ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຈີນ ຫາ​ທາງ ຈະ​ຊື້​ສິນ​ຄ້າ​ກະ​ເສດ ສ​ຫລ ຂະ​ນະ​ທີ່ ປະ​ເທດ​ຄູ່​ແຂ່ງ​ທັງ​ສອງ ສະ​ແດງ​ຄວາມ​ເປັນ​ມິດ​ຕະ​ພາບ ຕໍ່​ກັນ


ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ທ່ານ​ຫຼີ ເກີ​ຈຽງ ໂອ້​ລົມ​ກັບຮອງປະ​ທານ ແລະ​ຫົວ​ໜ້າ​ກິດ​ຈະ​ການ​ຕ່າງ​ປະ​ເທດ ຂອງ​ສະ​ພາ​ການ​ຄ້າ​ສະ​ຫະ​ລັດ ທ່ານ​ມາຍ​ຣອນ ບ​ຣາຍ​ອັນ ເມື່ອ​ວັນ​ທ​ີ 10 ກັນ​ຍາ 2019 ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ.
ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ທ່ານ​ຫຼີ ເກີ​ຈຽງ ໂອ້​ລົມ​ກັບຮອງປະ​ທານ ແລະ​ຫົວ​ໜ້າ​ກິດ​ຈະ​ການ​ຕ່າງ​ປະ​ເທດ ຂອງ​ສະ​ພາ​ການ​ຄ້າ​ສະ​ຫະ​ລັດ ທ່ານ​ມາຍ​ຣອນ ບ​ຣາຍ​ອັນ ເມື່ອ​ວັນ​ທ​ີ 10 ກັນ​ຍາ 2019 ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ.

ຈີນ​ໃນ​ວັນ​ພະ​ຫັດ​ວານນີ້ ໄດ້​ສະ​ແດງ​ອອກ​ຊຶ່ງ​ມິດ​ຕະ​ພາບ​ເທື່ອ​ຫຼ້າ​ສຸດ​ໃນ​ສົງ​ຄາມ​ການ​ຄ້າ ​ທີ່​ພວມ​ມີ​ຂຶ້ນ​ກັບ​ສະ​ຫະ​ລັດ ໃນ​ຂະ​ນະ​ທີ່​ປະ​ເທດ​ທັງ​ສອງ ຊຶ່ງ​ມີ​ເສດ​ຖະ​ກິດ​ໃຫຍ່​ສຸດ​ຂອງ​ໂລກ ພວມ​ກະ​ກຽມ​ທີ່​ຈະ​ເປີດ​ການ​ເຈ​ລະ​ຈາ​ການ​ຄ້າ​ໃນ​ລະດັບ ​ສູງ.

ໂຄ​ສົກ​ກະ​ຊວງ​ການ​ຄ້າ​ຂອງ​ຈີນ ທ່ານ​ກາວ ເຟັ້ງ ກ່າວ​ວ່າ ຈີນ​ພວມ​ຊອກ​ຫາ​ຊ່ອງ​ທາງ​ທີ່​ຈະ​ຊື້​ສິນ​ຄ້າ​ກະ​ເສດ​ຕະ​ກຳ​ຂອງ​ສະ​ຫະ​ລັດ ເຊັ່ນ​ໝູ ແລະ​ໝາກ​ຖົ່ວເຫຼືອງ.

ທ່ານ​ກາວ​ເວົ້າ​ວ່າ ຈີນ​ຍິນ​ດີ​ຕ້ອນ​ຮັບ​ການກະ​ທຳ​ທີ່ສະ​ແດງ​ອອກ​ຊຶ່ງ​ມິດຕະ​ພາບ ​ຂອງ​ລັດ​ຖະ​ບານ​ທ່ານ​ທ​ຣຳ ແລະ​ຈີນ​ຫວັງ​ວ່າ​ທັງ​ສອງ​ຝ່າຍ ຈະ​ສືບ​ຕໍ່ສ້າງ​ເງື່ອນ​ໄຂ ​ທີ່​ເອື້ອ​ອຳ​ນວຍ​ໃຫ້​ແກ່​ການ​ເຈ​ລະ​ຈາ​ດ້ານ​ການ​ຄ້າ.

ໃນ​ວັນ​ພຸດ​ແລ້ວ ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານດໍ​ໂນ​ລ ທ​ຣຳ ໄດ້​ປະ​ກາດ ເລື່ອນເວ​ລາ​ ໃນ​ການ​ຂຶ້ນ​ພາ​ສີ ​ຕໍ່​ສິນ​ຄ້າຈີນ ມູນ​ຄ່າ 250 ຕື້​ໂດ​ລາ ຈາກວັນທີ 1 ໄປ​ໃສ່​ວັນ​ທີ 15 ຕຸ​ລາ.

ທ່ານ ທ​ຣຳ ໄດ້​ປະ​ກາດ​ຢູ່​ທວິ​ດ​ເຕີ​ໃນ​ຕອນ​ແລງວັນ​ພຸດ​ຜ່ານ​ມານີ້​ວ່າ “ຮອງ​ນາ​ຍົກລັດ​ຖະ​ມົນ​ຕີຈີນ ທ່ານ ຫຼິວ ເຫ ໄດ້​ຂໍ​ໃຫ້​ເລື່ອນ​ເວ​ລາ​ອອກ​ໄປ​ເພື່ອ​ການ​ສະ ຫຼອງວັນ​ຄົບ​ຮອບ 70 ປີ​ໃນ​ການ​ສ້າງ​ຕັ້ງສາ​ທາ​ລະ​ນະ​ລັດ ປະ​ຊາ​ຊົນຈີນ, ໃນ​ວັນ​ທີ 1 ຕຸ​ລານີ້.

ການ​ປະ​ກາດ​ຂອງ​ທ່ານ ທ​ຣຳ ໄດ້​ມີ​ຂຶ້ນຫຼັ​ງຈາກຈີນ ໄດ້​ກ່າວ​ໃນ​ຕອນ​ເຊົ້າ​ວັນ​ພຸດ​ຜ່ານ​ມານີ້ວ່າ ​ເຂົາ​ເຈົ້າ​ໄດ້​ຍົກ​ເວັ້ນ​ຜະ​ລິດ​ຕະ​ພັນ​ຈຳ​ນວນນຶ່ງຂອງສະ​ຫະ​ລັດ ຈາກ​ມາດ​ຕະ​ການ​ລົງ​ໂທດ​ຊຸດ​ຕໍ່​ໄປທີ່​ຈະ​ເລີ່ມ​ຕົ້ນ​ໃນ​ວັນ​ທີ 17 ກັນ​ຍາ ຊຶ່ງ​ຮວມ​ທັ​ງກຸ້ງ ເຄື່ອງ ​ຈັກ​ຕໍ່​ສູ້​ກັບ​ໂຣກ​ມະ​ເຮັງ ນ້ຳ​ມັນອຸດ​ສາ​ຫະ​ກຳ ແລະ ສານ​ເຄ​ມີນາໆ​ຊະ​ນິດ.

ບັນ​ດາ​ນັກ​ເຈ​ລະ​ຈາ​ລະ​ດັບ​ປານ​ກາງ ​ມີ​ແຜນ​ຈະ​ປະ​ຊຸມ​ກັນ​ໃນ​ທ້າຍ​ເດືອນນີ້ ເພື່ອ​ກະ​ກຽມການ​ເຈ​ລະ​ຈາ​ລະ​ດັບ​ສູງ​ ເທື່ອ​ທຳ​ອິດ ລະ​ຫວ່າງສະ​ຫະ​ລັດ ກັບຈີນ ນັບ​ຕັ້ງ​ແຕ່​ເດືອນ​ກໍ​ລະ​ກົດ ​ເປັນ​ຕົ້ນ​ມາ.

ການ​ເຈ​ລະ​ຈາ​ດັ່ງ​ກ່າວ ​ມີ​ກຳ​ນົດ​ທີ່​ຈະ​ໄຂ​ຂຶ້ນ​ໃນ​ເດືອນ​ໜ້າ ​ທີ່​ນະ​ຄອນຫຼວງວໍ​ຊິງ​ຕັນ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ຂອງ​ສະ​ຫະ​ລັດ ທ່ານ​ສ​ຕີ​ເວນ ມ​ນຸກ​ຊິນ ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ “ທ່ານ​ມີ​ຄວາມ​ຫວັງ​ໄປ​ໃນ​ແງ່​ດີ” ວ່າ ຂໍ້​ຕົກ​ລົງ​ສາ​ມາດ​ບັນລຸ​ກັນ​ໄດ້ ເພື່ອ​ແກ້​ໄຂ​ການ​ຂັດ​ແຍ້ງ​ທາງ​ດ້ານ​ການ​ຄ້າໃນ​ການ​ເຈ​ລະ​ຈາ​ຄັ້ງ​ຈະ​ມາ ແຕ່​ໃນ​ຂະ​ນະ​ດຽວ​ກັນ​ກໍ​ເຕືອນ​ວ່າ ລັດ​ຖະ​ບານ​ທ່ານ​ທ​ຣຳ ແມ່ນ​ພ້ອມ​ແລ້ວ​ທີ່​ຈະຮັກ​ສາ​ ຫຼື​ແມ່ນ​ກະ​ທັງ​ຂຶ້ນ​ພາ​ສີ ຕໍ່​ສິນ​ຄ້າ​ຂອງ​ຈີນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG