ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຝ​ຣັ່ງ ຂົ່ມ​ຂູ່ ຈະ​ຂັດ​ຂວາງ ຂໍ້​ຕົກ​ລົງ​ການ​ຄ້າ ກັບ ອາ​ເມ​ຣິ​ກາ​ໃຕ້ ຍ້ອນ​ເລື້ອງ​ໄຟ​ປ່າ


ໄຟ​ປ່າ​ໃກ້ໆ​ເມືອງ Porto Velho ໃນ​ເຂດ​ອາ​ເມ​ຊອນ ຂອງບ​ຣາ​ຊີ​ລ. (ວັນ​ທີ 23 ສິງ​ຫາ 2019)
ໄຟ​ປ່າ​ໃກ້ໆ​ເມືອງ Porto Velho ໃນ​ເຂດ​ອາ​ເມ​ຊອນ ຂອງບ​ຣາ​ຊີ​ລ. (ວັນ​ທີ 23 ສິງ​ຫາ 2019)

ຝ​ຣັ່ງ ​ກ່າວໃນ​ວັນ​ສຸກວານນີ້​ວ່​າ ​ຕໍ່​ຈະ​ຂັດ​ຂວາງ ​ຕໍ່​ຄວາມ​ພະ​ຍາ​ຍາມ ​ທີ່​ຈະ​ບັນ​ລຸຂໍ້ຕົກ​ລົງ ທາງ​ດ້ານ​ການ​ຄ້າ​ລະ​ຫວ່າງ​ສະ​ຫະ​ພາບ​ຢູ​ໂຣບແລະ​ບ​ຣາ​ຊີ​ລ ໃນ​ຄວາມເຄັ່ງ​ຕຶງ​ທີ່​ເພີ້ມ​ທະ​ວີ​ຂຶ້ນ ກ່ຽວ​ກັບ​ເລື້ອງ​ໄຟ​ປ່າ​ໃນ​ເຂດ​ປ່າ​ດົງ​ດິບ​ຂອງ​ອາ​ເມ​ຊອນ.

ໃນ​ຖາ​ນະ​ຜູ້​ນຳ​ພາ​ຂອງ​ຄື້ນ​ຟອງ​ແຫ່ງ​ຄວາມ​ໂກດ​ແຄ້ນ​ທີ່​ພວມ​ເພີ້ມ​ທະ​ວີ​ຂຶ້ນ​ຂອງ​ຢູ​ໂຣບ ນັ້ນ ຖະ​ແຫຼງ​ການ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງທີ່​ອອກ​ໃນ​ວັນ​ສຸກວານນີ້​ກ່າວວ່າ “ການ​ຕັດ​ສິນ​ໃຈແລະ​ຖະ​ແຫຼງ​ການ​ຂອງບ​ຣາ​ຊີ​ລ ໃນ​ໄລ​ຍະ​ສອງ​ສາມ​ອາ​ທິດຜ່ານ​ມານີ້ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ ປະ​ທາ​ນາ​ທິ​ບໍ​ດີ​ຈາ​ອີ ໂບ​ລ​ໂຊ​ນາ​ໂຣໄດ້​ຕັດ​ສິນ​ໃຈ​ໄປ​ແລ້ວ ທີ່​ຈະ​ບໍ່​ໃຫ້​ການ​ເຄົາ​ລົບ​ຕໍ່​ພັນ​ທະ​ຂອງ​ທ່ານ ໃນ​ເລື້ອງ​ດິນຟ້າ​ອາ​ກາດ ຫຼື​ການ​ເຂົ້າ​ຮ່ວມ​ພົວ​ພັນ​ໃນ​ເລື້ອງ​ຊີ​ວະ​ນາໆ​ພັນ.”

ຖະ​ແຫຼງ​ການ​ກ່າວ​ວ່າ ອັນ​ເປັນ​ຜົນ​ເນື່ອງ​ມາ​ຈາກ​ ການ​ກະ​ທຳ​ຂອງບ​ຣາ​ຊີ​ລ​ເອງຝ​ຣັ່ງ​ຈຶ່ງ​ໄດ້​ຄັດ​ຄ້ານ ​ຕໍ່​ຂໍ້​ຕົກ​ລົງ​ການ​ຄ້າ ​ຂອງ​ສະ​ຫະ​ພາບ​ຢູ​ໂຣບ​ຫຼື​ອີ​ຢູ “ໃນ​ຮູບ​ແບບ​ປັດ​ຈຸ​ບັນ​” ກັບ​ກຸ່ມ​ບັນ​ດາ​ປະ​ເທດ​ໃນ​ອາ​ເມ​ຣິ​ກາ​ໃຕ້ ຊຶ່ງມີຮວມ​ທັງ ​ບ​ຣາ​ຊີ​ລ ອາ​ເຈັນ​ຕິ​ນາ ປາ​ຣາ​ໄກວ ແລະ​ອູ​ຣູ​ໄກວ.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄອ​ຣ໌​ແລນ ທ່ານ​ເລ​ໂອ ວາ​ຣັ​ສ​ກາ ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີອັງ​ກິດ ທ່ານ​ບໍ​ຣິ​ສ ຈອນ​ສັນ ກ່າວ​ວ່າ ພວກ​ຕົນ​ສະ​ໜັບ​ສະ​ໜຸນ​ການ​ເອົາ​ທ່າ​ທີຂອງຝ​ຣັ່ງ ຊຶ່ງ​ມີ​ຂຶ້ນ​ກ່ອນກອງ​ປະ​ຊຸມ​ສຸດຍອດ ​ກຸ່ມ​ຈີ 7 ຢູ່​ທີ່​ປະ​ເທດ​ຝ​ຣັ່ງ ໃນທ້າຍ​ອາ​ທິດນີ້.

ເນື່ອງ​ຈາກ​ໄດ້​ຮັບ​ຄວາມ​ກົດ​ດັນ​ເພີ້ມ​ຂຶ້ນ ​ຍ້ອນ​ເລື້ອງ​ໄຟ​ປ່າ ປະ​ທາ​ນາ​ທິ​ບໍ​ດີບ​ຣາ​ຊີ​ລໃນ​ວັນ​ສຸກວານນີ້ ກ່າວ​ວ່າ ທ່ານ​ຈະ​ສົ່ງ​ທະ​ຫານ​ໄປ​ຊ່ວຍມອດ​ໄຟ​ໃນ​ເຂດ​ອາເມ​ຊອນ.

ທ່ານໂບ​ລ​ໂຊ​ນາ​ໂຣ ບໍ່​ໄດ້​ກ່າວ​ວ່າ ເວ​ລາ​ໃດ​ພວກ​ທະ​ຫານ​ຈຶ່ງ​ຈະ​ເຂົ້າ​ຮ່ວມ​ ໃ​ນການມອດ​ໄຟ​ປ່າ ແຕ່​ກໍ​ສະ​ເໜີ​ແນະ​ວ່າ ຈະ​ມີ​ຂຶ້ນ​ໃນ​ໄວໆ​ນີ້.

ໄຟ​ປ່າ​ຫຼາຍ​ພັນ​ແຫ່ງ​ກຳ​ລັງ​ລຸກ​ໄໝ້​ຢູ່​ໃນເຂດ​ປ່າ​ດົງ​ດິບ​ທີ່​ປຽກ​ຊຸ່ມ​ຂອງ​ອາ​ເມ​ຊອນ ຊຶ່ງ​ຈະ​ທຳ​ລາຍ​ບໍ​ລິ​ເວນ​ສ່ວນ​ໃຫຍ່​ຂອງ​ລະ​ບົບ​ນິ​ເວດ​ວິ​ທະ​ຍາ​ທີ່​ທົດ​ແທນ​ບໍ່​ໄດ້.

ໃນ​ວັນ​ພະ​ຫັດ​ຜ່ານ​ມານີ້ ປະ​ທາ​ນາ​ທິ​ບໍ​ດີໂບ​ລ​ໂຊ​ນາ​ໂຣ ໄດ້​ກ່າວ​ຫາປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ​ວ່າ “ມີ​ແນວ​ຄິດ​ແບບ​ຫົວ​ເມືອງ​ຂຶ້ນ” ທີ່ເວົ້າ​ວ່າໄຟ​ປ່າ​ໃນເຂດ​ອາ​ເມ​ຊອນ ຄວນ​ຈະ​ເປັນ​ຫົວ​ຂໍ້​ສຳ​ຄັນ​ສຸດ ​ຢູ່ກອງ​ປະ​ຊຸມ​ສຸດຍອດ​ຂອງ​ກຸ່ມຈີ 7.

ທ່ານໂບ​ລ​ໂຊ​ນາ​ໂຣ ​ຂຽນ​ລົງ​ໃນ​ທວີດ​ເຕີ້ ເມື່ອ​ວັນ​ພະ​ຫັດ​ວານນີ້​ວ່າ “ການ​ສະ​ເໜີ​ແນະ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງທີ່​ວ່າບັນ​ຫາ​ອາ​ເມ​ຊອນ​ຈະ​ຖືກ​ນຳ​ຂຶ້ນ​ມາ​ຫາ​ລື​ຢູ່​ໃນກອງ​ປະ​ຊຸມ​ຂອງ​ກຸ່ມ​ຈີ 7 ໂດຍ​ປາ​ສະ​ຈາກ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ປະ​ເທດ ຢູ່​ໃນ​ຂົງ​ເຂດ ທີ່​ໄດ້​ເຕືອນ​ໃຫ້​ເຫັນ​ເຖິງ​ແນວ​ຄິດ​ແບບ​ຫົວ​ເມືອງ​ຂຶ້ນ ຊຶ່ງ​ບໍ່​ເໝາະ​ສົມແລ້ວ​ສຳ​ລັບ​ສັດ​ຕະ​ວັດ​ທີ 21.”

​ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG