ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ແລະ​ ຈີນ ຂຶ້ນ​ພາ​ສີ ຕໍ່​ສິນ​ຄ້າ ຂອງ​ກັນ​ແລະ​ກັນ ແລະ ປ. ທ​ຣຳ ກ່າວ​ວ່າ ທ່ານ​ເປີດກວ້າງ ຕໍ່ ການ​ເຈ​ລະ​ຈາ


ທຸງ​ຊາດ​ສະ​ຫະ​ລັດ ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ "ຊ່ວຍ​ໃຫ້​ອາ​ເມ​ຣິ​ກາ​ຍິ່ງ​ໃຫຍ່" ສຳ​ລັບ​ການ​ເລືອກ​ຕັ້ງ​ປີ 2020 ແລະ​ທຸງ​ຊາດ​ສະ​​ຫະ​ລັດ​ອື່ນໆ ທີ່​ວາງ​ຂາຍ​ຢູ່​ຮ້ານ​ຢີ​ວູ ໃນ​ແຂວງ​ເສ​ຈຽງ ປະ​ເທດ​ຈີນ. (ວັນ​ທີ 10 ພຶດ​ສະ​ພາ 2019)
ທຸງ​ຊາດ​ສະ​ຫະ​ລັດ ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ "ຊ່ວຍ​ໃຫ້​ອາ​ເມ​ຣິ​ກາ​ຍິ່ງ​ໃຫຍ່" ສຳ​ລັບ​ການ​ເລືອກ​ຕັ້ງ​ປີ 2020 ແລະ​ທຸງ​ຊາດ​ສະ​​ຫະ​ລັດ​ອື່ນໆ ທີ່​ວາງ​ຂາຍ​ຢູ່​ຮ້ານ​ຢີ​ວູ ໃນ​ແຂວງ​ເສ​ຈຽງ ປະ​ເທດ​ຈີນ. (ວັນ​ທີ 10 ພຶດ​ສະ​ພາ 2019)

ສົງ​ຄາມ​ການ​ຄ້າ ​ລະ​ຫວ່າງວໍ​ຊິງ​ຕັນ ແລະ​ປັກ​ກິ່ງ ໄດ້​ທະ​ວີ​ຄວາມ​ຮ້າຍ​ແຮງ​ຂຶ້ນ​ຕື່ມ​ໃນ​ວັນສຸກ ວານນີ້.

ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ປະ​ກາດ​ວ່າ ສະ​ຫະ​ລັດ​ຈະ​ເກັບ​ພາ​ສີ​ຕື່ມ​ອີກຕໍ່​ຜະ​ລິດ​ຕະ​ພັນ​ຂອງ​ຈີນ.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ເອີ້ນ​ການ​ປະ​ກາດ​ຂຶ້ນ​ພາ​ສີ​ຂອງ​ຈີນ​ໃນ​ວັນ​ສຸກວານນີ້ຕໍ່​ຜະ​ລິດ​ຕະ​ພັນ​ຂອງ​ອາ​ເມ​ຣິ​ກັນ 75 ພັນ​ລ້ານ​ໂດ​ລານັ້ນ​ວ່າ “ມີ​ຈຸດ​ປະ​ສົງ​ທາງ​ການ ເມືອງ” ແລະ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ກ່າວ​ວ່າ ທ່ານ​ຈະ​ຕອບ​ໂຕ້​ຄືນ ໂດຍການ​ຂຶ້ນ​ພາສີ 25 ເປີ​ເຊັນເລີ້ມ​ແຕ່​ວັນ​ທີ 1 ຕຸ​ລານີ້​ເປັນ​ຕົ້ນ​ໄປ ​ຕໍ່​ສິນ​ຄ້າ​ແລະ​ຜະ​ລິດຕະ ພັນ​ຂອງ​ຈີນ ໃນ​ມູນ​ຄ່າ 250 ພັນ​ລ້ານ​ໂດ​ລາ ຂຶ້ນ​ເປັນ 30 ເປີ​ເຊັນ.

ຍິ່ງ​ໄປ​ກວ່ານັ້ນ ທ່ານ​ທ​ຣຳ​ໄດ້​ປະ​ກາດ​ຜ່ານ​ທາງ​ທວີດ​ເຕີ້​ວ່າ ພາ​ສີ​ສຳ​ລັບ​ສິນ​ຄ້າຈີນ​ທີ່​ຍັງ​ເຫຼືອ​ໃນ​ມູນ​ຄ່າ 300 ພັນ​ລ້ານ​ໂດ​ລານັ້ນກໍ​ຈະ​ຂຶ້ນ​ຈາກ​ລະ​ດັບ 10 ເປີເຊັນເປັນ 15 ເປີ​ເຊັນ ໃນ​ວັນ​ທີ 1 ກັນ​ຍານີ້.

ການ​ເຈ​ລະ​ຈາ​ທາງ​ດ້ານ​ການ​ຄ້າ​ລະ​ຫວ່າງ​ສະ​ຫະ​ລັດ​ກັບ​ຈີນ ມີ​ກຳ​ນົດ​ວ່າ​ຈະ​ເລີ້ມ​ຄືນ​ອີກ ທີ່​ວໍ​ຊິງ​ຕັນ​ໃນ​ເດືອນ​ໜ້ານີ້.

​ວິ​ທະ​ຍຸວີ​ໂອ​ເອ​ໄດ້​ຖາມ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ໃນ​ແລງວັນ​ສຸກວານນີ້​ວ່າ ທ່ານ​ຍັງ​ຕ້ອງການ​ຢາກ​ໃຫ້​ການ​ເຈ​ລະ​ຈາ​ດັ່ງ​ກ່າວ​ດຳ​ເນີນ​ຕໍ່​ໄປ​ຫຼື​ບໍ່?

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ຕອບ​ ກ່ອນ​ຂຶ້ນ​ເຮ​ລີ​ຄອບ​ເຕີ​ປະ​ຈຳ​ຕຳ​ແໜ່ງ ເພື່ອ​ເລີ້ມ​ການອອກເດີນ​ ທາງ​ໄປ​ຮ່ວມ ກອງ​ປະ​ຊຸມ​ສຸດຍອດ​ຜູ້​ນຳ​ຂອງ​ກຸ່ມ​ຈີ 7 ທີ່​ປະ​ເທດ​ຝ​ຣັ່ງ ໂດຍ​ກ່າວ​ວ່າ “ໃນ​ເວ​ລານີ້ ພວກ​ເຂົາ​ເຈົ້າ​ຕ້ອງ​ການ​ຢາກ​ເຮັດ​ແບບນັ້ນ. ຂ້າ​ພະເຈົ້າ​ແມ່ນ​ເປີດກວ້າງ​ສະ​ເໝີ​ສຳ​ລັບ​ການ​ເຈ​ລະ​ຈາ.”

ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ກ່ອນ​ໜ້ານັ້ນ ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ “ໄດ້​ສັ່ງ​ໃຫ້​ບໍ​ລິ​ສັດ​ອາ​ເມ​ຣິ​ກັນ ເລີ້ມ​ຊອກ​ຫາ​ທາງ​ເລືອກ​ສຳ​ລັບ​ຈີນ​ໃນ​ທັນ​ທີ” ຫລັງ​ຈາກ​ປັກ​ກິ່ງ​ປະ​ກ​າດ​ວ່າ ຕົນ​ຈະ​ເລີ້ມ​ຂຶ້ນ​ພາ​ສີ​ຕໍ່​ສິນ​ຄ້າ​ອາ​ເມ​ຣິ​ກັນ 75 ພັນ​ລ້ານ​ໂດ​ລາ ແລະ​ເລີ້ມ​ເກັບ​ພາສີ​ລົດ​ໂອ​ໂຕ​ອາ​ເມ​ຣິ​ກັນ​ຄືນ​ອີກ 25 ເປີ​ເຊັນ ເພື່ອ​ເປັນ​ການ​ຕອບ​ໂຕ້ ​ຕໍ່​ການຂຶ້ນພາ​ສີ​ຂອງ​ສະ​ຫະ​ລັດໃນ​ວັນ​ທີ 1 ກັນ​ຍານີ້.

ໃນ​ການ​ຂຽນ​ຂໍ້​ຄວາມ​ລົງ​ໃນ​ທວີດ​ເຕີ້​ຫຼາຍໆ​ຄັ້ງ ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ​ກ່າວ​ວ່າ ບໍ​ລິ​ສັດ​ເຫຼົ່າ​ນີ້ ຄວນ​ນຳ​ເອົາ​ການ​ຜະ​ລິດ​ຂອງ​ເຂົາ​ເຈົ້າ​ກັບ​ຄືນ​ມາສະ​ຫະ​ລັດ

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG