ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເກົາ​ຫຼີ​ເໜືອ ເຕືອນ ສ​ຫລ ວ່າ ຕົນ​ພ້ອມ​ແລ້ວ ​ທີ່ຈະ​ເປີດການ​ເຈ​ລະ​ຈາ ຫຼື ການ​ປະ​ເຊີນ​ໜ້າ


ຮູບຜູ້​ນຳ​ຂອງ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ເບິ່ງ​ການ​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ໄລ​ຍະ​ໃກ້ 2 ລູກ ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ອົງ​ການ​ຂ່າວ​ສູນ​ກາງ​ຂອງ​ທາງ​ການ​ເກົາ​ຫຼີ ເມື່ອ​ວັນ​ທີ 26 ກໍ​ລະ​ກົດ 2019.
ຮູບຜູ້​ນຳ​ຂອງ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ເບິ່ງ​ການ​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ໄລ​ຍະ​ໃກ້ 2 ລູກ ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ອົງ​ການ​ຂ່າວ​ສູນ​ກາງ​ຂອງ​ທາງ​ການ​ເກົາ​ຫຼີ ເມື່ອ​ວັນ​ທີ 26 ກໍ​ລະ​ກົດ 2019.

ເກົາ​ຫຼີ​ເໜືອ​ໄດ້​ເຕືອນ​ໃນ​ວັນ​ສຸກມື້ນີ້​ວ່າ ຕົນ “ພ້ອມ​ແລ້ວ​ທີ່​ຈະ​ເປີດ​ການ​ເຈ​ລະ​ຈາຫຼື​ການ​ປະ​ເຊີນ​ໜ້າ” ກັບ​ສະ​ຫະ​ລັດໂດຍ​ກ່າວວ່າ ​ຕົນ​ໄດ້​ໃຫ້ “ເວ​ລາ​ພຽງ​ພໍ” ແກ່ວໍ​ຊິງ​ຕັນ​ເພື່ອ​ປ່ຽນ​ແປງ​ທ່າ​ທີ​ກ່ຽວ​ກັບ​ການ​ເຈ​ລະ​ຈາ​ນິວ​ເຄ​ລຍ​ທີ່​ຕົກ​ຢູ່​ໃນ​ສະ​ພາບບໍ່​ໄປ​ບໍ່​ມາ.

ໃນ​ຄຳ​ເຕືອນ ​ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ອົງ​ການ​ຂ່າວ​ສູນ​ກາງ​ຂອງທາງ​ການ​ເກົາ​ຫຼີ ນັ້ນ ທ່ານນີ ຢອງ ໂຮ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ເກົາ​ຫຼີ​ເໜືອ ກ່າວ​ວ່າ ມັນຈະ​ເປັນ “ການ​ຄຳ​ນວນ​ທີ່​ຜິດ​ພາດ” ຖ້າ​ວໍ​ຊິງ​ຕັນ​ຫາກ​ທຳ​ການ​ລົງ​ໂທດ​ເພີ້ມ​ຕື່ມ​ຕໍ່ພຽງ​ຢາງ.

ທ່ານ​ນີ​ກ່າວ​ວ່າ “ພວກ​ເຮົາ​ໄດ້​ໃຫ້​ຕົວ​ຢ່າງ ​ໃນ​ການ​ອະ​ທິ​ບາຍ​ໄປ​ແລ້ວ ພຽງ​ພໍ​ທີ່​ຝ່າຍ​ສະ​ຫະ​ລັດ ສາ​ມາດ​ເຂົ້າ​ໃຈ​ໄດ້ ແລະ​ນອກນັ້ນ​ ພວກ​ເຮົາ​ຍັງ​ໄດ້​ໃຫ້​ເວ​ລາ​ພຽງ​ພໍໃນ​ຄວາມ​ອົດ​ທົນ​ທີ່​ສູງ​ທີ່​ສຸດ. ພ້ອມ​ເຮົາ​ພ້ອມ​ແລ້ວ ທັງ​ການ​ເປີດ​ການ​ເຈ​ລະ​ຈາແລະ​ການ​ປະ​ເຊີນ​ໜ້າ.”

ຄຳ​ເຕືອນ​ດັ່ງ​ກ່າວ​ຍັງ​ເວົ້າ​ວ່າ ເກົາ​ຫຼີ​ເໜືອ​ “ຍັງ​ຈະ​ສືບ​ຕໍ່ເປັນ​ໄພ​ຂົ່ມ​ຂູ່​ທີ່​ໃຫຍ່​ທີ່​ສຸດຕໍ່​ສະ​ຫະ​ລັດ” ເປັນ​ເວ​ລາ​ອີກ​ດົນ​ນານ.

ນີ້​ແມ່ນ​ຮ່ອງ​ຮອຍ​ອັນ​ຫຼ້າ​ສຸດ ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ເກົາ​ຫຼີ​ເໜືອ​ອາດ​ຍັງ​ຈະ​ບໍ່​ເປີ​ດການ​ເຈ​ລະ​ຈາ​ໃນ​ໄວໆ​ນີ້ ທັງໆ​ທີ່​ໃຫ້​ສັນ​ຍານ​ວ່າຕົນ​ຈະ​ດຳ​ເນີນ​ການ​ດັ່ງ​ກ່າວ ຫຼັງຈາກ​ການ​ຊ້ອມ​ລົບ​ຮອບ​ຫຼ້າ​ສຸດ ລະ​ຫວ່າງ​ສະ​ຫະ​ລັດ​ກັບ​ເກົາ​ຫຼີ​ໃຕ້ ຊຶ່ງ​ໄດ້​ສິ້ນ​ສຸດລົງ​ໃນ​ອາ​ທິດນີ້.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ກ່າວ​ວ່າ ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ​ ຈົງ ອຶນ ໄດ້​ໃຫ້​ສັນ​ຍາ​ກັບ​ທ່ານ ຢູ່​ໃນ​ຈົດ​ໝາຍ​ສ່ວນ​ຕົວ​ວ່າ ຈະ​ຢຸດ​ເຊົາ​ໃນການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ ແລະ​ເລີ້ມ​ການ​ເຈ​ລະ​ຈາ​ເວ​ລາ​ໃດ​ທີ່​ການ​ຊ້ອມ​ລົບຮ່ວມ​ສິ້ນ​ສຸດ​ລົງ.

ການ​ຊ້ອມ​ລົບ​ໄດ້​ສິ້ນ​ສຸດ​ລົງ​ໃນ​ວັນ​ອັງ​ຄານ​ຜ່ານ​ມາ ແຕ່​ແທນ​ທີ່​ຈະ​ເປີດ​ການ​ເຈ​ລະ​ຈາ ເກົາ​ຫຼີ​ເໜືອ​ຊ້ຳ​ພັດ​ຈົ່ມ​ທຸກວ່າ ​ການ​ຊ້ອມ​ລົບ​ໄດ້​ມີ​ຂຶ້ນ​ແລ້ວ ນອກນັ້ນ​ຍັງໄດ້​ສະ​ແດງ​ຄວາມ​ບໍ່​ພໍ​ໃຈ ຕໍ່​ການ​ທີ່​ເກົາ​ຫຼີ​ໃຕ້​ຂໍ​ຊື້​ເຮືອ​ບົນ​ລົບ​ຈາກ​ສ​ະ​ຫະ​ລັດ.

ຢູ່​ໃນ​ຖະ​ແຫຼງ​ການ​ຂອງ​ທ່ານ​ໃນ​ວັນ​ສຸກມື້ນີ້ ລັ​ດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ນີ ຍັງໄດ້​ຕ້ອງ​ຕິ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ທີ່​ໄດ້ກ່າວ​ເມື່ອ​ໄວໆ​ມານີ້​ວ່າ ສະ​ຫະ​ລັດ​ຈະ​ສືບ​ຕໍ່​ ການ​ລົງ​ໂທດ​ທີ່​ໜັກ​ທີ່​ສຸດ “ໃນ​ປະ​ຫວັດສາດ” ຕໍ່​ເກົາ​ຫຼີ​ເໜືອ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG