ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພົນລະເມືອງ ຮົງກົງ ປະທ້ວງຢ່າງສັນຕິ ໃນການຊຸກຍູ້ ຄັ້ງຫລ້າສຸດ ເພື່ອໃຫ້ປະຕິຮູບ


ພວກປະທ້ວງເຕົ້າໂຮມກັນ ຢູ່ທີ່ ສວນໄຊຊະນະ ຫຼື Victoria Park ໃນຮົງກົງ. ຫຼາຍພັນຄົນລັ່ງໄຫລເຂົ້າມາໃນສ່ວນດັ່ງກ່າວ ສຳລັບສິ່ງທີ່ພວກຈັດງານ ຫວັງວ່າ ຈະເປັນ ການເດີນຂະບວນ ປະທ້ວງທີ່ສັນຕິ ເພື່ອປະຊາທິປະໄຕ ໃນເຂດທີ່ປົກຄອງຕົນເອງ ເຄິ່ງນຶ່ງ ຂອງຈີນ.
ພວກປະທ້ວງເຕົ້າໂຮມກັນ ຢູ່ທີ່ ສວນໄຊຊະນະ ຫຼື Victoria Park ໃນຮົງກົງ. ຫຼາຍພັນຄົນລັ່ງໄຫລເຂົ້າມາໃນສ່ວນດັ່ງກ່າວ ສຳລັບສິ່ງທີ່ພວກຈັດງານ ຫວັງວ່າ ຈະເປັນ ການເດີນຂະບວນ ປະທ້ວງທີ່ສັນຕິ ເພື່ອປະຊາທິປະໄຕ ໃນເຂດທີ່ປົກຄອງຕົນເອງ ເຄິ່ງນຶ່ງ ຂອງຈີນ.

ພວກປະທ້ວງຫຼາຍສິບພັນຄົນ ທີ່ສະໜັບສະໜຸນປະຊາທິປະໄຕ ພາກັນເດີນຂະບວນ
ຜ່ານຖະໜົນສາຍຕ່າງໆຂອງຮົງກົງຢ່າງສັນຕິ ໃນວັນອາທິດວານນີ້ ຊຶ່ງເປັນອາທິດທີ
11 ລຽນຕິດ ຂອງການເດີນຂະບວນປະທ້ວງຕໍ່ຕ້ານລັດຖະບານຮົງກົງ.

ຝົນຕົກລົງມາໃສ່ພວກປະທ້ວງຢ່າງໜັກ ແຕ່ຂະໜາດຂອງຝຸງຄົນ ໄດ້ສະແດງໃຫ້ເຫັນ
ວ່າ ເປົ້າໝາຍຂອງການເຄື່ອນໄຫວດັ່ງກ່າວ ແມ່ນເພື່ອຫລຸດຜ່ອນການຄວບຄຸມຂອງ
ປັກກິງຕໍ່ເຂດແດນນີ້ ຍັງຄົງໄດ້ຮັບການສະໜັບສະໜຸນ ຢ່າງກວ່າງຂວາງຂອງມະຫາຊົນ.

ອົງການແນວໂຮມພົນລະເຮືອນເພື່ອສິດທິມະນຸດ ຊຶ່ງເປັນກຳລັງຜັກດັນຢູ່ເບື້ອງຫລັງ
ຂອງການປະທ້ວງ ຕະຫຼອດໄລຍະລະດູຮ້ອນນີ້ ໄດ້ຮຽກຮ້ອງໃຫ້ປະທ້ວງຢ່າງ “ມີເຫດ
ມີຜົນ ປາດສະຈາກຄວາມຮຸນແຮງ” ໃນວັນອາທິດວານນີ້. ພວກປະທ້ວງໃນເມື່ອກ່ອນ
ໄດ້ປະທະກັບເຈົ້າໜ້າທີ່ຕຳຫຼວດ ຢູ່ຖະໜົນສາຍຕ່າງໆ ໃນລະຫວ່າງນັ້ນ ການປະທ້ວງ
ໃນທ້າຍສັບ ປະດາກ່ອນ ແລະເປັນເວລາສອງວັນ ເມື່ອທ້າຍສັບປະດາແລ້ວນີ້ ຢູ່
ສະໜາມບິນສາກົນຂອງຮົງກົງນັ້ນ ໄດ້ນຳໄປສູ່ການຍົກເລີກເກືອບ 1,000 ຖ້ຽວບິນ.

“ສັນຕິພາບ ເປັນບູລິມະສິດ ອັນດັບ 1 ໃນມື້ນີ້” ນາງກິກິ ມາ ນັກບັນຊີ ອາຍຸ 28 ປີ ໄດ້
ກ່າວຕໍ່ ອົງການຂ່າວເອພີ. ລາວກ່າວອີກວ່າ “ພວກເຮົາຢາກຈະສະແດງໃຫ້ເຫັນວ່າ
ພວກເຮົາບໍ່ຄືກັນກັບລັດຖະບານ.”

ພວກເດີນຂະບວນປະທ້ວງທັງຫຼາຍຖືຄັນຮົ່ມ ຮ້ອງໂຮຄຳຂວັນວ່າ “ສູ້ເພື່ອເສລີພາບ
ສະໜັບສະໜຸນຮົງກົງ.”

ການເດີນຂະບວນປະທ້ວງ ໄດ້ເລີ້ມຂຶ້ນຢ່າງສັນຕິ ເພື່ອຢຸດຢັ້ງຮ່າງກົດໝາຍສົ່ງຄົນຮ້າຍ
ຂ້າມແດນ ທີ່ອະນຸຍາດໃຫ້ສົ່ງພວກຜູ້ຕ້ອງສົງໄສຄະດີອາຍາ ໄປໃຫ້ຈີນແຜ່ນດິນໃຫຍ່
ເພື່ອດຳເນີນຄະດີ. ຮ່າງກົດໝາຍສົ່ງຄົນຮ້າຍຂ້າມແດນ ໄດ້ຖືກໂຈະໄວ ແຕ່ພວກປະທ້ວງ
ສືບຕໍ່ເດີນຂະບວນ ໃນຂະນະທີ່ ພົນເມືອງຮົງກົງ ເປັນຫ່ວງເລື້ອງການຫລຸດນ້ອຍຖອຍລົງ
ຂອງເສລີພາບທີ່ໄດ້ຖືກຮັບປະກັນ ພາຍໃຕ້ຂໍ້ບັນຍັດທີ່ວ່າ “ນຶ່ງປະເທດ ສອງລະບົບ” ທີ່
ໄດ້ກຳນົດ ໄວ້ນັ້ນ ນັບຕັ້ງແຕ່ການຄຸ້ມຄອງເຂດແດນແຫ່ງນີ້ ໄດ້ຖືກສົ່ງມອບຄືນໃຫ້ຈີນ
ໂດຍອັງກິດ.

ພວກການປະທ້ວງ ໄດ້ຮວມຕົວເຂົ້າກັນ ເພື່ອຮຽກຮ້ອງໃນ 5 ຂໍ້ ທີ່ປະກອບດ້ວຍ ການ
ຖອນຮ່າງກົດໝາຍສົ່ງຜູ້ຮ້າຍຂ້າມແດນອອກຢ່າງສິ້ນເຊີງ ເປີດການສືບສວນສອບສວນ
ຄວາມຮຸນແຮງຂອງຕຳຫຼວດ ໃນລະຫວ່າງການປະທ້ວງທັງຫຼາຍ ແລະໃຫ້ພວກປະທ້ວງ
ທີ່ຖືກຈັບກຸມທັງໝົດ ພົ້ນຈາກຄວາມຜິດທຸກປະການ ໃນການເດີນຂະບວນປະທ້ວງນັ້ນ.

ຂໍ້ຮຽກຮ້ອງທີ່ໄດ້ກ່າວຢ້ຳຊ້ຳແລ້ວຊ້ຳອີກຫຼາຍທີ່ສຸດນັ້ນ ແມ່ນໃຫ້ທ່ານນາງແຄຣີ ແລມ
ຜູ້ບໍລິຫານຮົງກົງ ທີ່ໜຸນຫຼັງໂດຍປັກກິງ ລາອອກຈາກຕຳແໜ່ງ ແລະໃຫ້ເສີມຂະຫຍາຍ
ເສລີພາບທີ່ເປັນປະຊາທິປະໄຕ ໃນຮູບແບບໃດນຶ່ງ ເຊັ່ນວ່າ ສິດທິໃນການໃຊ້ສິດອອກ
ສຽງຂອງພົນເມືອງທຸກຊົນຊັ້ນທັງໝົດ ຊຶ່ງໄດ້ສັນຍາໄວ້ແກ່ຮົງກົງ ພາຍໃຕ້ເງື່ອນໄຂຂອງ
ການມອບຄືນການປົກຄອງຈາກອັງກິດໃຫ້ແກ່ຈີນ ໃນປີ 1997.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG