ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ນາ​ວາ​ລ​ນີ ຖືກ​ປ່ອຍ​ຈາກ​ຄຸກ ແລະ​ຄາດ​ການ​ວ່າ ຈະ​ມີ​ການ​ປະ​ທ້ວງ ຂອງ​ພວກ​ຝ່າຍ​ຄ້ານ ໃຫຍ່​ກວ່າ​ເກົ່າ


ຜູ້​ນຳ​ຝ່າຍ​ຄ້ານ​ຂອງ​ຣັດ​ເຊຍ ທ່ານ​ອາ​ເລັກ​ເຊ ນາ​ວາ​ລ​ນີ ຍ່າງ​ອອກ​ຈາກ​ຄຸກ ຫຼັງ​ຈາກ​ຖືກ​ຂັງ​ທີ່ນັ້ນ ເປັນ​ເວ​ລາ 30 ມື້. ວັນ​ທີ 23 ສິງ​ຫາ 2019. REUTERS/Evgenia Novozhenina
ຜູ້​ນຳ​ຝ່າຍ​ຄ້ານ​ຂອງ​ຣັດ​ເຊຍ ທ່ານ​ອາ​ເລັກ​ເຊ ນາ​ວາ​ລ​ນີ ຍ່າງ​ອອກ​ຈາກ​ຄຸກ ຫຼັງ​ຈາກ​ຖືກ​ຂັງ​ທີ່ນັ້ນ ເປັນ​ເວ​ລາ 30 ມື້. ວັນ​ທີ 23 ສິງ​ຫາ 2019. REUTERS/Evgenia Novozhenina

ຜູ້​ນຳ​ຝ່າຍ​ຄ້ານ​ຂອງ​ຣັດ​ເຊຍ ທ່ານ​ອາ​ເລັກ​ເຊ ນາ​ວາ​ລ​ນີ ໄດ້​ຖືກ​ປ່ອຍ​ອອກ​ຈາກຄຸ​ກ​ໃນ​ວັນ​ສຸກມື້ນີ້ ອີງ​ຕາມ​ຄຳ​ເວົ້າ​ໂຄ​ສົກ​ຍິງ​ຂອງ​ທ່ານ.

ທ່ານ​ໄດ້​ຖືກ​ຄຸກ 30 ມື້ ຍ້ອນ​ຮຽກ​ຮ້ອງ​ໃຫ້​ມີ​ການ​ເດີນ​ຂະ​ບວນ ​ທີ່​ບໍ່​ໄດ້​ຮັບ​ອະ​ນຸ​ຍາດຢູ່​ນະ​ຄອນ​ຫຼວງ​ມົ​ສ​ກູເພື່ອ​ປະ​ທ້ວງ​ຕໍ່​ການ​ບໍ່​ຍອມ​ໃຫ້​ຜູ້​ສະ​ໝັກ​ພັກ​ຝ່າຍ​ຄ້ານເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ຄັ້ງ​ຈະ​ມາ.

ທ່ານ​ນາ​ວາ​ລ​ນີ ໄດ້​ຖືກ​ຕັດ​ສິນ​ໂທດ​ຈຳ​ຄຸກ​ມາ​ແລ້ວ 10 ກວ່າ​ເທື່ອໃນ​ໄລ​ຍະ​ສອງ​ສາມ​ປີ​ຜ່ານ​ມານີ້.

ໃນ​ລະ​ຫວ່າງ​ການ​ຖືກ​ຄຸກ​ເປັນ​ເວ​ລາ​ນຶ່ງ​ເດືອນນັ້ນ ທ່ານ​ນາ​ວາ​ລ​ນີ ໄດ້​ຖືກ​ສົ່ງ​ໄປ​ຮັບ​ການ​ພະ​ຍາ​ບານ ຍ້ອນ​ເປັນ​ໃນ​ອັນ​ທີ່​ເຈົ້າ​ໜ້າ​ທີ່​ເວົ້າ​ວ່າ ໂຮກ​ພູມ​ແພ້​ຢ່າງ​ຮ້າຍແຮງ. ທ່ານ​ໄດ້​ອອກ​ໂຮງ​ໝໍ ແລະ​ຫຼັງ​ຈາກນັ້ນ​ກໍ​ກັບ​ຄືນ​ໄປ​ເຂົ້າ​ຄຸກ​ອີກ.

ທ່ານ​ເລ​ໂອ​ນິດ ວອ​ລ​ກອ​ຟ ທີ່​ປຶກ​ສາ​ຄົນ​ສຳ​ຄັນ​ສຸດ​ຂອ​ງ​ທ່ານ​ນາ​ວາ​ລ​ນີ ໄດ້​ຂຽນ​ຂໍ້​ຄວາມ​ລົງ​ໃນ​ທວີດ​ເຕີ້​ວ່າ ທ່ານ​ກໍ​ໄດ້​ເປັນ​ໂຮກ​ພູມ​ແພ້​ແບບ​ດຽວ​ກັນຫຼັງ​ຈາກ​ໄດ້​ຖືກ​ຂັງ​ຢູ່​ຫ້ອງ​ດຽວ​ກັນ ກັບທີ່​ທ່ານນາ​ວາ​ລ​ນີ​ໄດ້​ຖືກ​ຂັງ​ເມື່ອ​ເດືອນ​ມິ​ຖຸ​ນາ​ຜ່ານ​ມາ. ທ່ານ​ໄດ້​ຮຽກ​ຮ້ອງ​ໃຫ້​ມີ​ການ​ “ສືບ​ສວນ​ຢ່າງ​ຈິງ​ຈັງ ເບິ່ງ​ມາດ​ຕະ​ຖານ​ດ້ານ​ສຸ​ຂະອະ​ນາ​ໄມ ທີ່​ສູນ​ກາງ​ຄຸມ​ຂັງ​ດັ່ງ​ກ່າວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG