ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລະເບີດສະຫລະຊີບ ສັງຫານ ຜູ້ເຂົ້າຮ່ວມ ງານແຕ່ງດອງ 63 ຄົນ ໃນນະຄອນຫຼວງ ກາບູລ


ຄວາມເສຍຫາຍ ຕໍ່ຫໍຈັດການແຕ່ງງານ Dubai City ແມ່ນເຫັນໄດ້ ຫຼັງຈາກລະເບີດແຕກ ໃນນະຄອນຫຼວງກາບູລ ຂອງອັຟການິສຖານ, ວັນເສົາທີ 18 ສິງຫາ 2019. (AP Photo/Rafiq Maqbool)
ຄວາມເສຍຫາຍ ຕໍ່ຫໍຈັດການແຕ່ງງານ Dubai City ແມ່ນເຫັນໄດ້ ຫຼັງຈາກລະເບີດແຕກ ໃນນະຄອນຫຼວງກາບູລ ຂອງອັຟການິສຖານ, ວັນເສົາທີ 18 ສິງຫາ 2019. (AP Photo/Rafiq Maqbool)

ທາງການໃນອັຟການິສຖານ ກ່າວວ່າ ຈຳນວນຄົນທີ່ເສຍຊີວິດ ໄດ້ເພີ້ມສູງຂຶ້ນຫຼາຍກວ່າ
63 ຄົນ ໂດຍມີຢ່າງໜ້ອຍ 183 ຄົນໄດ້ຮັບບາດເຈັບ ຈາກການ ໂຈມຕີລະເບີດສະຫລະ
ຊີບ ເມື່ອຄືນວານນີ້ ຢູ່ຫໍຈັດການແຕ່ງງານທີ່ເຕັມໄປດ້ວຍ ແຂກຄົນມາຮ່ວມງານ ໃນ
ນະຄອນຫຼວງ ກາບູລ.

ພວກຜູ້ເຄາະຮ້າຍສ່ວນໃຫຍ່ ແມ່ນສະມາຊິກຂອງປະຊາຄົມ ຊີໄອ ຮາຊາຣາ ທີ່ເປັນຊົນ
ກຸ່ມນ້ອຍ.

ໂຄສົກກະຊວງພາຍ​ໃນຂອງອັຟການິສຖານ ທ່ານ ນາສຣາຕ ຣາຮີມີ ໄດ້ຢືນຢັນຈຳນວນ
ຜູ້ເສຍຊີວິດໃນຖະແຫລງການສະບັບນຶ່ງ ທີ່ໄດ້ປະ​ກາດເມື່ອຕອນເຊົ້າ ວັນອາທິດມື້ນີ້
ໂດຍກ່າວວ່າ ພວກແມ່ຍິງແລະເດັກນ້ອຍ ແມ່ນລວມຢູ່ໃນຜູ້ ເຄາະຮ້າຍທັງຫຼາຍ.

ໃນຖະແຫລງການທີ່ ທ່ານ ຣາຮີມີ ໄດ້ປະ​ກາດບໍ່ດົນຫຼັງຈາກການໂຈມຕີນັ້ນ ທ່ານໄດ້
ກ່າວວ່າ ລະເບີດໄດ້ແຕກຂຶ້ນກ່ອນທ່ຽງຄື່ນໃນວັນເສົາວານນີ້ ແລະ ຕຳຫຼວດ ພ້ອມດ້ວຍ
ລົດໂຮງໝໍ ກໍໄດ້ຟ້າວໄປຍັງສະຖານທີ່ຢ່າງວ່ອງໄວ ເພື່ອຂົນສົ່ງ​ຜູ້ເຄາະຮ້າຍໄປຍັງ
ໂຮງໝໍແຫ່ງຕ່າງໆໃນນະຄອນ ກາບູລ.

ປະທານາທິບໍດີ ອາຊຣາຟ ການີ ໄດ້ປະນາມການໂຈມຕີຂ້າມໃນຄືນນັ້ນວ່າ ເປັນການ
ກະທຳທີ່ “ໄຮ້ມະນຸດສະທຳ” ໂດຍກ່າວວ່າ ທ່ານໄດ້ຮຽກກອງປະຊຸມ “ວິສາມັນ” ດ້ານ
ຄວາມໝັ້ນຄົງ ເພື່ອທົບທວນຄືນ ແລະ ປ້ອງກັນບໍ່ໃຫ້ມີຄວາມ ຜິດພາດດ້ານການຮັກ
ສາຄວາມປອດໄພເຊັ່ນນີ້ ເກີດຂຶ້ນອີກ.

ຍັງບໍ່ມີການກ່າວອ້າງຄວາມຮັບຜິດຊອບ ຕໍ່ການຄາດຕະກຳໝູ່​ນັ້ນ ໃນທັນທີທັນໃດເທື່ອ
ຊຶ່ງເປັນນຶ່ງໃນການໂຈມຕີຕໍ່ພົນລະເຮືອນ ອັຟການິສຖານ ທີ່ຮ້າຍແຮງ ທີ່ສຸດໃນຮອບ
ສອງສາມປີຜ່ານມານີ້.

ສ່ວນກຸ່ມ ຕາລີບານ ໄດ້ປະຕິເສດວ່າ ຕົນບໍ່ມີສ່ວນກ່ຽວຂ້ອງ ແລະ ໄດ້ປະນາມການໂຈມ
ຕີດ້ວຍລະເບີດນັ້ນ. ໂຄສົກຄົນນຶ່ງຂອງກຸ່ມກະບົດນີ້ ໄດ້ກ່າວວ່າ “ການໂຈມຕີປ່າເຖື່ອນ
ທີ່ເຈາະຈົງໃສ່ພົນລະເຮືອນທີ່ລວມທັງພວກແມ່ຍິງ ແລະເດັກນ້ອຍ ແມ່ນສິ່ງ​ຕ້ອງ​ຫ້າມ
ແລະ ບໍ່ມີເຫດຜົນອັນຄວນ.”

ການໂຈມຕີດ້ວຍລະເບີດເກືອບທຸກ​ຄັ້ງ​ເມື່ອບໍ່​ດົນມານີ້ ຢູ່ໃນຕົວເມືອງ ໂດຍສະເພາະຕໍ່
ປະຊາຄົມ ຮາຊາຣາ ແມ່ນໄດ້ຖືກອ້າງເອົາຄວາມຮັບຜິດຊອບໂດຍກຸ່ມ ລັດອິສລາມ
ສາຂາ ອັຟການິສຖານ, ທີ່ຮູ້ຈັກກັນດີຄື ແຂວງໂຄຣາຊານ.

ປະທານາທິບໍດີ ການີ ໄດ້ກ່າວ​ຢ້ຳໃນຖະແຫລງການສະບັບນຶ່ງຂອງທ່ານ ທີ່ໄດ້ແຈ້ງອອກ
ໃນວັນອາທິດມື້ນີ້ ວ່າ “ກຸ່ມຕາລີບານ ບໍ່ສາມາດຍອມຮັບໂທດດ້ວຍ ຕົວເຂົາເຈົ້າເອງ ຊຶ່ງ
​ເຂົາ​ເຈົ້າ​ເປັນ​ຜູ້ສະໜອງພື້ນເວທີໃຫ້ພວກກໍ່ການຮ້າຍ.”

ພວກທີ່ລອດຊີວິດໄດ້ກ່າວວ່າ ແຂກທີ່ມາຮ່ວມງານຫຼາຍຮ້ອຍຄົນ ແມ່ນຢູ່ພາຍ ໃນຫໍຈັດ
ງານ ໃນເວລາລະເບີດໄດ້ແຕກຂຶ້ນ.

ທ່ານ ອາມາດ ໂອມິດ ໄດ້ກ່າວວ່າ “ຂ້າພະເຈົ້າຢູ່ກັບເຈົ້າບ່າວ ຢູ່ໃນຫ້ອງອີກ ບ່ອນນຶ່ງ
ເມື່ອພວກເຮົາໄດ້ຍິນສຽງລະເບີດແຕກ ແລະຕໍ່ຈາກນັ້ນ ຂ້າພະເຈົ້າກໍບໍ່ສາມາດແນມເຫັນ
ຜູ້ໃດເລີຍ. ໝົດທຸກຄົນໄດ້ນອນລະເດຍ​ລະ​ດາດຢູ່ທົ່ວຫໍຈັດງານ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG