ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​ອິ​ສ​ຣາ​ແອ​ລ ກ່າ​ວວ​່າ ຕົນ​ໂຈມ​ຕີ ເປົ້າ​ໝາຍ ຂອງ​ອີ​ຣ່ານ ໃນ​ຊີ​ເຣຍ


ຮູບນ​ີ້​ເອົາ​ມາ​ຈາກວີ​ດີ​ໂອ ​ອົງ​ການ​ຂ່າວ​ວິ​ທະ​ຍ​ຸ ແລະ​ໂທ​ລະ​ພາບ ຂອງ​ຊີ​ເຣຍ ໃນ​ແລງວັນ​ທີ 24 ສິງ​ຫາ 2019 ທີ່​ສະ​ແດງ​ໃຫ້​ເຫັນ​ແສງ​ຢູ່​ເທິງ​ທ້ອງ​ຟ້າ ເໜືອ​ເຂດ​ອາກ​ຣາ​ບາ ທາງ​ຕາ​ເວັນ​ອອກ​ສຽງ​ໃຕ້ ຂອງ​ນະ​ຄອນ​ຫຼວງ​ຊີ​ເຣ​ຍ ໃນ​ລະ​ຫວ່າງ​ການ​ໂຈມ​ຕີ ຂອງ​ອິ​ສ​ຣາ​ແອ​ລ
ຮູບນ​ີ້​ເອົາ​ມາ​ຈາກວີ​ດີ​ໂອ ​ອົງ​ການ​ຂ່າວ​ວິ​ທະ​ຍ​ຸ ແລະ​ໂທ​ລະ​ພາບ ຂອງ​ຊີ​ເຣຍ ໃນ​ແລງວັນ​ທີ 24 ສິງ​ຫາ 2019 ທີ່​ສະ​ແດງ​ໃຫ້​ເຫັນ​ແສງ​ຢູ່​ເທິງ​ທ້ອງ​ຟ້າ ເໜືອ​ເຂດ​ອາກ​ຣາ​ບາ ທາງ​ຕາ​ເວັນ​ອອກ​ສຽງ​ໃຕ້ ຂອງ​ນະ​ຄອນ​ຫຼວງ​ຊີ​ເຣ​ຍ ໃນ​ລະ​ຫວ່າງ​ການ​ໂຈມ​ຕີ ຂອງ​ອິ​ສ​ຣາ​ແອ​ລ

ອິ​ສ​ຣາ​ແອ​ລ​ກ່າວ​ວ່າ ຕົນ​ໄດ້​ໂຈມ​ຕີ​ເປົ້າ​ໝາຍ​ຂອງ​ອີ​ຣ່ານ​ໃນ​ຊີ​ເຣຍ ເພື່ອ​ທຳ​ລາຍ​ການ​ໂຈມ​ຕີ​ທີ່​ອາດ​ມີ​ຂຶ້ນ ​ໂດຍ​ອັນ​ທີ່​ອິ​ສ​ຣາ​ແອ​ລ​ເອີ້ນ​ວ່າ “ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ຫຼືໂດຣນ​ສັງ​ຫານ” ຂອງ​ອີ​ຣ່ານຕໍ່​ອິ​ສ​ຣາ​ແອ​ລ.

ເຖິງ​ແມ່ນ​ອີ​ຣ່ານ​ໄດ້​ປະ​ຕິ​ເສດ​ຕໍ່​ການ​ໂຈມ​ຕີ​ກໍ​ຕາມເຫດ​ຮ້າຍ​ດັ່ງ​ກ່າວ​ໄດ້​ກໍ່​ໃຫ້​ເກີດຄວາມ​ເຄັ່ງ​ຕຶງ​ຄັ້ງ​ໃໝ່ ລະ​ຫວ່າງ​ອິ​ສ​ຣາ​ແອ​ລ​ແລະ​ອີ​ຣ່ານ. ອິ​ສ​ຣາ​ແອ​ລ​ໄດ້​ສັ່ງ​ໃຫ້ຕິດ​ຕັ້ງ​ລະ​ບົບ​ປ້ອ​ງ​ກັນ​ລູກ​ສອນ​ໄຟ “Iron Dome” ຂອງ​ຕົນ ໃນ​ເຂດ​ຊາຍ​ແດນ​ທີ່​ຕິດ​ກັ​ບ​ຊີ​ເຣຍ.

ມັນ​ເປັນ​ເລື້ອງ​ທີ່​ບໍ່​ຄ່ອຍ​ເຫັນ​ກັນ ທີ່​ອິ​ສ​ຣາ​ແອ​ລ​ໄດ້ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບໃນການ​ໂຈມ​ຕີ​ທາງ​ອາ​ກາດ​ຕໍ່​ເປົ້າ​ໝາຍ​ຂອງ​ອີ​ຣ່ານ​ໃນ​ຊີ​ເຣຍ ເຖິງ​ແມ່ນ​ມີ​ການ​ເຊື່ອກັນ​ວ່າ ​ອິ​ສ​ຣາ​ແອ​ລ​ເປັນທຳ​ການຜູ້​ໂຈມ​ຕີ​ຫຼາຍ​ຮ້ອຍ​ຄັ້ງ​ຕໍ່​ເປົ້າ​ໝາຍ​ເຫຼົ່າ​ນີ້​ໃນ​ໄລ​ຍະ​ສອ​ງ​ສາມ​ປີ​ທີ່​ຜ່ານ​ມາ. ແຕ່​ໃນ​ເທື່ອນີ້ ນາ​ຍົກ​ລັດ​ຖ​ະ​ມົນ​ຕີ​ອິ​ສ​ຣາ​ແອ​ລ ທ່ານເບັນ​ຈະ​ມິນ ເນ​ຕັນ​ຢ​າ​ຮູ ໄດ້​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ ໃນ​ການ​ຂຽນ​ລົງ​ທາງທວີດ​ເຕີ້ ທີ່​ໄດ້​ກ່າວ​ຊົມ​ເຊີຍ​ການ​ປະ​ຕິ​ບັດ​ງານທີ່​ສຳ​ຄັນ​ຂອງກອງ​ທັບແລະ​ເວົ້າອີ​ຣ່ານ​ມີ​ແຜນ​ການ​ທີ່​ຈະ​ສົ່ງ​ໂດ​ຣນ​ສັງ​ຫານ​ທີ່​ຕິດ​ລະ​ເບີດ​ຈຳ​ນວນ​ນຶ່ງເພື່ອ​ໂຈມຕີ​ອິ​ສ​ຣາ​ແອ​ລ. ທ່ານ​ເຕືອນ​ອີ​ຣ່ານ​ວ່າ “ຈະ​ບໍ່​ມີ​ການ​ຍົກ​ເວັ້ນ ຢູ່​ບ່ອ​ນ​ໃດ​ກໍ​ຕາມ.”

ກອງ​ທັບ​ອິ​ສ​ຣາ​ແອ​ລ​ກ່າວ​ວ່າ ພວກ​ໜ່ວຍ​ປະ​ຕິ​ບັດ​ງານ​ຂອງ​ອີ​ຣ່ານ 4 ຄົນ​ຫວ່າງບໍ່​ດົນ​ມານີ້ ໄດ້​ໄປ​ເຖິງ​ຊີ​ເຣຍ ເພື່ອ​ສົ່ງ​ໃນ​ອັນ​ທີ່​ເອີ້ນ​ວ່າ ໂດ​ຣນ​ກາ​ມີ​ກາ​ເຊຊຶ່ງ​ແຕ່ລະ​ລຳ​ຈະ​ບັນ​ທຸກ​ລະ​ເບີດ.

ກຸ່ມ​ສິ້ງ​ຊອມ​ສິດ​ທິ​ມະ​ນຸດ​ໃນ​ຊີ​ເຣຍ ລາຍ​ງານ​ວ່າ ມີ 5 ຄົນ​ເສຍ​ຊີ​ວິດຮວມ​ທັງ​ນັກ​ລົບ 2 ຄົນ​ຈາກ​ກຸ່ມ​ເຮ​ສ​ໂບ​ລ​ລາ ​ທີ່​ນິ​ຍົມ​ອີ​ຣ່ານ ​ໃນ​ເລ​ບາ​ນອນ. ແຕ່​ແນວ​ໃດ​ກໍ​ຕາມອົງ​ການ​ຂ່າວ​ຣອຍ​ເຕີ້ ໄດ້​ອ້າງ​ຄຳ​ເວົ້າ​ຂອງ​ທານ​ໂມ​ເຊນ ເຣ​ຊາຍ ເຈົ້າ​ໜ້າ​ທີ່ອະ​ວຸ​ໂສ​ຂອງ​ອີ​ຣ່ານທີ່​ກ່າວ​ວ່າ ອິ​ສ​ຣາ​ແອ​ລ​ບໍ່​ມີ​ຄວາມ​ສາ​ມາດ​ທີ່​ຈະ​ທຳ​ການ​ໂຈມຕີ​ແບບນີ້.

ລັດ​ຖະ​ມົນ​ຕີ​ ໃນ​ຄະ​ນະ​ລັດ​ຖະ​ບານ​ອິ​ສ​ຣາ​ແອ​ລ ທ່ານ​ຊາ​ກີ ແຮງ​ເກີ​ບີ ກ່າວ​ວ່າ ອິ​ສ​ຣາ​ແອ​ລໄດ້​ທຳ​ການ​ໂຈມ​ຕີ​ຕາມ​ຄຳ​ແນະ​ນຳ​ຂອງ​ໜ່ວຍ​ສືບ​ລັບ ເພື່ອ​ທັບ​ມ້າງການ​ໂຈມ​ຕີ​ທີ່​ພວມ​ຈະ​ມີ​ຂຶ້ນນັ້ນ.

ທ່ານ​ກ່າວ​ວ່າ ອິ​ສ​ຣາ​ແອ​ລ​ໄດ້​ຕິດ​ຕາມ​ເບິ່ງ​ສະ​ຖານ​ທີ່​ແຫ່ງ​ນຶ່ງ​ໃນ​ອີ​ຣ່ານ​ຢ່າງ​ໃກ້ຊິດ ແລະ​ຮູ້​ວ່າ​ໄດ້​ມີ​ການ​ວາງ​ແຜນ​ໂຈມ​ຕີ​ຈາກ​ສະ​ຖານ​ທີ່​ແຫ່ງນັ້ນ.

ອະ​ດີດ​ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ ຂອງ​ອິ​ສ​ຣາ​ແອ​ລ ທ່ານ​ຢາ​ກັອບ ອາ​ມີດ​ຣໍ ກ່າ​ວ​ວ່າ ອິ​ສ​ຣາ​ແອ​ລ​ເປັນ​ຫ່ວງ​ເລື້ອງ​ຄວາມ​ສາ​ມາດ​ທີ່​ພວມ​ເຂັ້ມ​ແຂ​ງຂຶ້ນ​ຂອງ​ອີ​ຣ່ານ​ໃນ​ຊີ​ເຣຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG