ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ​ຢືນ​ຢັນ ໃນ​ການ​ຈັບ ພະ​ນັກ​ງານ ສະ​ຖານ​ກົງ​ສຸນ​ອັງ​ກິດ ຢູ່​ຮົງ​ກົງ


ພວກ​ປະ​ທ້ວງ​ຖື​ທຸງ​ຊາ​ດ​ອັງ​ກິດ ​ພາ​ກັນ​ເດີນ​ຂະ​ບວນ ໃກ້ໆ​ອ່າວ​ຮົງ​ກົງ ເມື່ອ​ວັນ​ທີ 7 ກໍ​ລະ​ກົດ 2019.
ພວກ​ປະ​ທ້ວງ​ຖື​ທຸງ​ຊາ​ດ​ອັງ​ກິດ ​ພາ​ກັນ​ເດີນ​ຂະ​ບວນ ໃກ້ໆ​ອ່າວ​ຮົງ​ກົງ ເມື່ອ​ວັນ​ທີ 7 ກໍ​ລະ​ກົດ 2019.

ຈີນ​ໃຫ້​ການ​ຢືນ​ຢັນ​ໃນ​ວັນ​ພຸດ​ວານນີ້​ວ່າ ພະ​ນັກ​ງານ​ທ້ອງ​ຖິ່ນ​ຂອງ​ກົງ​ສຸນ​ອັງ​ກິດ​ໃນ​ຮົງ​ກົງ ໄດ້​ຖືກ​ກັກ​ໂຕ​ໄວ້ 15 ມື້ ຍ້ອນ​ຖືກ​ກ່າວ​ຫາ​ວ່າ ລະ​ເມີດ​ກົດ​ໝາຍ​ຢູ່​ໃນ​ເຂດ​ດັ່ງ​ກ່າວ.

ພະ​ນັກ​ງານ ​ໄຊມອນ ເຊັງ (Simon Cheng) ອາ​ຍຸ 28 ປີ ໄດ້​ຖືກ​ຈັບ​ຕາ​ມ​ທີ່​ມີ​ການ​ກ່າ​ວ​ຫາ​ຂອງ​ຕຳ​ຫຼວດ​ເຊັນ ເຊນ ເມື່ອ​ຄືນ​ວັນ​ທີ 8 ສິງ​ຫາ​ຜ່ານ​ມາໃນ​ຂະ​ນະທີ່​ເດີນ​ທາງ​ກັບ​ຄືນ ຈາກ​ການ​ໄປ​ເຮັດ​ທຸ​ລະ​ກິດຢູ່​ທີ່​ເມືອງ​ດັ່ງ​ກ່າວ​ຊຶ່ງ​ຕັ້ງ​ຢູ່​ໃກ້​ຄຽງ ອີງ​ຕາມ​ຄຳ​ເວົ້າ ​ຂອງ​ຄອບ​ຄົ​ວ​ລາວ ທີ່​ກ່າວ​ຢູ່​ໃນ​ໜ້າ​ເຟ​ສ​ບຸກ ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ກ່ອນ​ເຈົ້າ​ໜ້າ​ທີ່​ຈີນ ອອກ​ມາ​ໃຫ້​ການ​ຢືນ​ຢັນ.

ແຟນ​ຂອງ​ທ່ານເຊັງ ທີ່​ມີ​ນາມ​ສະ​ກຸນ​ວ່າ ລີ ກ່າວ​ຕໍ່​ສື່ມວນ​ຊົນ ​ໃນ​ຮົງ​ກົງ​ວ່າ ຂໍ້​ຄວາມທີ່​ນາງ​ໄດ້​ຮັບ​ຈາກ​ແຟນ​ຂອງ​ນາງ​ເທື່ອ​ສຸດ​ທ້າຍ ກໍ​ແມ່ນລຸນ​ຫຼັງອອກ​ຈາກລົດ​ໄຟ​ຄວາມ​ໄວ​ສູງ​ແລ້ວ ລາວ​ກໍ​ຈະ​ໄປ​ບ່ອນກວດ​ພາ​ສີ ທີ່ສະ​ຖາ​ນີ​ເກົາ​ລູນ​ຕາ​ເວັນຕົກ ຊຶ່ງ​ເປັນ​ບ່ອນ​ກວດ​ທີ່​ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ​ຂອງ​ຈີນ​ອະ​ນຸ​ຍາດ​ໃຫ້.

ນາງ​ລີ ບໍ່​ໄດ້​ໃຫ້​ການ​ອະ​ທິ​ບາຍ​ຫຍັງ​ເພີ້ມ​ຕື່ມ ໂດຍ​ອ້າງ​ເຫດ​ຜົນ​ເລື້ອງ​ຄວາມ​ປອດ​ໄພ.

ແຕ່​ແນວ​ໃດ​ກໍ​ຕາມ ເປັນ​ທີ່​ເຊື່ອ​ກັນ​ວ່າ ທ່ານ​ເຊັງ​ໄດ້​ຖືກ​ຕຳ​ຫຼວດ​ຈີນ​ຈັບ​ໂຕ​ໄປ​ຈາກ​ສະ​ຖາ​ນີ​ເກົາ​ລູນ​ຕາ​ເວັນ​ຕົກ ແລະ​ຜູ້​ກ່ຽວ​ຖືກ​ຂັງ​ຢູ່​ໃສ​ນັ້ນ ຍັງ​ບໍ່​ຮູ້​ກັນ​ເທື່ອ.

ຄອບ​ຄົວ​ຂອງ​ລາວ​ຍັງ​ບໍ່​ໄດ້​ຮັບ​ແຈ້ງ​ການ​ໃດໆ​ຈາກ​ບ່ອນ​ຄຸມ​ຂັງ ຊຶ່ງ​ກົດ​ໝາຍ​ຈີນ​ຄວນ​ຈະ​ສົ່ງ​ໄປ​ໃຫ້​ທາງ​ຄອບ​ຄົວ ​ພາຍ​ໃນ 24 ຊົ່ວ​ໂມງ ອີງ​ຕາມ​ຖະ​ແຫຼງ​ການ​ຂອງຄົວ​ຜູ້​ກ່ຽວ.

ຖະ​ແຫຼງ​ການ​ຂອງຄອບ​ຄົວ​ ກ່າວ​ວ່າ “ພວກ​ເຮົາ​ຮູ້​ສຶກ​ໝົດ​ຫວັງ ແລະ​ເປັນ​ຫ່ວງ​ກ່ຽວ​ກັບໄຊ​ມອນ. ພວກ​ເຮົາ​ຫວັງ​ວ່າ ໄຊ​ມອນ​ສາ​ມາດ​ເດີນ​ທາງ​ກັບ​ຄືນ​ໄປ​ຮົງ​ກົງໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.”

ໃນ​ຂະ​ນະ​ທີ່​ໃຫ້​ການ​ຢືນ​ຢັນ ກ່ຽວ​ກັບ​ການ​ຈັບ​ກຸມ​ທ່ານ​ເຊັງ​ນັ້ນ ໂຄ​ສົກ​ກະ​ຊວງການ​ຕ່າງ​ປະ​ເທດ​ຈີນ ທ່ານ​ເກັງ ຊວງ ກ່າວ​ຢູ່​ໃນ​ການ​ຖະ​ແຫຼງ​ຂ່າວ​ຕໍ່​ສື່ມວນ​ຊົນໃນ​ວັນ​ພຸດ​ວານນີ້​ວ່າ ທ້າວ​ເຊັງ ເປັນ​ພົ​ນ​ລະ​ເມືອງ​ຂອງ​ຮົງ​ກົງ ແລະ​ການ​ຈັບ​ກຸມຜູ້​ກ່ຽວ​ ແມ່ນ​ເປັນ​ເລື້ອງ​ພາຍ​ໃນ ບໍ່​ແມ່ນ​ການ​ຂັດ​ແຍ້ງ​ທາງ​ດ້ານ​ການ​ທູດ.

ແຕ່​ເຈົ້​າ​ໜ້າ​ທີ່​ລັດ​ຖະ​ບານ​ຈີນ ​ກໍບໍ່​ຍອມ​ເສຍ​ເວ​ລາ​ໃດໆ​ເລີຍ ໂດຍ​ຊີ້​ໃສ່​ວ່າ​ເປັນ​ຍ້ອນ​ລັດ​ຖະ​ບານ​ອັງ​ກິດ.


ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັ​ງ​ກິດ

XS
SM
MD
LG