ​ຄົງ​ດີ​ຂຶ້ນ ແລະ​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະ​ຊາ​ຊົນ​ໃນ​ການ​ປົກ​ຄອງຢູ່​ໃນ​ທ້ອງ​ຖິ່ນ ແລະ​ຈະ​ຊຸກ​ຍູ້​ໃຫ້​ມີ​ສະ​ຖຽນ​ລະ​ພາບ​ແລະ​ສັນ​ຕິ​ພາບ​ຕື່ມ​ຂຶ້ນ.”

ແຄວ້ນ​ແຄັ​ສ​ເມຍ ​ໄດ້​ມີ​ການ​ອ້າງ​ເອົາ​ກຳ​ມະ​ສິດ​ ໂດຍ​ປາ​ກິ​ສ​ຖານ ແລະ​ອິນ​ເດຍນັບ​ແຕ່​ປະ​ເທດ​ທັງ​ສອງ​ໄດ້​ຮັບ​ເອກ​ກະ​ລາດ​ຈາກ​ອັງ​ກິດ​ໃນ​ປີ 1947. ປະ​ເທດ​ທັງ​ສອງ​ໄດ້​ປົກ​ຄອງ​ແຄວ້ນ​ແຄັ​ສ​ເມຍ ຄົນ​ລະ​ສ່ວນ ໂດຍ​ມີອັນ​ທີ່​ເອີ້ນ​ວ່າ ​ເສັ້ນ​ຄວບ​ຄຸມ ເປັນ​ເສັ້ນ​ທີ່​ແບ່ງ​ເຂດ​ແດນ​ຕົວ​ຈິງ. ຢູ່​ໃນ​ປະ​ເທດ​ທັງ​ສອງ ແຄວ້ນ​ແຄັ​ສ​ເມຍ ຕ່າງ​ກໍ​ມີ​ຖາ​ນະ​ພິ​ເສດ ຊຶ່ງ​ເປັນ​ເຂດ​ທີ່​ຂ້ອນ​ຂ້າງ​ມີ​ສິດ​ໃນ​ການ​ປົກ​ຄອງ​ຕົນ​ເອງ ມີທຸງ​ຂອງ​ຕົນ​ເອງ ແລະ​ກໍ​ມີ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຂອງ​ຕົນ​ເອງ ຈົນ​ເທົ່າ​ການ​ເຄື່ອນ​ໄຫວ​ຂອງ​ອິນ​ເດຍ ໃນ​ເດືອນ​ແລ້ວນີ້.

​ອ່ານ​ຂ່​າວນີ້​ຕື່ມ​ເປັນພາ​ສາ​ອັງ​ກິດ

XS
SM
MD
LG