ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດ ພອດແລນ ຈັບກຸມ 13 ຄົນ ຢຶດອາວຸດ ໄດ້ຫຼາຍຊະນິດ ຢູ່ການປະທ້ວງ ໃນລັດ ອໍເຣກັນ


ສະມາຊິກ ຂອງກຸ່ມ ພຣາວ ບອຍສ໌ (Proud Boys) ແລະ ພວກເດີນຂະບວນປະທ້ວງ ຝ່າຍນິຍົມຂົວຈັດ ເລາະຕາມແມ່ນ້ຳ ວີລລຽມແມັຕ (Willamette River) ໃນລະວຫວ່າງ ການຊຸມນຸມທີ່ເອີ້ນວ່າ "ຍຸຕິການກໍ່ການຮ້າຍພາຍໃນປະເທດ" ໃນນະຄອນພອດແລນ ລັດອໍເຣກັນ, ວັນເສົາທີ 17 ສິງຫາ 2019.
ສະມາຊິກ ຂອງກຸ່ມ ພຣາວ ບອຍສ໌ (Proud Boys) ແລະ ພວກເດີນຂະບວນປະທ້ວງ ຝ່າຍນິຍົມຂົວຈັດ ເລາະຕາມແມ່ນ້ຳ ວີລລຽມແມັຕ (Willamette River) ໃນລະວຫວ່າງ ການຊຸມນຸມທີ່ເອີ້ນວ່າ "ຍຸຕິການກໍ່ການຮ້າຍພາຍໃນປະເທດ" ໃນນະຄອນພອດແລນ ລັດອໍເຣກັນ, ວັນເສົາທີ 17 ສິງຫາ 2019.

ຕຳຫຼວດໃນນະຄອນ ພອດແລນ ອໍເຣກັນ ໄດ້ຈັບກຸມຢ່າງໜ້ອຍ 13 ຄົນ ໃນວັນເສົາ
ວານນີ້ ແລະໄດ້ຕິດຕັ້ງສິ່ງກີດຂວາງເປັນສີ່ເມັນ ປິດຖະໜົນສາຍຕ່າງໆ ແລະຂົວຫຼາຍ
ແຫ່ງ ແລະໄດ້ຢຶດອາວຸດຫຼາຍຊະນິດ ໃນການພະຍາຍາມ ເພື່ອສະກັດກັ້ນຄວາມຮຸນ
ແຮງ ລະຫວ່າງ ກຸ່ມພວກນິຍົມຂວາຈັດ ແລະກຸ່ມພວກປະທ້ວງຕໍ່ຕ້ານຟາຊິສ.

ທໍ່ເຫຼັກ ສະເປກັນໝີ ເກາະກຳບົງ ແລະອາວຸດອື່ນໆ ຖືກຢຶດມາໄດ້ ຈາກພວກປະທ້ວງ
ທັງຫຼາຍໂດຍທາງການ ໃນວັນເສົາວານນີ້ ໃນຂະນະທີ່ ພວກປະທ້ວງຝ່າຍນິຍົມຂວາ
ຈັດ ຫຼາຍຮ້ອຍຄົນ ແລະຝ່າຍປະທ້ວງຕໍ່ຕ້ານ ທີ່ໄດ້ພາກັນໄປອັ່ງອໍຢູ່ໃນພື້ນທີ່ໃຈກາງ
ເມືອງຢູ່ນັ້ນ.

ເຈົ້າຄອງລັດອໍເຣກັນ ທ່ານແທດ ວີລເລີ ໄດ້ກ່າວວ່າ ພວກຄົນຜູ້ທີ່ສະໜັບສະໜຸນ
ຄວາມກຽດຊັງ ຫຼື ມີສ່ວນຮ່ວມໃນຄວາມຮຸນແຮງ ແມ່ນ “ບໍ່ຍິນດີຕ້ອນຮັບ” ໂດຍເອີ້ນ
ການປະເຊີນໜ້າກັນນັ້ນວ່າ “ມີທ່າແຮງຈະເກີດອັນຕະລາຍ ແລະເປັນສະພາບທີ່ອ່ອນ
ໄຫວ.” ຕົກມາເຖິງຕອນກາງເວັນຕາມເວລາໃນທ້ອງຖິ່ນ ກຸ່ມພວກນິຍົມຂວາຈັດ ໄດ້
ພາກັນອອກໄປຈາກພື້ນທີ່ ໂດຍໃຊ້ຂົວຂ້າມໃນໃຈກາງເມືອງແຫ່ງນຶ່ງ.

ກົມຕຳຫຼວດ ໄດ້ໃຊ້ເຈົ້າໜ້າທີ່ຕຳຫຼວດຂີ່ລົດຈັກ ແລະຕຳຫຼວດປາບຈະລາຈົນຫຼາຍຄົນ
ເພື່ອຫ້າມປາມ ພວກປະທ້ວງຕໍ່ຕ້ານຟາຊິສ ທີ່ໃສ່ຊຸດດຳ ໝວກ ແລະໜ້າກາກ ທີ່ຮູ້ຈັກ
ກັນດີ ຄື ແອນໄທຟາ ຫຼື Antifa ບໍ່ໃຫ້ຕິດຕາມພວກປະທ້ວງຝ່າຍຂວາຈັດ. ພວກປະ
ທ້ວງຫຼາຍຮອຍຄົນ ກໍຍັງຄົງປັກຫລັກຢູ່ຖະໜົນສາຍຕ່າງໆໃນໃຈກາງເມືອງ.

ພວກສະມາຊິກຂອງກຸ່ມ ພຣາວບອຍສ໌ (Proud Boys) ແລະ ກຸ່ມທະຫານບ້ານ 3
ເປີເຊັນເຕີສ໌ (Three Percenters) ທີ່ພາກັນໂບກທຸງໄປມາ ໄດ້ເຕົ້າໂຮມກັນ ເມື່ອ
ຕອນເຊົ້າໆ ບາງສ່ວນຍັງໃສ່ເຄື່ອງປ້ອງກັນໂຕ ແລະໝວກຢູ່. ຕຳຫຼວດ ໄດ້ກ່າວວ່າ
ພວກເຂົາເຈົ້າ ໄດ້ຢຶດເອົາອາວຸດຕ່າງໆ ໃນຂະນະທີ່ ພວກປະທ້ວງ ມາຮວມຕົວກັນ
ຢູ່ເລາະຕາມແມ່ນ້ຳ ວີລລາແມັດຕ໌ ທີ່ໄຫລຜ່ານເມືອງດັ່ງກ່າວ.

ເຈົ້າໜ້າທີ່ພິທັກກົດໝາຍ ຈາກຫຼາຍກວ່າສາວອົງການ ຂອງທ້ອງຖິ່ນ ຂອງລັດ ແລະ
ລັດຖະບານກາງ ລວມທັງອົງການສັນຕິບານກາງ FBI ໄດ້ເຂົ້າມາໃນເມືອງ ສຳລັບ
ການໂຮມຊຸມນຸມຂອງພວກນິຍົມຂວາຈັດ ຊຶ່ງມີລາຍງານວ່າ ໄດ້ດຶງດູດເອົາຜູ້ຄົນຈາກ
ທົ່ວປະເທດ ເຂົ້າມານຳດ້ວຍ. ຕຳຫຼວດນະຄອນພອດແລນ ໄດ້ກ່າວວ່າ ເຈົ້າໜ້າທີ່
ຕຳຫຼວດຂອງເມືອງທັງໝົດ 1,000 ຄົນ ຈະປະຕິບັດໜ້າທີ່ເພື່ອການໂຮມຊຸມນຸມດັ່ງ
ກ່າວ ທີ່ໄດ້ຖືກປະຊາສຳພັນໃນສື່ສັງຄົມ ແລະແຫ່ງອື່ນໆ ເປັນເວລາຫຼາຍສັບປະດາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG