ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໓ ມັງກອນ ໒໐໒໕

ພວກ​ນາຍ​ຄູ ​ຮົງ​ກົງ ໂຮມ​ຊຸມ​ນຸມ ເລີ້ມ​ການ​ປະ​ທ້ວງ ໃນ​ວັນ​ທ້າຍ​ອາ​ທິດ


ພວກ​ນາຍ​ຄູ​ປະ​ທ້ວງ​ຕໍ່​ຕ້ານ​ຮ່າງ​ກົດ​ໝາຍ​ສົ່ງ​ຜູ້​ຮ້າຍ​ຂ້າມ​ແດນ ຊຶ່ງ​ຈັດ​ຂຶ້ນ​ໂດຍ​ສະ​ຫະ​ພັນ​ນາຍ​ຄູ​ຮົງ​ກົງ ວັນ​ທີ 17 ສິ​ງ​ຫາ 2019.
ພວກ​ນາຍ​ຄູ​ປະ​ທ້ວງ​ຕໍ່​ຕ້ານ​ຮ່າງ​ກົດ​ໝາຍ​ສົ່ງ​ຜູ້​ຮ້າຍ​ຂ້າມ​ແດນ ຊຶ່ງ​ຈັດ​ຂຶ້ນ​ໂດຍ​ສະ​ຫະ​ພັນ​ນາຍ​ຄູ​ຮົງ​ກົງ ວັນ​ທີ 17 ສິ​ງ​ຫາ 2019.

ພວກ​ນາຍ​ຄູ​ໄດ້​ລົງ​ສູ່​ຖະ​ໜົນ​ຫົນ​ທາງ ຢູ່​ທີ່​ຮົງ​ກົງ ​ໃນ​ວັນ​ເສົາ​ມື້ນີ້ ເພື່ອ​ສະ​ແດງການ​ສະ​ໜັບ​ສະ​ໜຸນ​ຕໍ່​ພວກ​ນັກ​ເຄື່ອນ​ໄຫວ ທີ່​ໄດ້​ພາ​ກັນ​ເດີນ​ຂະ​ບວນ​ຕໍ່​ຕ້ານ​ລັດ​ຖະ​ບານ​ມາ​ໄດ້​ສາມ​ເດືອນ​ແລ້ວ.

ທ່ານ​ຢູ ຊຶ່ງ​ເປັນ​ນາຍ​ຄູ​ສອນ​ດົນ​ຕີ​ຢູ່​ໂຮງ​ຮຽນ​ມັດ​ທະ​ຍົມ​ແຫ່ງ​ນຶ່ງ ກ່າວ​ຕໍ່​ອົງ​ການ​ຂ່າວ​ຣອຍ​ເຕີ້​ວ່າ “ຂ້ອຍ​ຂໍ​ສັນ​ລະ​ເສີນ​ຄວາມ​ກ້າ​ຫານ ແລະ​ເອົາ​ໃຈ​ໃສ່​ຂອງ​ພວກ​ເຂົາ​ເຈົ້າ​ໃນ​ເລື້ອງ​ຮົງ​ກົງ. ພວກ​ເຂົາ​ເຈົ້າ ແນ່ນອນ ມີ​ຄວາມ​ກ້າ​ຫານກວ່າ​ລັດ​ຖະບານ​ຂອງ​ພວກ​ເຮົາ.”

ພວກ​ນາຍ​ຄູ​ໄດ້​ໂຮມ​ຊຸມ​ນຸມ​ກັນ ທີ່​ຄຸ້ມ​ການ​ເງິນ ກ່ອນ​ຈະ​ເລີ້ມ​ເດີນ​ຂະ​ບວນ​ໄປ​ຍັງ​ໂຮງ​ການ​ລັດ​ຖະ​ບານ ບ້ານ​ພັກ​ຂອງ​ນາງ​ແຄ​ຣີ ແລມ ຜູ້​ປົກ​ຄອງທີ່​ພວມ​ປະສົບ​ກັບ​ບັນ​ຫາ​ຂອງ​ຮົງ​ກົງ​.

ມີ​ກຳ​ນົດ​ວ່າ ຈະ​ມີ​ການ​ເດີນ​ຂະ​ບວນປະ​ທ້ວງ​ຕື່ມ​ຢູ່​ທີ່​ຮົງ​ກົງ ໃນ​ວັນ​ເສົາ​ມື້ນີ້ ແລະ​ວັນ​ອາທິດມື້​ອື່ນ.

ການ​ປະ​ທ້ວງ ຕາມ​ປົກ​ກະ​ຕິ​ແລ້ວ​ຈະ​ມີ​ຂຶ້ນ​ໃນ​ວັນ​ທ້າຍ​ອາ​ທິດ ແຕ່​ການ​ປະ​ທ້ວງ​ຢູ່​ຮົງ​ກົງ​ໃນ​ທ້າຍ​ອາ​ທິດ​ແລ້ວນີ້ ໄດ້​ຂະ​ຫຍາຍ​ອອກ​ໄປ​ສູ່ມື້ເຮັດ​ວຽກທຳ​ມະ​ດາ ຊຶ່ງ​ເຮັດ​ໃຫ້​ສູນ​ກາງ​ການ​ບິນ​ທີ່​ແອ​ອັດ​ແຫ່ງ​ນຶ່ງ​ຂອງ​ໂລກ ຕ້ອງ​ເປັນ​ອຳ​ມະ​ພາດ​ ​ເປັນເວ​ລາ​ຫຼາຍໆ​ມື້ ແລະ​ພາ​ໃຫ້​ເກີດ​ການ​ປະ​ທະ​ກັນ​ລະ​ຫວ່າງ​ຕຳ​ຫຼວດປາບ​ຈະ​ລາ​ຈົນ ແລະ​ພວກ​ປະ​ທ້ວງ.

ການ​ເດີນ​ຂະ​ບວນ​ເລີ້ມ​ຂຶ້ນ​ດ້ວຍ​ຄວາມ​ສະ​ຫງົບ ເພື່ອ​ຍຸດ​ຕິ​ຮ່າງ​ກົດ​ໝາຍ​ສົ່ງ​ຜູ້​ຮ້າຍ​ຂ້າມ​ແດນ ຊຶ່ງ​ຈະ​ອະ​ນຸ​ຍາດ​ໃຫ້​ມີ​ການ​ສົ່ງ​ຜູ້​ຕ້ອງ​ສົງ​ໄສ​ໄປ​ດຳ​ເນີນ​ຄ​ະ​ດີ​ຢູ່ທີ່​ຈີນ​ແຜ່​ນ​ດິນ​ໃຫຍ່ ຊຶ່ງ​ມີ​ລະ​ບົບ​ກົດ​ໝາຍ​ທີ່​ແຕກ​ຕ່າງ​ກັນ​ນັ້ນ.

ການ​ປະ​ທ້ວງ​ ໃນ​ບາງ​ຄັ້ງ​ບາງ​ຄ​າວ ໄດ້​ກາຍ​ເປັນ​ຄວາມ​ຮຸນ​ແຮງ​ຂຶ້ນ.

ການ​ເດີນ​ຂະ​ບວນ​ປະ​ທ້ວງ​ດັ່ງ​ກ່າວ ​ກາຍ​ມາ​ເປັນ​ຂະ​ບວນ​ການ​ເພື່ອ​ໃຫ້​ມີ​ການ​ປະ​ຕິ​ຮູບ​ປະ​ຊາ​ທິ​ປະ​ໄຕ.

ອ່ານ​ຂ່​າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG