ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳ​ຫຼວດ​ຮົງ​ກົງ ຈົກ​ປືນ​ອອກ​ມາ​ໃສ່ ແລະ​ ຈັບ​ພວກ​ປະ​ທ້​ວງ 36 ຄົນ


ພວກ​ປະ​ທ້ວງ​ໂຮມ​ຊຸມ​ນຸມ​ກັນ ທີ່​ສວນ​ສາ​ທາ​ລະ​ນະ​ວິກ​ຕໍ​ເຣຍ ໃນ​ຮົງ​ກົງ.
ພວກ​ປະ​ທ້ວງ​ໂຮມ​ຊຸມ​ນຸມ​ກັນ ທີ່​ສວນ​ສາ​ທາ​ລະ​ນະ​ວິກ​ຕໍ​ເຣຍ ໃນ​ຮົງ​ກົງ.

ຕຳ​ຫຼວດ​ຮົງ​ກົງ ໃນ​ວັນ​ຈັນ​ມື້ນີ້ ໄດ້​ຖິ້ມ​ໂທດ​ໃສ່​ພວກ​ປະ​ທ້ວງ ທີ່​ໄດ້ “ເພີ້ມ​ການ​ກໍ່​ຄວາມ​ຮຸນ​ແຮງ​ແບບ​ຜິດ​ກົດ​ໝາຍ” ໃນ​ຂະ​ນະ​ທີ່​ກຸ່ມ​ສະ​ມາ​ຊິກ​ສະ​ພາ​ນິ​ຍົມ​ປະ​ຊາ​ທິ​ປະ​ໄຕ​ກ່າວ​ວ່​າ ມັນ​ແມ່ນ​ການ​ກະ​ທຳ “ທີ່​ບໍ່​ຈຳ​ເປັນ" ​ຂອງ​ພວກ​ຕຳ​ຫຼວດ ຫລັງ​ຈາກໄດ້​ເກີດ​ການ​ປະ​ທະ​ກັນຢູ່​ທີ່​ການ​ປະ​ທ້ວງ​ໃນ​ວັນ​ທ້າຍ​ອາ​ທິດ​ທີ 12 ​ຜ່ານ​ມານີ້.

ຖະ​ແຫຼງ​ການ​ຂອງ​ຕຳ​ຫຼວດ​ກ່າວ​ວ່າ ຕົນ​ໄດ້​ຈັບ 36 ຄົນ ແລະ​ເວົ້າ​ວ່າ ​ຕຳ​ຫຼວດຄົນ​ນຶ່ງ​ໄດ້​ລົ້ມ​ລົງໃນ​ເວ​ລາ​ທີ່​ພວກ​ປະ​ທ້ວງ​ແກວ່ງ​ສິ່ງ​ຂອງ​ເຂົ້າ​ໃສ່​ຕຳ​ຫຼວດ ພວກຕຳ​ຫຼວດ 6 ຄົນ​ຈຶ່ງ​ຊັກ​ປືນ​ອອກ​ມາ​ໃສ່. ນຶ່ງ​ໃນ​ນັ້ນ​ໄດ້​ຍິງ​ປືນ​ເຕືອນ​ຂຶ້ນ​ຟ້າ.

ສະ​ມາ​ຊິກ​ສະ​ພາ​ແອນດ​ຣູ ແວນ ກ່າ​ວ​ວ່າ ຕຳ​ຫຼວດ​ເປັນ​ຜູ້​ທ້​າ​ທາຍ​ໃຫ້​ພວກ​ປະ​ທ້ວງເຂົ້າ​ຍຶດ​ເອົາ​ທາງ​ສາຍ​ນຶ່ງ ​ທີ່​ຖືກ​ອັດ​ໄວ້​ຢູ່​ແລ້ວ ແລະ​ການ​ກະ​ທຳ​ຂອງ​ລັດຖະ​ບານ​ແລະ​ຕຳ​ຫຼວດ​ໃນ​ລະ​ຫວ່າງ​ການ​ປະ​ທ້ວງ​ເມື່ອ​ວັນ​ທ້າຍ​ອາ​ທິດ​ທີ່​ຜ່ານ​ມານີ້​ໄດ້​ພາ​ໃຫ້​ເກີດ​ຄວາມ​ຄຽດ​ຊັງ “ລະ​ຫວ່າງ​ຜູ້​ຄົນ​ດ້ວຍ​ກັນ.”

ທ່ານ​ແວນ​ກ່າວ​ໃນ​ການ​ຖະ​ແຫຼງ​ຂ່າວ​ໃນ​ວັນ​ຈັນ​ມື້ນີ້​ວ່າ “ຂ້​າ​ພະ​ເຈົ້າ​ຄິດ​ວ່າຄວາມຮັບ​ຜິດ​ຊອບ​ຂັ້ນ​ສຸດ​ທ້າຍ​ຄວນ​ເປັນ​ຂອງ​ຝ່າຍ​ຕຳ​ຫຼວດ. ນັ້ນ​ຄື​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ສັງ​ເກດ​ເຫັນ.”

ສ່ວນ​ໃຫຍ່​ຂອງ​ພວກ​ປະ​ທ້ວງ​ຫຼາຍ​ພັນ​ຄົນ​ໄດ້​ພາ​ກັນ​ເດີນຂະ​ບວນ​ດ້ວຍ​ຄວາມ​ສະຫງົບ ແຕ່​ໃນ​ບາງ​ຄັ້ງຕຳ​ຫຼວດ​ໄດ້​ຍິງ​ລະ​ເບີດ​ນ້ຳ​ຕາ​ເຂົ້າ​ໃສ່ພວກ​ເດີນ​ຂະ​ບວນ​ທີ່ແຍ​ກ​ອອກ​ໄປ​ຈາ​ກ​ກຸ່ມ​ໃຫຍ່​ສຸດ. ນອກນັ້ນ ຕຳ​ຫຼວດ​ຍັງ​ໄດ້​ໃຊ້​ທໍ່​ສີດ​ນ້ຳ​ຂະ​ໜາດແຮງ ເປັນ​ເທື່ອ​ທຳ​ອິດ ສີດ​ເຂົ້າ​ໃສ່​ພວກ​ປະ​ທ້ວງ.

ພວກ​ປະ​ທ້ວງ​ບາງ​ຄົນ​ ໄດ້​ແກວ່ງ​ດິນ​ຈີ່​ເຂົ້າ​ໃສ່​ຕຳ​ຫຼວດ ໃຊ້ໄມ້​ຄ້ອນ​ແລະທ່ອນ​ໂລ​ຫະໂຈມ​ຕີ​ເຂົາ​ເຈົ້າ​ ແລະ​ກໍ​ສີດ​ຜົງ​ຊັກ​ເຄື່ອງ​ໃສ່​ພື້ນ​ດິນ​ເພື່ອ​ໃຫ​ຕຳ​ຫຼວດ​ມື່ນ.

​ການປະ​ທ້ວງ​ທີ່​ສູນ​ກາງ​ການ​ເງິນ​ທີ່​ສຳ​ຄັນ​ຂອງ​ເອ​ເຊຍ​ແມ່ນ​ເປັນ​ໄພ​ຂົ່ມ​ຂູ່​ທີ່​ໃຫຍ່​ທີ່​ສຸດ​ຕໍ່​ຄວາມ​ສະ​ຫງົບ​ຢູ່​ທີ່ນັ້ນ ນັບ​ຕັ້ງ​ແຕ່​ອັງ​ກິດ​ໄດ້​ມອບ​ຮົງ​ກົງ​ຄືນ​ໃຫ້​ແກ່​ຈີນ​ໃນປີ 1997. ພວກ​ປະ​ທ້ວງ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ພາ​ກັນ​ເດີນ​ຂະ​ບວນຍ້ອນ​ອັນ​ທີ່​ພວກ​ເຂົາ​ເຈົ້າ​ມອງ​ເຫັນ​ວ່າ ເປັນ​ການຊຸດ​ໂຊມ​ລົງ​ຂອງ​ສິດ​ທິ​ຕ່າງໆ ພາຍ​ໃຕ້​ນະໂຍ​ບາຍ “ປະ​ເທດ​ດຽວ ສອງ​ລະ​ບົບ” ທີ່​ໄດ້​ຈັດ​ໃຫ້​ມີຂຶ້ນ​ຫຼັງ​ຈາກ​ປັກ​ກິ່ງ​ໄດ້​ເຂົ້າ​ຄວບ​ຄຸມ​ດິນ​ແດນ​ດັ່ງ​ກ່າວ.

ພວກ​ປະ​ທ້ວງ​ບາງ​ຄົນ​ກ່າວ​ວ່າ ຕົນ​ໄດ້​ໃຊ້​ກົນ​ລະ​ຍຸດ​ທີ່​ຮຸນ​ແຮງ ຍ້ອນ​ລັດ​ຖະ​ບານບໍ່​ໄດ້​ສະ​ໜອງ​ຕອບ​ຕໍ່​ການ​ຮຽກ​ຮ້ອງ​ຂອງ​ພວກ​ເຂົາ​ເຈົ້າ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG