ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເງິນ​ທີ່​ສັນ​ຍາ​ໄວ້ ​ສຳ​ລັບ​ ເຢ​ເມນ ແຕ່​ບໍ່​ໄດ້ຈ່າຍ ອາດ​ເຮັດ​ໃຫ້ ມີ​ການ​ເສຍ​ຊີ​ວິດ ເກີດ​ຂຶ້ນ​


​ແມ່​ຂອງ​ລາວ ພວມ​ອາບ​ນ້ຳ​ໃຫ້ ທ້າວ​ໂມ​ອາ​ສ ອາ​ລີ ໂມ​ຮຳ​ໝັດ ເດັກ​ນ້ອຍ​ທີ່​ທຸກ​ຍາກ​ອາ​ຍຸ 2 ປີ ຈາກ​ເຂດ ບາ​ນີ ອາ​ເມີ ເມື່ອ​ວັນ​ທີ 28 ກໍ​ລະ​ກົດ 2019.
​ແມ່​ຂອງ​ລາວ ພວມ​ອາບ​ນ້ຳ​ໃຫ້ ທ້າວ​ໂມ​ອາ​ສ ອາ​ລີ ໂມ​ຮຳ​ໝັດ ເດັກ​ນ້ອຍ​ທີ່​ທຸກ​ຍາກ​ອາ​ຍຸ 2 ປີ ຈາກ​ເຂດ ບາ​ນີ ອາ​ເມີ ເມື່ອ​ວັນ​ທີ 28 ກໍ​ລະ​ກົດ 2019.

ເງິນ​ທຶນ ໃນການ​ປະ​ຕິ​ບັດ​ງານ​ທາງ​ດ້ານ​ມະ​ນຸ​ດ​ສະ​ທຳ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ​ເຢ​ເມນ ​ໄດ້​ໝົດ​ລົງ​ຢ່າງວ່ອງ​ໄວ ແລະ​ໃນ​ອີກ​ບໍ່​ດົນ​ນີ້ ​ຕ້ອງ​ໄດ້​ຫລຸດ​ການ​ປັນ​ສ່ວນດ້ານ​ອາ​ຫານ​ລົງ​ ໃຫ້​ແກ່ 12 ລ້ານ​ຄົນແລະ​ອັດ​ໂຄງ​ການ​ຊ່ວຍ​ຊີ​ວິດເດັກຖ້າບັນ​ດາ​ປະ​ເທດ​ແລະ​ອົງ​ການ​ຕ່າງໆ​ບໍ່​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ.

ທ່ານ​ນາງ​ລີ​ສ ແກ​ຣນ​ເດ (Lise Grande) ຜູ້​ປະ​ສານ​ງານ ​ດ້ານ​ມະ​ນຸດ​ສະ​ທຳ​ຂອງສະ​ຫະ​ປະ​ຊາ​ຊາດ ​ໃນ​ເຢ​ເມນ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ ໃນ​ວັນ​ພຸດ​ວານນີ້ວ່າ “ພວກ​ເຮົາ​ຕ້ອງ​ການ​ເງິນ​ທຶນ​ທີ່​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ໄປ​ແລ້ວນັ້ນ​ຫຼາຍ​ທີ່​ສຸດ. ເວ​ລາ​ໃດ​ເງິນ​ບໍ່​ມາ ຜູ້​ຄົນ​ກໍ​ຈະ​ຕາຍ.”

ມີ​ພຽງ​ແຕ່ 3 ໂຄງ​ການມະ​ນຸດ​ສະ​ທຳ​ທີ່​ສຳ​ຄັນໆ​ເທົ່າ​ນັ້ນ ຂອງ​ຈຳ​ນວນທັງ​ໝົດ 34 ໂຄງ​ການ​ໃນ​ເຢ​ເມນ ໄດ້​ຮັບ​ທຶນ​ສະ​ໜັບ​ສະ​ໜຸນ​ໃນ​ປີນີ້.

ວິ​ກິດ​ການ​ທາງ​ດ້ານ​ມະ​ນຸດ​ສະ​ທຳ​ແມ່ນ​ເປັນ​ຜົນ​ເນື່ອງ​ມາ​ຈາກ​ການ​ສູ້​ລົບ​ກັນ​ເປັນ​ເວ​ລາ 4 ປີກວ່າ​ລະ​ຫວ່າງ​ກຳ​ລັງ​ປະ​ສົມ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ຊາ​ອຸ​ດີ ອາ​ຣາເບຍ ທີ່​ສະ​ໜັບ​ສະ​ໜຸນ​ລັດ​ຖະ​ບານ​ເຢ​ເມນ ແລະ​ພວກ​ກະ​ບົດ​ຮູ​ຕີ ທີ່​ໄດ້​ຮັບ​ການໜຸນ​ຫຼັງ​ຈາກ​ອີ​ຣ່ານ ທີ່​ໄດ້​ເຂົ້າ​ຍຶດ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ແລະ​ບັງ​ຄັບ​ໃຫ້​ປະ​ທານາ​ທິ​ບໍ​ດີ​ຕ້ອງ​ໄດ້​ລາ​ອອກ.

ເຢ​ເມນ​ເປັນ​ບ່ອນ​ທີ່ມີ​ການ​ປະ​ຕິ​ບັດ​ງານ​ທາງ​ດ້ານ​ມະ​ນຸດ​ສະ​ທຳ​ຂອງອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທີ່​ໃຫຍ່​ທີ່​ສຸດ ແຕ່​ບໍ່​ໄດ້​ຮັບ​ເງິນ​ທຶນ​ຢ່າງ​ພຽງ​ພໍ. ຈາກ​ຈຳ​ນວນ​ເງິນທີ່​ຕ້ອງ​ການ​ທັງ​ໝົດ 4,190 ລ້ານ​ໂດ​ລາ ມີ​ແຕ່​ 34 ເປີ​ເຊັນຂອງ​ເງິນ​ຈຳ​ນວນ ດັ່ງ​ກ່າວ​ເທົ່າ​ນັ້ນ​ທີ່​ໄດ້​ຮັບ.

ຜູ້​ບໍ​ລິ​ຈາກ​ລາຍ​ໃຫຍ່​ທີ່​ສຸດ​ຕໍ່​ແຜນ​ການ​ຮັບ​ມື​ທາງ​ດ້ານ​ມະ​ນຸດ​ສະ​ທຳ ແມ່ນ​ເປັນ​ປະ​ເທດ​ທີ່​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ທີ່​ສຳ​ຄັນ​ໃນ​ການ​ເຮັດ​ສົງ​ຄາມຄື​ຊາ​ອຸ​ດີ ອາ​ຣາ​ເບຍ ແລະ​ສະ​ຫະ​ລັດ​ອາ​ຣັບ​ເອ​ເມີ​ເຣັ​ສຊຶ່ງ​ຕ່າງ​ກໍ​ໃຫ້​ຄຳ​ໝັ້ນ​ສັນ​ຍາຈະ​ໃຫ້ເງິນ​ຊ່ວຍ​ເຫຼືອ 750 ລ້ານ​ໂດ​ລາ ໃນ​ປີ 2019 ແຕ່​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ແຕ່​ພຽງ​ເລັກ​ນ້ອຍ​ ໃນຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ.

ຊາ​ອຸ​ດີ ອາ​ຣາ​ເບຍ ໄດ້​ຈ່າຍ​ເງິນ​ໄປ​ແລ້ວ 127 ລ້ານ​ໂດ​ລາ ແລະ​ສະ​ຫະ​ລັດ​ອາຣັບ​ເອ​ເມີ​ເຣັ​ສ ໄດ້​ຈ່າຍ​ເງິນ 160 ລ້ານ​ໂດ​ລາ. ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່າວວ່າ ນອກນັ້ນ ປະ​ເທດ​ທັງ​ສອງ​ຍັງ​ໄດ້​ຈ່າຍ​ເງິນ ​ຕື່ມ​ອີກ 89 ລ້ານ​ໂດ​ລາ ແລະ 35 ລ້ານ​ໂດ​ລາ ຕາມ​ລຳ​ດັບ ໃຫ້​ແກ່​ອົງ​ການ​ຕ່າງໆ​ທີ່​ເຮັດ​ວຽກ​ຢູ່ນອກ​ໂຄງ​ການ.

ຢູ່​ໃນ​ປະ​ເທດບ່ອນ​ທີ່​ຜູ້​ຄົນ 10 ລ້ານ​ຄົນ​ພວມ​ຈະ​ຕົກ​ຢູ່​ໃນ​ສະ​ພາບ​ການ​ຂາດ​ແຄນ​ອາ​ຫານ​ຢ່າງ​ເຕັມ​ທີ່​ແລ້ວນັ້ນ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ກ່າວ​ວ່າ ນອກ​ຈາກ​ຈະ​ໄດ້​ຮັບ​ເງິນ​ຊ່ວຍ​ເຫຼືອ ຢ່າງວ່ອງ​ໄວ ຕົນ​ກໍ​ຈະ​ຕັດ​ການ​ປັນ​ສ່ວນ​ອາ​ຫານ​ໃຫ້​ແກ່ 12 ລ້ານ​ຄົນແລະ​ຢຸດ​ໃຫ້​ການ​ບໍ​ລິ​ການ​ແກ່​ພວກ​ເດັກ​ນ້ອຍ​ທີ່​ຂາດ​ອາ​ຫານ 2 ລ້ານ 5 ແສນ​ຄົນ.

ອ່ານ​ຂ່າວນີ້​ຕື່​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG