ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ງົບປະມານ ດ້ານທະຫານ ຂອງໄຕ້ຫວັນ ທີ່ເພີ້ມຂຶ້ນ ຈະຕ້ານທານ ຈີນ ໄດ້ຫຼືບໍ່ ໃນການຊື້ເຮືອບິນລົບ F-16 ລຸ້ນໃໝ່


ເຮືອບິນລົບອາຍພົ່ນ ລຸ້ນ F-16 ຂອງກອງທັບອາກາດ ໄຕຫວັນ ກຳລັງບິນ ໃນລະຫວ່າງການຊ້ອມລົບປະຈຳປີ Han Kuang ຢູ່ຖານທັບກອງທັບບົກ ໃນເຂດ ຊິນຈູ ທາງພາກເໜືອຂອງໄຕ້ຫວັນ, ວັນທີ 4 ກໍລະກົດ 2015.
ເຮືອບິນລົບອາຍພົ່ນ ລຸ້ນ F-16 ຂອງກອງທັບອາກາດ ໄຕຫວັນ ກຳລັງບິນ ໃນລະຫວ່າງການຊ້ອມລົບປະຈຳປີ Han Kuang ຢູ່ຖານທັບກອງທັບບົກ ໃນເຂດ ຊິນຈູ ທາງພາກເໜືອຂອງໄຕ້ຫວັນ, ວັນທີ 4 ກໍລະກົດ 2015.

ໄຕ້​ຫວັນ ມີ​ຈຸດ​ປະ​ສົງ​ທີ່​ຈະ​ຂະ​ຫຍາຍ​ງົບ​ປະ​ມານ​ທາງ​ທະ​ຫານ​ຂອງ​ເຂົາ​ເຈົ້າ ຫຼາຍກວ່າ​
ປົກ​ກະ​ຕິ​ໃນ​ປີ​ໜ້າ ລຸນຫຼັງ​ໄດ້​ແນມ​ເຫັນ​ວ່າ ​ມີ​ໄພ​ຂົ່ມ​ຂູ່​ຈາກ​ ຈີນ ທີ່​ເປັນຄູ່​ແຂ່ງ​ເກົ່າ​ຂອງ​
ເຂົາ​ເຈົ້າ, ເຊິ່ງ​ມີ​ກອງ​ກຳ​ລັງ​ຕິດ​ອາ​ວຸດ​ທີ່​ໃຫຍ່​ທີ່​ສຸດ​ເປັນ​ອັນ​ດັບ​ສາມ​ຂອງ​ໂລກ, ແລະ
ໄດ້​ຮັບ​ກາ​ນອ​ະ​ນຸ​ມັດ​ຈາກ ສະ​ຫະ​ລັດ ທີ່​ຈະ​ຂາຍ​ເຮືອ​ບິນ​ຮົບ​ລຸ້ນ F-16 ໃນຮອບ​ໃໝ່​ໃຫ້.

ງົບ​ປະ​ມານ​ທາງ​ທະ​ຫານ​ຈະ​ເພີ່ມ​ຂຶ້ນ​ເຖິງ 13.1 ຕື້​ໂດ​ລາ​ໃນ​ປີ​ໜ້າ, ເຊິ່ງຫຼາຍ​ທີ່​ສຸດ​ເປັນ
​ປະ​ຫວັດ​ສາດ ແລະ 2.3 ເປີ​ເຊັນ​ຂອງຍອດ​ພະ​ລິດ​ຕະ​ພັນ​ພາຍ​ໃນ, ເປັນ​ການ​ເພີ່ມ​ຂຶ້ນ​
ໜ້ອຍ​ນຶ່ງ​ໃນ​ປີນີ້ ອີງ​ຕາມ​ສູນກາງ​ງົບ​ປະ​ມານ​ລັດ​ຖະ​ບານ, ງົບ​ປະ​ມານ​ດັ່ງ​ກ່າວຖືກ​ຮັບ​
ຜ່ານ​ໃນ​ວັນ​ພະ​ຫັດ​ທີ່​ຜ່ານ​ມາ. ງົບ​ປະ​ມານ​ນັ້ນ, ທີ່​ຕ້ອງ​ຖືກ​ຮອງ​ຮັບ​ໂດຍ​ລັດ​ຖະ​ບານ,
ລວມ​ມີ​ການ​ເພີ່ມ​ຂຶ້ນ 5.2 ເປີ​ເຊັນ​ສຳ​ລັບ​ການ​ປ້ອງ​ກັນ​ປະ​ເທດ, ອີງ​ຕາມ​ການ​ກ່າວ​ຂອງ​
ອົງ​ການ​ຂ່າວ​ສູນ​ກາງ ​ທີ່​ໄດ້​ຮັບ​ການ​ໜູນຫຼັງ​ຈາກ​ລັດ​ຖະ​ບານ​ຂອງ ໄຕ້​ຫວັນ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈະ​ເພີ່ມ​ການ​ໃຊ້​ຈ່າຍ​ຂອງ​ເຂົາ​ເຈົ້າ​ໃນ​ປີ​ໜ້າ ໂດຍ​ສະ​ເພາະ
ສຳ​ລັບ “ການ​ສະ​ໜັບ​ສະ​ໜູນ​ເຈົ້າ​ໜ້າ​ທີ່” ແລະ ທຳ​ “ການ​ລົງ​ທຶນ​ດ້ານ​ທະ​ຫານ”, ອີງ
​ຕາມ​ການ​ກ່າວ​ຂອງ​ໂຄ​ສົກ​ກະ​ຊວງ ທ່ານ ຊີ ຊຸນ ເຫວິນ ໃນ​ວັນ​ອາ​ທິດ​ວານີ້.

ຈີນ ໄດ້​ອ້າງ​ເອົາ​ອຳ​ນາດ​ອະ​ທິ​ປະ​ໄຕ​ຕໍ່ ໄຕ້​ຫວັນ ທີ່​ປົກ​ຄອງ​ຕົນ​ເອງ ນັບ​ຕັ້ງ​ແຕ່​ສົງ​ຄາມ
​ກາງ​ເມືອງ ຈີນ ໃນ​ຊຸມ​ປີ 1940 ແລະ ໄດ້​ຂົ່ມ​ຂູ່​ທີ່​ຈະ​ໃຊ້​ກຳ​ລັງຖ້າ​ຈຳ​ເປັນ, ເພື່ອ​ຍຶດ​ເອົາ
ເກາະ​ເຂົາ​ເຈົ້າ. ປະ​ຊາ​ຊົນ​ ໄຕ້​ຫວັນ ສ່ວນ​ໃຫຍ່​ໄດ້​ກ່າວ​ໃນ​ການ​ສຳຫຼວດ​ຂອງ​ລັດ
​ຖະ​ບານ​ເມື່​ອ​ເດືອນ​ມັງ​ກອນ​ທີ່​ຜ່ານ​ມາ​ວ່າ ເຂົາ​ເຈົ້າ​ເລືອກ​ເອົາ​ການ​ປົກ​ຄອງ​ຕົນ​ເອງ
ແທນ​ທີ່​ຈະ​ແມ່ນ​ການ​ປົກ​ຄອງ​ຈາກ ຈີນ.

ປັດ​ຈຸ​ບັນ​ນີ້ ປັກ​ກິ່ງ ປະ​ຕິ​ບັດ​ກອງ​ກຳ​ລັງ​ຕິດ​ອາ​ວຸດ​ທີ່​ແຂງ​ແກ່​ນ​ທີ່​ສຸດ​ເປັນ​ອັນ​ດັບ​ສາມ​
ຂອງ​ໂລກ, ທຽບ​ໃສ່ ໄຕ້​ຫວັນ​ ໃນ​ອັນ​ດັບ​ທີ 22, ອີງ​ຕາມ​ເວັບ​ໄຊ້​ຄົ້ນ​ຄວ້າ​ຂໍ້​ມູນ
GlobalFirePower.com.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG