ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ກອງ​ທັບ ຊູດ​ານ ແລະ ຜູ້​ນຳ​ການ​ປະ​ທ້ວງ ເຊັນ​ຂໍ້​ຕົກ​ລົງ ໄລຍະຂ້າມຜ່ານ ຮ່ວມກັນ


ນາຍ​ພົນ ໂມ​ຮາ​ເມັດ ຮາມ​ດັນ ດາ​ໂກ​ລ, ຮອງ​ຫົວ​ໜ້າ​ຂອງ​ສະ​ພາ​ກອງ​ທັບ, ຂວາ, ແລະ ຜູ້​ນຳ​ການ​ປ​ະ​ທ້ວງ ທ່ານ ອາ​ເມັດ ຣາ​ບີ ຍົກ​ຂໍ້​ຕົກ​ລົງ​ທີ່​ໄດ້​ເຊັນ​ແລ້ວ, ນະ​ຄອນຫຼວງ ຄາ​ທູມ, ຊູ​ດານ. 4 ສິງ​ຫາ, 2019.
ນາຍ​ພົນ ໂມ​ຮາ​ເມັດ ຮາມ​ດັນ ດາ​ໂກ​ລ, ຮອງ​ຫົວ​ໜ້າ​ຂອງ​ສະ​ພາ​ກອງ​ທັບ, ຂວາ, ແລະ ຜູ້​ນຳ​ການ​ປ​ະ​ທ້ວງ ທ່ານ ອາ​ເມັດ ຣາ​ບີ ຍົກ​ຂໍ້​ຕົກ​ລົງ​ທີ່​ໄດ້​ເຊັນ​ແລ້ວ, ນະ​ຄອນຫຼວງ ຄາ​ທູມ, ຊູ​ດານ. 4 ສິງ​ຫາ, 2019.

ສະ​ພາ​ທະ​ຫານ​ລັດ​ຖະ​ບານ​ໃໝ່​ຂອງ ຊູ​ດານ ແລະ ບັນ​ດາ​ຜູ້​ນຳ​ການ​ປະ​ທ້ວງ​ໄດ້​ເຊັນ​ຂໍ້
ຕົກລົງການໃຊ້ອຳນາດຮ່ວມກັນໃນນະຄອນຫຼວງ ຄາທູມ.

ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ຈະ​ເປີດ​ທາງ​ໃຫ້​ສອງ​ຝ່າຍ​ທີ່​ຂັດ​ແຍ້ງ​ກັນ ເພື່ອ​ສ້າງກອງ​ທັບ​ຮ່ວມ ແລະ
ສະພາພົນລະເຮືອນທີ່ຈະນຳພາປະເທດ ຊູດານ ເປັນເວລາສາມປີ ຈົນຮອດການເລືອກ
ຕັ້ງທີ່ຈັດຂຶ້ນ ສຳລັບລັດຖະບານທີ່ນຳໜ້າໂດຍພົນລະເຮືອນ.

ໃນ​ຂະ​ນະ​ທີ່ການ​ລົງ​ນາມ​ເອງ​ແມ່ນ​ໃຊ້​ເວ​ລາບໍ່​ດົນ​ນັ້ນ, ຕໍ່​ມາ​ກໍ​ໄດ້​ມີການ​ສະ​ເຫຼີມ​ສະຫຼອງ
ຫຼາຍຊົ່ວໂມງເກີດຂຶ້ນໃນທົ່ວນະຄອນຫຼວງ ຄາທູມ.

ປະ​ຊາ​ຊົນ ຊູ​ດານ ໄດ້​ໄກວ່​ທູກ​ຊາດ​ໄປ​ມາ ແລະ ຮ້ອງ​ຄຳ​ຂວັນ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ ໃນ​
ລະຫວ່າງການປະທ້ວງທີ່ໄດ້ບັນລຸຜົນ, ຄຳຂວັນທີ່ມີຊື່ສຽງທີ່ສຸດແມ່ນຄຳວ່າ “ມາດາເນຍ”,
ເຊິ່ງໝາຍຄວາມວ່າ “ພົນລະເຮືອນ” ແນວໃດກໍຕາມ ຂໍ້ຄວາມຂອງຂໍ້ຕົກລົງວັນເສົາວານ
ນີ້ ໄດ້ອ້າງເຖິງຄວາມສຳເລັດຂອງການປະທ້ວງພົນລະເຮືອນ ໃນການກໍ່ຕັ້ງລັດຖະບານ
ໃໝ່.

ນາງ ນີ​ຣາດ ອັບ​ດຸ​ລ​ລາ, ຜູ້​ທີ່​ໄດ້​ຢືນ​ຢູ່ນອກ​ຫໍ​ປະ​ຊຸມມິດ​ຕະ​ພາບ ໃນ​ຂະ​ນະ​ທີ່​ຂໍ້​ຕົກ​ລົງ​
ກຳລັງຖືກເຊັນນັ້ນ ໄດ້ກ່າວຕໍ່ວີໂອເອວ່າ “ຂ້າພະເຈົ້າດີໃຈຫຼາຍ, ຂ້າພະເຂົ້າບໍ່ຮູ້ວ່າຈະ
ສະແດງອອກມາແນວໃດ.”

ລາວ​ໄດ້​ກ່າວ​ວ່າ “ປະ​ເທດ ຊູ​ດານ​ໃໝ່​ແມ່ນ​ໄດ້​ຖືກ​ສ້າງ​ຂຶ້ນ​ແລ້ວ, ມັນ​ເປັນ​ສິ່ງ​ທີ່​ສວຍ​ສົດ​
ງົດງາມຫຼາຍ. ຊີວິດຂອງພວກເຮົາຈະໄດ້ປ່ຽນແປງ.”

ໃນ​ຂະ​ນະ​ທີ່ຫຼາຍ​ຄົນ​ໄດ້​ສົ່ງ​ສຽງ​ເຊຍ​ຂໍ້​ຕົກ​ລົງ ​ຢູ່​ດ້ານນອກ​ຂອງ​ຫໍ​ປະ​ຊຸມ​ລັດ​ຖະ​ບານ ໃນ​
ເຂດຕົວເມືອງນະຄອນຫຼວງ ຄາທູມ ນັ້ນ, ຫຼາຍຮ້ອຍຄົນອື່ນໆກໍໄດ້ໄປສະຖານີລົດໄຟ
ເພື່ອທັກທາຍຜູ້ທີ່ອາໄສຢູ່ໃນເມືອງ ອັດບາຣາ, ເຊິ່ງແມ່ນເມືອງທຳອິດທີ່ໄດ້ປະທ້ວງອະ
ດີດປະທານາທິບໍດີ ໂອມາ ອາລ-ບາເຊຍ ໃນເດືອນທັນວາທີ່ຜ່ານມາ ຜູ້ທີ່ໄດ້ເດີນທາງ
300 ກິໂລແມັດ ເພື່ອໄປສະເຫຼີມສະຫຼອງໃນນະຄອນຫຼວງ.

ທ່ານ ອາ​ວາ​ດາ​ລ​ລາ ອາ​ເມັດ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ ໃນ​ຂະ​ນະ​ທີ່​ລາວ​ກ້າວ​ອອກ​ຈາກ​ລົດ​
ໄຟໃນນະຄອນຫຼວງ ຄາທູມ ວ່າ “ພວກເຮົາມາທີ່ນີ້ ເພື່ອສະແດງເຖິງໄຊຊະນະຂອງ
ພວກເຮົາ, ເພື່ອນຳພາຄວາມຊົງຈຳ ແລະ ຄວາມທະເຍີທະຍານຂອງປະຊາຊົນ ຊູ
ດານ.”

ພວກ​ເຮົາ​ໄດ້​ມາ​ເພື່ອ​ເປັນ​ສັກ​ຂີ​ພິ​ຍານ​ໃນ​ການ​ລົງ​ນາມ​ຄັ້ງ​ສຸດ​ທ້າຍ, ແລະ ເປັນ​ສັກ​ຂີ​ພິ​
ຍານການບັນລຸຜົນ ຂອງການຮຽກຮ້ອງການປະຕິວັດ.”

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ ສະ​ຫະ​ລັດ ທ່ານ ໄມ​ຄ໌ ພອມ​ພຽວ ໄດ້​ຂຽນ​ຂໍ້​ຄວາມ​ໃນ​
ທວິດເຕີ ໃນວັນເສົາວານນີ້ວ່າ “ເຖິງປະຊາຊົນແຫ່ງ ຊູດານ, ພວກເຮົາຂໍສະແດງ
ຄວາມຍິນດີກັບພວກທ່ານ ກ່ຽວກັບ ການເຊັນຖະແຫຼງການທີ່ເປັນໄປຕາມລັດຖະທຳ
ມະນູນຂອງມື້ນີ້. ສະຫະລັດ ຈະສືບຕໍ່ສະໜັບສະໜູນພວກທ່ານ ໃນການຕາມຫາລັດ
ຖະບານທີ່ປົກປ້ອງສິດທິຂອງປະຊາຊົນ ຊູດານ ໝົດທຸກຄົນ ແລະ ຈະນຳໄປສູ່ການ
ເລືອກຕັ້ງທີ່ເສລີ ແລະ ຍຸຕິທຳ.”

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ທ່ານ ມໍ​ແກນ ອໍ​ຕາ​ກຸ​ສ ໄດ້​ອອກ​ຖະ​ແຫຼງ​ການ​ສະ​ບັບ​
ນຶ່ງ ກ່ຽວກັບ ຖະແຫຼງການຢ່າງຖືກຕ້ອງຕາມລັດຖະທຳມະນູນນັ້ນວ່າ “ກອງກຳລັງ
ເພື່ອເສລີພາບ, ການປ່ຽນແປງ ແລະ ສະພາກອງທັບລັດຖະບານໃໝ່ ໄດ້ເອົາບາດ
ກ້າວຕໍ່ໄປທີ່ມີຄວາມສຳຄັນ. ພວກເຮົາຫວັງທີ່ຈະໄດ້ເປັນສັກຂີພິຍານການສາບານ
ຕົນຂອງສະພາສູງສຸດ ໃນວັນທີ 19 ສິງຫາ ແລະ ການແຕ່ງຕັ້ງນາຍົກລັດຖະມົນຕີໃນ
ວັນທີ 20 ສິງຫາ.”

ອ່ານ​ຂ່າວ​ນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG