ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຜູ້​ສະ​ໝັກ ປະ​ທາ​ນາ​ທິ​ບໍ​ດີ ພັກ​ເດ​ໂມ​ແຄ​ຣັດ ຕ້ອງ​ຕິກັນ​ແລະ​ກັນ ແລະ​​ໂຈມ​ຕີ ປ. ທ​ຣຳ ໃນ​ການ​ໂຕ້​ວາ​ທີ ຢູ່​ລັດ​ເທັກ​ຊັ​ສ


ສະ​ມາ​ຊິກ​ສະ​ພາ​ສູງ ເບີ​ນີ ແຊນ​ເດີ​ສ໌ (ຊ້າຍ) ອະ​ດີດ ຮອງ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດິນ (ກາງ) ແລະ​ສະ​ມາ​ຊິກ​ສະ​ພາ​ສູງ ເອ​ລີ​ຊາ​ເບັດ ວໍ​ເຣັນ (ຂວາ) ທີ່​ເຂົ້າ​ຮ່ວມ​ການ​ໂຕ້​ວາງ​ທີ ຂອງ​ຜູ້​ສະ​ໝັກປະ​ທາ​ນາ​ທິ​ບໍ​ດີ​ພ​ັກ​ເດ​ໂມ​ແຄ​ຣັດ ຢູ່​ນະ​ຄອນ​ຮູ​ສ​ຕັນ ລັດ​ເທັກ​ຊັສ. (12 ກັນ​ຍາ 2019)
ສະ​ມາ​ຊິກ​ສະ​ພາ​ສູງ ເບີ​ນີ ແຊນ​ເດີ​ສ໌ (ຊ້າຍ) ອະ​ດີດ ຮອງ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດິນ (ກາງ) ແລະ​ສະ​ມາ​ຊິກ​ສະ​ພາ​ສູງ ເອ​ລີ​ຊາ​ເບັດ ວໍ​ເຣັນ (ຂວາ) ທີ່​ເຂົ້າ​ຮ່ວມ​ການ​ໂຕ້​ວາງ​ທີ ຂອງ​ຜູ້​ສະ​ໝັກປະ​ທາ​ນາ​ທິ​ບໍ​ດີ​ພ​ັກ​ເດ​ໂມ​ແຄ​ຣັດ ຢູ່​ນະ​ຄອນ​ຮູ​ສ​ຕັນ ລັດ​ເທັກ​ຊັສ. (12 ກັນ​ຍາ 2019)

ຜູ້​ລົງສະ​ໝັກ​ແຂ່ງຂັນ ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ ສັງ​ກັດ​ພັກ​ເດ​ໂມ ແຄ​ຣັດ ທີ່ມີ​ຄະ​ແນນ​ນຳ​ໜ້າ 10 ຄົນ ໄດ້​ປະ​ເຊີນ​ໜ້າ​ ໃນ​ການ​ໂຕ້​ວາ​ທີ​ແບບ​ມີຊີ​ວິດ​ຊີ​ວາໃນ​ຄືນ​ວັນ​ພະ​ຫັດ​ວານນີ້ ໂດຍໄດ້​ກ່າວ​ຕ້ອງ​ຕິ​ກັນ​ແລະ​ກັນ ​ໃນ​ຫຼາຍໆບັນ​ຫາ ແຕ່​ໃນ​ຂະ​ນະ​ດຽວ​ກັນ​ກໍ​ກ່າວ​ໂຈມ​ຕີ​ບຸກ​ຄົນ​ທີ່​ພວກ​ເຂົາ​ເຈົ້າ​ຕ້ອງ​ການ​ຈະຂັບ​ໄລ່​ອອກ​ຈາກ​ທຳ​ນຽບ​ຂາວ​ໃນການ​ເລືອກ​ຕັ້ງ​ປີ 2020 ​ຄື​ປະ​ທາ​ນາ​ທິ​ບໍ​ດີ ດໍໂນ​ລ ທ​ຣຳ ທີ່​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ.

ສະ​ມາ​ຊິກ​ສະ​ພາ​ສູງ​ຈາກ​ລັດ​ຄາ​ລີ​ຟໍ​ເນຍ ທ່​ານ​ນາງ​ແຄ​ມາ​ລາ ແຮ​ຣິ​ສ ຊຶ່ງ​ເປັນ​ອະ​ດີດ​ໄອ​ຍະ​ການ ກ່າວ​ຫາ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ວ່າ ພົວ​ພັນໃນ​ເລື້ອງ “ຄວາມກຽດ​ຊັງ ການ​ຂົ່ມ​ຂູ່ ແລະ​ຄວາມ​ຢ້ານ​ກົວ” ແລະ​ໄດ້​ເວົ້າ​ຕົວະສິບ​ສອງ​ພັນ​ເທື່ອໃນ​ລະ​ຫວ່າງ​ທີ່​ທ່ານ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ສອງ​ປີ​ເຄິ່ງ.

ທ່ານ​ນາງ​ກ່າວ​ວ່າ ເຫດ​ຜົນ​ດຽວ​ເທົ່າ​ນັ້ນ ​ທີ່​ທ່ານ​ທ​ຣຳ​ບໍ່​ໄດ້​ຖືກ​ຟ້ອງ​ໃນ​ການ​ຂັດ​ຂວາງ ການ​ສືບ​ສວນ ທີ່​ຄະ​ນະ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານໃນ​ປີ 2016 ພົວ​ພັນກັບ​ຣັດ​ເຊຍ ກໍ​ຍ້ອນ​ ນະ​ໂຍ​ບາຍ​ຂອງ​ກະ​ຊວງ​ຍຸ​ຕິ​ທຳ “ກ່າວ​ວ່າ​ປະທາ​ນາ​ທິບໍ​ດີທີ່​ພວມ​ດຳ​ລົງ​ຕຳ​ແໜ່ງ​ບໍ່​ສາ​ມາດ​ຖືກ​ຟ້ອງ​ໃນ​ການ​ກະ​ທຳ​ຄວາມ​ຜິດ​ໄດ້.”

ທ່ານ​ນາງ​ປະ​ກາດ​ວ່າ “ປະ​ຊາ​ຊົນ​ຊາວ​ອາ​ເມ​ຣິກັນແມ່ນ​ດີກວ່ານັ້ນ​ຫຼາຍ.”

ສ່ວນ​ອະ​ດີດ​ສະ​ມາ​ຊິກ​ສະ​ພາ​ຕ່ຳ​ຈາກ​ລັດ​ເທັກ​ຊັ​ສ ທ່ານ​ເບ​ໂຕ ໂອ​ຣວກ ກ່າວ​ວ່າ ມື​ປຶນ ​ທີ່​ເມືອງ​ແອ​ລ​ພາ​ໂຊ ​ລັດ​ເທັກ​ຊັ​ສ ບ້ານ​ເກີດ​ຂອງ​ທ່ານ ທີ່​ໄດ້​ແນ​ເປົ້າ​ໝາຍໃສ່​ຊາວ​ເມັກ​ຊິ​ໂກ ຊຶ່ງ​ໄດ້​ສັງ​ຫານ 22 ຄົນ​ໃນ​ຕົ້ນ​ເດືອນ​ສິງ​ຫານັ້ນ “ແມ່ນ​ໄດ້​ຮັບແຮງ​ກະ​ຕຸກ​ຊຸກ​ຍູ້​ໃຫ້​ຂ້າ​ຄົນ ​ໂດຍ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ພວກ​ເຮົາ” ຍ້ອນ​ການ​ປຸກ​ລະ​ດົມຕໍ່​ຕ້ານ​ພວກ​ຄົ​ນ​ເຂົ້າ​ເມືອງ ​ທີ່​ພະ​ຍາ​ຍາມ​ເຂົ້າ​ມາ​ໃນ​ສະ​ຫະ​ລັດ ໂດຍ​ຜ່ານ​ຊາຍ​ແດນ​ທາງ​ໃຕ້​ທີ່​ຕິດ​ກັບ​ເມັກ​ຊິ​ໂກ.

ສະ​ມາ​ຊິກ​ສະ​ພາ​ສູງ​ເອ​ມີ ໂຄ​ລ​ບູ​ຊາ ຈາກ​ລັດ​ມິນ​ເນ​ໂຊ​ຕາ ​ກ່າ​ວວ່າ ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ “​ຈະ​ຕົວະ​ຫຼາຍກວ່າ​ເປັນ​ຜູ້​ນຳ​ພາ.”

ຜູ້​ສະ​ໝັກ​ທີ່​ມີ​ຄະ​ແນນ​ສຽງ​ນຳ​ໜ້າ 3 ຄົນ​ຂອງ​ພັກ​ເດ​ໂມ​ແຄ​ຣັດ ຄື​ອະ​ດີດ ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ສະ​ມາ​ຊິກ​ສະ​ພາ​ສູງ ເອ​ລິ​ຊາ​ເບັດ ວໍ​ເຣັນ ແລະ ທ່ານ ເບີ​ນີ ແຊນ​ເດີ​ສ໌ ຕ່າງ​ກໍ​ໄດ້​ພາ​ກັນ​ຕ້ອງ​ຕິ​ທ່ານ​ທ​ຣຳ​ຢ່າງ​ໜັກ.

ທ່ານ ໄບ​ເດັນ ຊຶ່ງ​ເປັນຮອງ​ປະ​ທາ​ນາ​ທິ​ບໍ​ດີ ສອງ​ສະ​ໄໝ ຂອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ບາ​ຣັກ ໂອ​ບາ​ມາ ກ່າວ​ວ່າ ທ່ານ​ໄດ້​ປະ​ຕິ​ເສດ​ທີ່​ຈະ​ເລື່ອນ​ເວ​ລາ​ໃນ​ຄວາມພະ​ຍາ​ຍາມ​ເພື່ອ​ປິ່ນ​ປົວ​ໂຣກ​ມະ​ເຮັງແລະ​ໂຣກ​ຄວາມ​ຈຳ​ເຊື່ອມ ແລະ​ປັບ​ປຸງ​ການສຶກ​ສາ ​ຍ້ອນ​ນະ​ໂຍ​ບາຍ​ທີ່​ສ້າງ​ຜົນ​ກະ​ທົບ​ໂດຍ​ລັດ​ຖະ​ບານ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ. ທ່ານ​ກ່າວ​ວ່າ “ມີ​ໂອ​ກາດ​ອັນ​ໃຫຍ່​ຫຼວງເວ​ລາ​ໃດ​ທີ່​ພວກ​ເຮົາ​ໄດ້​ກຳ​ຈັດ​ທ່ານ​ທ​ຣຳແລ້ວ.”

ສ່ວນ​ທ່ານແຊນ​ເດີ​ສ໌ ​ເອີ້ນ​ທ່ານ​ທ​ຣຳ​ວ່າ “ປະ​ທາ​ນາ​ທິ​ບໍ​ດີ​ທີ່​ເປັນ​ອັນ​ຕະ​ລາຍ​ທີ່​ສຸດ ໃນ​ປະ​ຫວັດ​ສາດ​ຂອງ​ປະ​ເທດນີ້.”


ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG