ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຕຶກ​ສະຫຼາດ ທີ່ສາ​ມາດ​ຮັບ​ຮູ້ ໄພ​ຂົ່ມ​ຂູ່ ອາດຖືກ​ສ້າງ​ຂຶ້ນ ໃນ​ອະ​ນາ​ຄົດ​ອັນ​ໃກ້​ນີ້


Intelligent Threat-Sensing Building on Horizon
please wait

No media source currently available

0:00 0:03:03 0:00

ໃນ​ຂະ​ນະ​ທີ່​ການ​ຍິງ​ສັງ​ຫານ​ໝູ່ລຽນ​ຕິດ​ກັນ​ໃນ​ ສະ​ຫະ​ລັດ ໄດ້​ກໍ່​ໃຫ້​ເກີດ​ການ​ໂຕ້​ຖຽງ​ທີ່
ຫຍຸ້ງຍາກກວ່າເກົ່າ ກ່ຽວກັບ ກົດໝາຍການນຳໃຊ້ປືນນັ້ນ, ບັນດານັກຄົ້ນຄວ້າຢູ່ມະຫາ
ວິທະຍາໄລ ຄາລິຟໍເນຍໃຕ້ ແມ່ນກຳລັງເຮັດວຽກ ກ່ຽວກັບ ວິທີທີ່ແຕກຕ່າງກັນ ແລະ
ບາງເທື່ອມີບັນຫາໜ້ອຍກວ່າ ໃນການຮັກສາຄົນໃຫ້ຢູ່ໃນຕຶກຢ່າງປອດໄພ ແລະ ຂັດ
ຂວາງຄົນຜູ້ທີ່ຢາກທຳການຍິງສັງຫານໝູ່.

ບັນ​ດາ​ນັກ​ວິ​ສະ​ວະ​ກອນ ແລະ ນັກ​ວິ​ທະ​ຍາ​ສາດ​ຄອມ​ພິວ​ເຕີ ແມ່ນ​ກຳ​ລັງ​ຄິດ​ຄົ້ນ​ການ​
ອອກແບບຕຶກ ແລະ ເທັກໂນໂລຈີ ທີ່ຈະຫາທາງປົກປ້ອງຄົນ. ນະວັດຕະກຳໃໝ່ຫຼ້າສຸດ
ນີ້ ຈະໃຫ້ຄວາມເປັນໄປໄດ້ຫຼາຍຢ່າງ, ຈາກການຕັ້ງທາງອອກໄປສູ່ບ່ອນຫຼົບລີ້ຫຼາຍ
ບ່ອນ ແລະ ແມ່ນກະທັ້ງຝາເຮືອນທີ່ເຄື່ອນຍ້າຍໄດ້. ແຕ່ການທີ່ແບບຕ່າງໆຈະຖືກນຳ
ມາປະຕິບັດນັ້ນ, ກ່ອນອື່ນໝົດບັນດານັກຄົ້ນຄວ້າຕ້ອງສຳຫຼວດຫາການປະພຶດຂອງຜູ້
ທີ່ອາໄສຢູ່ໃນຕຶກຕ່າງໆ.

ການ​ອອກ​ແບບ​ຕຶກ​ຈະ​ມີ​ຄຸນ​ນະ​ສົມ​ບັດ ​ທີ່ສາ​ມາດ​ເຮັດ​ໃຫ້​ອາ​ຄານ​ມີ​ຄວາມ​ປອ​ດ​ໄພ​
ກວ່າເກົ່າໃນເຫດການຍິງສັງຫານໝູ່ ລວມທັງທາງອອກຫຼາຍບ່ອນ ແລະ ບ່ອນຫຼົບລີ້ຢູ່
ໃນຕຶກ ຫຼື ແມ່ນກະທັ້ງແກ້ວປ້ອງຢ້ຽມທີ່ໄສ ແລະ ມົວ. ຄຸນນະສົມບັດຫຼາຍຢ່າງແມ່ນອີງ
ຕາມການແນະນຳຈາກອົງການລັດຖະບານຕ່າງໆ ແລະ ບັນດາຜູ້ຊ່ຽວຊານດ້ານຄວາມ
ປອດໄພ.

ໃນ​ທ້າຍ​ປີນີ້, ການ​ອອກແບບ​ຕຶກຫຼາຍ​ຢ່າງ​ໃນ​ໂຮງ​ຮຽນ ແລະ ​ຫ້ອງ​ການ​ຈະໄດ້ທຳ​ການ​
ທົດລອງ ໃນການທົດລອງເຫດການຈິງທາງຄອມພິວເຕີ ພ້ອມກັບນາຍຄູ ແລະ ພະນັກ
ງານຫ້ອງການໃນໂລກທີ່ແທ້ຈິງ 200 ຄົນຢູ່ເທິງເຄື່ອງແລ່ນອອກຳລັງກາຍ, ດ້ວຍການ
ໃຊ້ອຸປະກອນທີ່ສະແດງໃຫ້ເຫັນສະພາວະເໝື່ອຈິງ, ສະນັ້ນເຂົາເຈົ້າຈຶ່ງສາມາດແລ່ນ
ໜີຈາກມືປືນ ໃນໂລກຄວາມເປັນຈຶງຢູ່ຄອມພິວເຕີ.

ແນວ​ໃດ​ກໍ​ຕາມ ຄຸນ​ນະ​ສົມ​ບັດ​ຕ່າງໆ ອາດ​ຈະ​ບໍ່​ສາ​ມາດ​ໃຊ້​ໄດ້​ກັບ​ທຸກ​ບ່ອນ. ຕົວ​ຢ່າງ,
ແກ້ວທີ່ມົວຢູ່ປະຕູຂອງຫ້ອງທີ່ອາດເຮັດໃຫ້ຄົນປອດໄພໃນສະຖານະການຍິງກັນນັ້ນ
ອາດຈະບໍ່ເປັນສິ່ງທີ່ດີທີ່ສຸດໃນວັນເຂົ້າໂຮງຮຽນທຳມະດາ ເມື່ອຄົນຢາກທີ່ຈະສາມາດ
ເບິ່ງອອກໄປນອກຫ້ອງຮຽນ ເພື່ອຂັດຂວາງນັກລວນລາມເດັກນ້ອຍ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG