ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳປັ່ນບັນທຸກນ້ຳມັນ ຂອງອີຣ່ານ ຈະເດີນທາງ ອອກຈາກ ຈີບຣໍຕາ ໃນໄວໆນີ້ ເຖິງຈະຖືຶກ ກົດດັນໂດຍ ສຫລ ກໍຕາມ


ພາບມຸມນຶ່ງ ຂອງກຳປັ່ນບັນທຸກນ້ຳມັນ ຂະໜາດໃຫຍ່ Grace 1 ຈອດຢູ່ນອກຝັ່ງ ຂອງຈີບຣໍຕາ ທີ່ເປັນເຂດແດນຂອງອັງກິດ, ວັນສຸກ ທີ 16 ສິງຫາ 2019.
ພາບມຸມນຶ່ງ ຂອງກຳປັ່ນບັນທຸກນ້ຳມັນ ຂະໜາດໃຫຍ່ Grace 1 ຈອດຢູ່ນອກຝັ່ງ ຂອງຈີບຣໍຕາ ທີ່ເປັນເຂດແດນຂອງອັງກິດ, ວັນສຸກ ທີ 16 ສິງຫາ 2019.

ບໍລິສັດກຳປັ່ນ ທີ່ເປັນຕົວແທນໃຫ້ແກ່ ກຳປັ່ນບັນທຸກນຳມັນຂະໜາດໃຫຍ່ ຂອງອີຣ່ານ ທີ່ໄດ້ຕົກເປັນເລື້ອງ ຂອງການປະເຊີນໜ້າກັນ ທາງດ້ານການທູດນັ້ນ ກ່າວວ່າ ກຳປັ່ນ
ລຳດັ່ງກ່າວ ແມ່ນພ້ອມແລ້ວທີ່ອອກໄປຈາກທ່າເຮືອຈີບຣໍຕາ ໃນວັນອາທິດມື້ນີ້ ຫຼືວັນຈັນ
ມື້ອ່ື່ນ ໃນຂະນະທີ່ ສະຫະລັດ ໄດ້ພະຍາຍາມ ນາທີ່ສຸດທ້າຍ ເພື່ອທີ່ຈະຢຶດເອົາກຳປັ່ນນີ້ ອີກຄັ້ງນຶ່ງ.

ຫົວໜ້າບໍລິສັດດັ່ງກ່າວ ລຽບລຽງລຳດັບເອກກະສານ ແລະການຈັດຊື້ ກຳປັ່ນບັນທຸກ
ນ້ຳມັນ ຊື່ວ່າ ເກຣສ 1 (Grace 1) ໃນເຂດແດນນອກປະເທດທີ່ເປັນຂອງອັງກິດນັ້ນ
ໄດ້ກ່າວວ່າ ກຳປັ່ນລຳນີ້ ອາດແລ່ນອອກ ພາຍໃນ “24 ຫຼື 48 ຊົ່ວໂມງ” ຂ້າງໜ້ານີ້
ເມື່ອໃດທີ່ ລູກເຮືອຈຸໃໝ່ ຖືກສົ່ງມາຮອດດິນແດນດັ່ງກ່າວ ແລ້ວໄດ້ເຂົ້າຄວບຄຸມ
ກຳປັ່ນ.

ກຳປັ່ນລຳນີ້ ແມ່ນກຳລັງຢູ່ໃນການສັບປ່ຽນດ້ານການຈັດແຈງ ຈຶ່ງຕ້ອງໄດ້ເລື່ອນການ
ເດີນທາງອອກໄປ” ອີງຕາມການກ່າວ ຂອງຜູ້ອຳນວຍການດ້ານການຄວບຄຸມ ບໍລິສັດ
ອາສຕຣາຊິປ (Astraship) ທ່ານຣີຊາດ ເດີ ລາ ໂຣຊາ.

ຄຳເຫັນຂອງທ່ານ ເດີ ລາ ໂຣຊາ ມີຂຶ້ນນຶ່ງວັນ ຫຼັງຈາກທີ່ ສະຫະລັດ ໄດ້ຮັບອະນຸຍາດ
ເພື່ອຢຶດເອົາກຳປັ່ນດັ່ງກ່າວ ຍ້ອນການລະເມີດຕໍ່ມາດຕະການລົງໂທດ ຂອງສະຫະລັດ
ຕໍ່ອີຣ່ານ. ມັນບໍ່ເປັນທີ່ຈະແຈ້ງວ່າ ຖ້າອັນນັ້ນ ອາດເກີດຂຶ້ນໄດ້ ໃນໄລຍະເວລາ 24 ຊົ່ວ
ໂມງ ໃນຂະນະທີ່ ພວກເຈົ້າໜ້າທີ່ ຂອງຈີບຣໍຕາ ໄດ້ກ່າວໄປວ່າ ການຂໍຮ້ອງໃດໆ ທີ່ຈະ
ຢຶດເອົາກຳປັ່ນ ຈະຕ້ອງຖືກສົ່ງມາຍັງສານຂອງເຂດແດນນີ້ເສຍກ່ອນ.

ທ່ານໄດ້ກ່າວວ່າ ລູກເຮືອຈຸໃໝ່ ແມ່ນຄົນສັນຊາດອິນເດຍ ແລະຄົນສັນຊາດຢູເຄຣນ
ທີ່ໄດ້ຖືກວ່າຈ້າງ ໂດຍບັນດາຜູ້ຈັດການກຳປັ່ນທີ່ເປັນຄົນອິນເດຍ ແລະວ່າ ບໍລິສັດຂອງ
ທ່ານ ບໍ່ໄດ້ຮັບການແຈ້ງໃຫ້ຊາບ ກ່ຽວກັບ ຈຸດໝາຍປາຍທາງຕໍ່ໄປ ຂອງກຳປັ່ນບັນທຸກ
ນ້ຳມັນຂະໜາດໃຫຍ່.

ກຳປັ່ນບັນທຸກນ້ຳມັນ ຊຶ່ງບັນທຸກຖັງນ້ຳມັນດິບຂອງອີຣ່ານຈຳນວນ 2 ລ້ານ 1 ແສນຖັງ
ໄດ້ຖືກກັກໄວ້ ມາເປັນເວລານຶ່ງເດືອນ ໃນຈີບຣໍຕາ ໃນຂໍ້ກ່າວຫາ ພະຍາຍາມຈະລະ
ເມີດ ມາດຕະການລົງໂທດຂອງສະຫະພາບຢູໂຣບຕໍ່ຊີເຣຍ. ການຢຶດກຳປັ່ນ ໄດ້ກາຍ
ເປັນເຊື້ອໄຟຂອງຄວາມເຄັ່ງຕຶງ ລະຫວ່າງລອນດອນ ແລະເຕຫະຣ່ານ ຊຶ່ງອີຣ່ານ ກໍໄດ້
ຢຶດເອົາກຳປັ່ນຕິດທຸງຂອງອັງກິດ ໃນຊ່ອງແຄບຮໍມູຊ ທີ່ປາກົດວ່າ ເປັນການຕອບໂຕ້ຄືນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG