ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ. ມາ​ກ​ຣົງ ຢາກ​ເອົາ​ເລື້ອງ ໄພ​ປ່າ​ອາ​ເມ​ຊອນ ຂຶ້ນ​ມາ​ຫາ​ລື ທີ່ກອງ​ປະ​ຊຸມ​ສຸດຍອດ ກຸ່ມ​ຈີ 7


ຮູບ​ພາບ​ທີ່​ສະ​ໜອງ​ໂດຍ​ອົງ​ການ​ອະ​ວະ​ກາດ​ສະ​ຫະ​ລັດ ທີ່​ສະ​ແດງ​ໃຫ້​ເ​ຫັນ​ໄຟ​ປ່າ​ຢູ່​ເຂດ​ອາ​ເມ​ຊອນ ຂອງບ​ຣາ​ຊີ​ລ ເມື່ອ​ວັນ​ທີ
20 ສິງ​ຫາ 2019.
ຮູບ​ພາບ​ທີ່​ສະ​ໜອງ​ໂດຍ​ອົງ​ການ​ອະ​ວະ​ກາດ​ສະ​ຫະ​ລັດ ທີ່​ສະ​ແດງ​ໃຫ້​ເ​ຫັນ​ໄຟ​ປ່າ​ຢູ່​ເຂດ​ອາ​ເມ​ຊອນ ຂອງບ​ຣາ​ຊີ​ລ ເມື່ອ​ວັນ​ທີ 20 ສິງ​ຫາ 2019.

ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ​ວ່າ “ມີ​ແນວ​ຄິດ ​ແບບ​ຫົວ​ເມືອງ​ຂຶ້ນ” ທີ່ເວົ້າ​ວ່າ ໄຟ​ປ່າ​ໃນເຂດ​ອາ​ເມ​ຊອນ ຄວນ​ຈະ​ເປັນ​ຫົວ​ຂໍ້​ສຳ​ຄັນ​ສຸດ ​ຢູ່ກອງ​ປະ​ຊຸມ​ສຸດຍອດ​ຂອງ​ກຸ່ມຈີ 7.

ທ່ານໂບ​ລ​ໂຊ​ນາ​ໂຣ ​ຂຽນ​ລົງ​ໃນ​ທວີດ​ເຕີ້ ເມື່ອ​ວັນ​ພະ​ຫັດ​ວານນີ້​ວ່າ “ການ​ສະ​ເໜີ​ແນະ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງທີ່​ວ່າບັນ​ຫາ​ອາ​ເມ​ຊອນ​ຈະ​ຖືກ​ນຳ​ຂຶ້ນ​ມາ​ຫາ​ລື​ຢູ່​ໃນກອງ​ປະ​ຊຸມ​ຂອງ​ກຸ່ມ​ຈີ 7 ໂດຍ​ປາ​ສະ​ຈາກ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ປະ​ເທດ ຢູ່​ໃນ​ຂົງ​ເຂດ ທີ່​ໄດ້​ເຕືອນ​ໃຫ້​ເຫັນ​ເຖິງ​ແນວ​ຄິດ​ແບບ​ຫົວ​ເມືອງ​ຂຶ້ນ ຊຶ່ງ​ບໍ່​ເໝາະ​ສົມແລ້ວ​ສຳ​ລັບ​ສັດ​ຕະ​ວັດ​ທີ 21.”

ທ່ານ​ກ່າວ​ວ່າ ປະ​ເທດ​ຕ່າງໆ​ທີ່​ສົ່ງ​ເງິນ​ໄປ​ຊ່ວຍ​ເຂດ​ອາ​ເມ​ຊອນ​ຂອງບ​ຣາ​ຊີ​ລ ບໍ່ແມ່ນ​ເຮັດ​ໄປ​ຍ້ອນ​ການ​ກຸ​ສົນ ແຕ່ “ມີ​ຈຸດ​ປະ​ສົງ​ທີ່​ຈະ​ແຊກ​ແຊງ​ເຂົ້າ​ໃນ​ອະ​ທິ​ປະໄຕ​ຂອງ​ພວກ​ເຮົາ.”

ໄຟ​ປ່າ​ຫຼາຍ​ພັນ​ແຫ່ງ​ກຳ​ລັງ​ລຸກ​ໄໝ້​ຢູ່​ໃນເຂດ​ປ່າ​ດົງ​ດິບ​ທີ່​ປຽກ​ຊຸ່ມ​ຂອງ​ອາ​ເມ​ຊອນ ຊຶ່ງ​ຈະ​ທຳ​ລາຍ​ບໍ​ລິ​ເວນ​ສ່ວນ​ໃຫຍ່​ຂອງ​ລະ​ບົບ​ນິ​ເວດ​ວິ​ທະ​ຍາ​ທີ່​ທົດ​ແທນ​ບໍ່​ໄດ້.

ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ ທ່ານ​ເອັມ​ມາ​ນູ​ແອ​ລ ມາກ​ຣົງ ຂຽນ​ລົງ​ໃນ​ທວີດ​ເຕີ້​ເມື່ອ​ວັນ​ພະ​ຫັດ​ວານນີ້​ວ່າ “ເຮືອນ​ຂອງ​ພວກ​ເຮົາ​ກຳ​ລັງ​ລຸກ​ໄໝ້​ເປັນ​ໄຟ ຖ້າ​ເວົ້າ​ໂດຍ​ທົ່ວໄປ​ແລ້ວ. ປ່າ​ດົງ​ດິບ​ເຂດ​ອາ​ເມ​ຊອນ ແມ່ນ​ປອດ​ທີ່​ຜະ​ລິດ​ທາດ​ອອກ​ຊີ​ເຈັນ 20

ເປີ​ເຊັນຂອງ​ໂລກກຳ​ລັງ​ລຸກ​ເປັນ​ແປວ​ໄຟ. ມັນ​ເປັນ​ວິ​ກິດ​ການ​ລະ​ຫວ່​າງ​ປະ​ເທດ.”

ຮູບ​ພາບ​ຈາກ​ດາວ​ທຽມ​ຂອງ​ສະ​ຫະ​ລັດ ​ສະ​ແດງ​ໃຫ້​ເຫັນ​ວ່​າ ມີ​ຄວັນ​ຈາກ​ໄຟ​ປ່າ​ຫຼາຍພັນ​ແຫ່ງ​ທີ່​ພວມ​ລຸກ​ໄໝ້​ຢູ່​ໃນ​ເຂດ​ອາ​ເມ​ຊອນນັ້ນ ປົກ​ຄຸມ​ອາ​ເມ​ຣິ​ກາ​ໃຕ້.”

ເລ​ຂາ​ທິ​ການ​ໃຫຍ່ ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ແອນ​ໂຕ​ນີ​ໂອ ກິວ​ເຕ​ເຣັ​ສ ກ່າວ​ວ່າ ທ່ານ​ມີ​ຄວາມ​ເປັນ​ຫ່ວງ​ຫຼາຍແລະ​ກອງ​ປະ​ຊຸມ​ສັງ​ຄະ​ຣາດ​ສຳ​ລັບ​ເຂ​ດ​ ອາ​ເມ​ຣິ​ກາ​ລາ​ຕິນ ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້ວ່າ ໄຟ​ດັ່ງ​ກ່າວແມ່ນ​ເປັນ​ເລື້ອງ​ທີ່ໜ້າ​ເສົ້າ​ສະ​ຫຼົດ​ໃຈ ແລະ​ຮຽກ​ຮ້ອງ​ໃຫ້​ໂລກ ເອົາ​ມາດ​ຕະ​ການ​ໃນ​ທັນ​ທີ​ເພື່ອ​ປົກປ້ອງ​ເຂດ​ອາ​ເມ​ຊອນ.

ສະ​ຖາ​ບັນ​ອະ​ວະ​ກາດ​ແຫ່ງ​ຊາດ​ຂອງບ​ຣາ​ຊີ​ລ ລາຍ​ງານ​ໃນ​ອາ​ທິດນີ້​ວ່າ ຕົນ​ໄດ້​ແນມ​ເຫັນ​ໄຟ​ປ່າ​ປະ​ມານ 73,000 ແຫ່ງ ທີ່​ໄດ້​ລຸກ​ໄໝ້​ຢູ່​ໃນ​ເຂດ​ອາ​ເມ​ຊອນ​ປີນີ້ເພີ້ມ​ຂຶ້ນ 83 ເປີ​ເຊັນ ຈາກ​ໄລ​ຍະ 8 ເດືອນ​ທຳ​ອິດ​ຂອງ​ປີ 2018.

ພວກ​ອະ​ນຸ​ລັກ​ທຳ​ມະ​ຊາດ ໄດ້​ຖິ້ມ​ໂທດ​ໃສ່​ທ່ານ ​ໂບ​ລ​ໂຊ​ນາ​ໂຣໂດຍ​ກ່າວ​ວ່າ​ເປັນ​ຜູ້​ຊຸກ​ຍູ້​ໃຫ້​ພວກ​ຊາວ​ໄຮ່​ຊາວ​ນາ​ແລະ​ອື່ນໆ​ຈູດ​ເຜົາ​ປ່າ​ເພື່ອ​ການ​ພັດ​ທະ​ນາ​ ແລະລ້ຽງ​ສັດ.

ອ່ານ​ຂ່​າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG