ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ​ທ​ຣຳ ຢາກ​ໃຫ້ ຣັດ​ເຊຍ ກັບ​ຄືນ​ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ສຸດຍອດ ກຸ່ມ​ຈີ 7


ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ກ່າວ​ຕໍ່​ພວກ​ນັກ​ຂ່າວ ກ່ອນ​ອອກ​ເດີນ​ທາງ ໂດຍ​ເຮ​ລີ​ຄອບ​ເຕີ້​ປະ​ຈຳ​ຕຳ​ແໜ່ງ ທີ່​ເດີ່ນ​ກ້ຳ​ໃຕ້​ຂອງ​ທຳ​ນຽ​ບ​ຂາວ ເມື່ອ​ວັນ​ທີ 21 ສິງ​ຫາ 2019.
ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ກ່າວ​ຕໍ່​ພວກ​ນັກ​ຂ່າວ ກ່ອນ​ອອກ​ເດີນ​ທາງ ໂດຍ​ເຮ​ລີ​ຄອບ​ເຕີ້​ປະ​ຈຳ​ຕຳ​ແໜ່ງ ທີ່​ເດີ່ນ​ກ້ຳ​ໃຕ້​ຂອງ​ທຳ​ນຽ​ບ​ຂາວ ເມື່ອ​ວັນ​ທີ 21 ສິງ​ຫາ 2019.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ ທ່ານ​ຢາກ​ໃຫ້​ຣັດ​ເຊຍ ກັບ​ຄືນ​ເຂົ້າ​ມາ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຂອງ​ກຸ່ມ 7 ​ປະ​ເທດທີ່​ມີ​ເສດ​ຖະ​ກິດ ​ກ້າວ​ໜ້າ​ທີ່​ສຸດ​ໃນ​ໂລກ ຫຼື G-7 ເຖິງ​ແມ່ນ​ປະ​ເທດ​ດັ່ງ​ກ່າວ​ຍັງ​ຄວບ​ຄຸມ​ແຫຼມ​ໄຄ​ຣ​ເມຍ​ຢູ່​ກໍ​ຕາມ.

ຣັດ​ເຊຍ​ໄດ້​ຖືກ​ຂັບ​ໄລ່​ອອກ​ຈາກ​ກຸ່ມ​ດັ່ງ​ກ່າວຍ້ອນ​ໄດ້​ປະ​ກາດ​ຮວມ​ເອົາ​ແຫຼມ​ໄຄ​ຣ​ເມຍ​ເຂົ້າ​ເປັນ​ສ່ວນ​ນຶ່ງ​ຂອງ​ຕົນ ໃນ​ປີ 2014.

ໃນ​ຂະ​ນະ​ທີ່​ພວກ​ຜູ້​ນຳ​ຂອງ​ກຸ່ມ G-7 ​ພວມ​ມຸ່ງ​ໜ້າ​ໄປ​ຍັງ​ເມື​ອງ​ບີ​ອາ​ຣິດ ທີ່​ຕັ້ງ​ຢູ່​ແຄມ​ຝັ່ງ​ມະ​ຫາ​ສະ​ໝຸດ​ແອັດ​ແລນ​ຕິກ​ຂອງ​ຝ​ຣັ່ງ ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​ຈຳປີ ໃນ​ທ້າຍ​ອາ​ທິດນີ້ ທ່ານ​ທ​ຣຳກ່າວ​ວ່າ ມັນ​ຈະ​ມີ​ຄວາມ​ໝາຍ​ຫຼາຍ​ຂຶ້ນ​ຖ້າ​ປະ​ທານາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນໄດ້​ເຂົ້າ​ຮ່ວມ​ປະ​ຊຸມ​ຂອງ​ກຸ່ມ​ດັ່ງ​ກ່າວ​ຄືນ​ອີກ.

ທ່ານ​ທ​ຣຳ​ເບິ່ງ​ຄື​ວ່າ ບໍ່​ໄດ້​ມີ​ຄວາມ​ເປັນ​ຫ່ວງ​ໃດໆ ກ່ຽວ​ກັບ​ການ​ທີ່​ຣັດ​ເຊຍ​ຖື​ວ່າ​ແຫຼມ​ໄຄ​ຣ​ເມຍ​ເປັນ​ສ່ວນ​ນຶ່ງ​ຂອງ​ດິນ​ແດນ​ຕົນ ແຕ່​ກັບ​ຖິ້ມ​ໂທດ​ໃສ່​ອະ​ດີດ​ປະ​ທານາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ບາ​ຣັກ ໂອ​ບາ​ມາ ໃນ​ການ​ທີ່​ຣັດ​ເຊຍເຂົ້າ​ຍຶດ​ຄອງ​ແຫຼມໄຄ​ຣ​ເມຍນັ້ນ.

ທ່ານ​ທ​ຣຳ​ກ່າວ​ວ່​າ “ພວກ​ເຂົາ​ໄດ້​ເຂົ້າ​ຍຶດ​ຄອງໃນ​ລະ​ຫວ່າງການ​ດຳ​ລົງ​ຕຳ​ແໜ່ງ​ຂອງ​ໂອ​ບາ​ມາ ບໍ່​ແມ່ນ​ຂອງ​ຂ້າ​ພະ​ເຈົ້າ. ຄວາມ​ຈິງ​ກໍ​ຄື​ວ່າ ປະ​ທາ​ນາ​ທິ​ບໍ​ດີ​ປູ​ຕິນແມ່ນສະ​ຫຼາດກວ່າ​ປະ​ທາ​ນາ​ທິ​ບໍ​ດີ​ໂອ​ບາ​ມາ ໃນ​ເລື້ອງ​ແຫຼມ​ໄຄ​ຣ​ເມຍ ແລະ​ເລື້ອງອື່ນ​ໆ. ທ່ານ​ໄດ້​ດຳ​ລົງ​ຕຳ​ແໜ່ງ​ຍ້ອນ​ເອົ​າ​ຊະ​ນະ​ປະ​ທາ​ນາ​ທິ​ບໍ​ດີ​ໂອ​ບາ​ມາ ແລະ ທີ່​ຈິງ​ແລ້ວ ຍ້ອນ​ເລື້ອງນີ້ທ່ານ​ໂອ​ບາ​ມາ​ຈຶ່ງ​ເສຍ​ໃຈ ແລະ​ຂັບ​ໄລ່​ທ່ານ​ປູ​ຕິນ​ອອກຈາ​ກ​ກຸ່ມ G-8 ຈຶ່ງ​ໄດ້​ກາຍ​ມາ​ເປັນ​ກຸ່ມ G-7.

ທ່ານ​ທ​ຣຳ​ໄດ້​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ວັນ​ພຸດ​ວານນີ້ໃນ​ການ​ຕອບ​ຄຳ​ຖາມ​ທີ່​ບ່ອນ​ຈອດ​ລົດ​ຂອງ​ທຳ​ນຽບ​ຂາວ ໂດຍ​ເວົ້າ​ວ່​າ “ພວກ​ເຮົາ​ໄດ້​ໃຊ້​ເວ​ລາ​ຫຼວງ​ຫຼາຍ​ເວົ້າເຖິງ​ເລື້ອງ​ຣັດ​ເຊຍ ຢູ່​ໃນ​ກອງ​ປະ​ຊຸມ​ເຫຼົ່າ​ນັ້ນ ແລະ​ພວກ​ເຂົາ​ກໍ​ບໍ່​ໄດ້​ຢູ່​ທີ່ນັ້ນ. ຂ້າພະ​ເຈົ້າ​ຄິດ​ວ່າ ມັນ​ອາດ​ເປັນ​ເລື້ອງ​ທີ່​ດີ ຖ້າ​ຣັດ​ເຊຍ​ຢູ່​ທີ່ນັ້ນ ເພື່ອ​ໃຫ້​ພວກ​ເຮົາ​ສາມາດ​ເວົ້າ​ກັບ​ພວກ​ເຂົາ​ໂດຍ​ກົງ ໂດຍ​ບໍ່​ຕ້ອງ​ລົມ​ກັນ​ທາງ​ໂທ​ລະ​ສັບ.”

ທ່ານ​ທ​ຣຳກ່າວ​ຕື່ມ​ວ່າ “ພວກ​ເຮົາ​ຢາກ​ໃຫ້​ມີ ​ສັນ​ຕິ​ພາບ​ໃນ​ໂລກ ການ​ຄ້າ​ ແລະ​ເລື້ອງ​ອື່ນໆ. ມັນ​ຈະ​ເປັນ​ການ​ງ່າຍ​ຂຶ້ນ​ຖ້າ​ຫາກ​ມີ​ຣັດ​ເຊຍ​ຢູ່​ທີ່ນັ້ນ ບ່ອນ​ທີ່​ພວກ​ເຂົາ​ເຄີຍ​ເປັນ​ສະ​ມາ​ຊິກ​ມາ​ກ່ອນ​ແລ້ວ.”

ນຶ່ງມື້​ກ່ອນນັ້ນ ທ່ານ​ທ​ຣຳ​ກ່າວ​ວ່າ ຖ້າ​ປະ​ເທດ​ໃດ​ປະ​ເທດ​ນຶ່ງ​ໃນ​ກອງ​ປະ​ຊຸມ​ສຸດຍອດ​ອາ​ທິດນີ້ ຫາກ​ເຄື່ອນ​ໄຫວ​ຮັບ​ເອົາ​ຣັດ​ເຊຍ​ຄືນ​ອີກ “ຂ້າ​ພະ​ເຈົ້າ ແນ່ນອນ​ກໍຈະ​ມີ​ຄວາມ​ຄິດ​ເອນ​ອຽງ​ໄປ​ໃນ​ທາງ​ທີ່​ດີ​ກ່ຽວ​ກັບ​ເລື້ອງ​ນີ້.”

ກຸ່ມ G-7 ແມ່ນ​ປະ​ກອບ​ດ້ວຍ​ກາ​ນາ​ດາ ຝ​ຣັ່ງ ເຢຍ​ຣະ​ມັນ ອີ​ຕາ​ລີ ຍີ່​ປຸ່ນ ອັງ​ກິດ ​ແລະສະ​ຫະ​ລັດ ແມ່ນ​ຖືກ​ຈັດ​ໂດຍ​ອົງ​ການກອງ​ທຶນ​ສາ​ກົນ IMF ໃຫ້​ເປັນປະ​ເທດ​ທີ່​ມີ​ເສດ​ຖະ​ກິດ​ກ້າວ​ໜ້າ​ທີ່​ສຸດ ໂດຍ​ມີ​ຄວາມ​ຮັ່ງ​ມີ​ປະ​ກອບ​ເປັນ 58 ເປີ ​ເຊັນ​ຂອງ​ໂລກ. ຈີນ​ເປັນ​ປະ​ເທດ​ທີ່​ມີ​ເສດ​ຖະ​ກິດ​ໃຫຍ່​ອັນ​ດັບ​ສອງ​ຂອງ​ໂລກຮອງ​ຈາກ​ສະ​ຫະ​ລັດ ແຕ່​ບໍ່​ໄດ້​ຖືກ​ຈັດ​ຢູ່​ໃນ​ກຸ່ມ G-7. ຣັດ​ເຊຍ​ມີ​ເສດ​ຖະ​ກິດ​ໃຫຍ່ສຸດ​ອັນດັບ​ທີ 12 ຂອງ​ໂລກ.

ອ່ານ​ຂ່າວນີ້​ຕ​ື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG