ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

​ຕຳ​ຫຼວດ ພອດ​ແລນ ຈັບ​ຜູ້​ນຳ ຝ່າຍ​ຂວາ ກ່ອນ​ການ​ປະ​ທ້ວງ ຂະ​ໜາດ​ໃຫຍ່


ເຈົ້າ​ຄ​ອງນະ​ຄອ​ນ​ພອດ​ແລນ ​ທ່ານ​ເທັດ ວຽ​ລ​ເລີ ກ່າວ​ຕໍ່​ການ​ໂຮມ​ຊຸມ​ນຸມ ໃນ​ວັນ​ທີ 14 ສິ​ງ​ຫາ 2019 ເພື່ອ​ສະ​ໜັບ​ສະ​ໜຸນ ນະ​ຄອນ​ດັ່ງ​ກ່າວ ກ່ອນ​ໜ້າ​ການ​ປະ​ທ້ວງ ທີ່​ວາງ​ແຜນ​ໃສ່​ວັນ​ເສົາ​ມື້ນີ້.
ເຈົ້າ​ຄ​ອງນະ​ຄອ​ນ​ພອດ​ແລນ ​ທ່ານ​ເທັດ ວຽ​ລ​ເລີ ກ່າວ​ຕໍ່​ການ​ໂຮມ​ຊຸມ​ນຸມ ໃນ​ວັນ​ທີ 14 ສິ​ງ​ຫາ 2019 ເພື່ອ​ສະ​ໜັບ​ສະ​ໜຸນ ນະ​ຄອນ​ດັ່ງ​ກ່າວ ກ່ອນ​ໜ້າ​ການ​ປະ​ທ້ວງ ທີ່​ວາງ​ແຜນ​ໃສ່​ວັນ​ເສົາ​ມື້ນີ້.

ຕຳ​ຫຼວດ​ໃນ​ນະ​ຄອນ​ພອດ​ແລນ ລັດ​ອໍ​ເຣ​ກັນ ໄດ້​ຈັບ​ຜູ້​ນຳ​ກຸ່ມ​ຂວາ​ຈັດ​ຄົນ​ນຶ່ງ ນຶ່ງ ມື້​ກ່ອນ​ແຜນ​ການ​ເດີນ​ຂະ​ບວນ ​ໃນ​ວັນ​ເສົາ​ມື້ນີ້ ເວ​ລາ​ພວກ​ປະ​ທ້ວງ​ຂວາ​ຈັດຄາດວ່າ ຈະ​ປະ​ເຊີນ​ໜ້າ​ກັບ​ພວກ​ຕໍ່​ຕ້ານ​ຟາ​ຊິ​ສ ທີ່​ຈັດ​ການ​ໂຮມ​ຊຸມ​ນຸມ​ຕໍ່​ຕ້ານ​ຂຶ້ນນັ້ນ.

ຕຳ​ຫຼວດ​ໄດ້​ຈັບ​ທ້າວ​ໂຈຍ ກິບ​ສັນ ​ຜູ້​ນຳ​ຂອງ​ກຸ່ມ​ຂວາ​ຈັດ Patriot Prayer ໃນວັນ​ສຸກ ວານນີ້ ຊຶ່ງ​ໄດ້​ພາ​ໃຫ້​ລາວ​ຮຽກ​ຮ້ອງ​ໄປ​ຍັງ​ຜູ້​ຕິດ​ຕາມ​ໂດຍ​ຜ່ານ​ທາງ​ສື່​ສັງຄົມ ໃຫ້ “ໄປ​ຮ່ວມ​ສິບ​ເທົ່າ ຮ້ອຍ​ເທົ່າ” ໃນ​ການ​ປະ​ທ້ວງ​ໃນ​ວັນ​ເສົາ​ມື້ນີ້.

ທ້າວ​ກິບ​ສັນ ຊຶ່ງ​ບໍ່​ໄດ້​ພົວ​ພັນ ​ໃນ​ການ​ຈັດ​ແຈງ​ການ​ປະ​ທ້ວງ​ ໃນ​ທ້າຍອາ​ທິດນີ້ແຕ່​ເຄີຍ​ເປັນ​ຜູ້​ວາງ​ແຜນ​ຈັດ​ການ​ໂຮມ​ຊຸມ​ນຸມ​ແບບນີ້​ມາ​ກ່ອນ ໄດ້​ເຂົ້າ​ມອບ​ຕົວໃນ​ວັນ​ສຸກວານນີ້ ຕໍ່​ໝາຍ​ຈັບ ໃນ​ການ​ຕໍ່​ສູ້​ກັນ ​ທີ່​ເກີດ​ຂຶ້ນ​ ໃນ​ເດືອນ​ພຶດ​ສະ​ພາຜ່ານ​ມາ ລະ​ຫວ່າງ​ພວກ​ສະ​ໜັບ​ສະ​ໜຸນຝ່າຍຂວາ​ຈັດແລະ​ພວກ​ຝ່າຍ​ຊ້າຍ​ທີ່​ເປັນ​ສັດຕູ.

ທ້າວ​ກິບ​ສັນ​ກ່າວ​ວ່າ ຂໍ້​ຫາ​ຕໍ່​ລາວນັ້ນ ແມ່ນ​ແນ​ໃສ່​ເພື່ອ​ຂັດ​ຂວາງ​ບໍ່​ໃຫ້​ລາວ​ໄປຮ່ວມ​ການ​ປະ​ທ້ວງ​ທີ່​ເຂດ​ວາ​ເຕີ​ຟ​ຣອນ ໃຈ​ກາງ​ເມືອງ ຂອງນະ​ຄອນ​ພອດ​ແລນ ໃນ​ວັນ​ເສົາ​ມື້ນີ້.

ຕຳ​ຫຼວດ​ໃນ​ນະ​ຄອນ​ພອດ​ແລນ ໄດ້​ລະ​ດົມ​ກຳ​ລັງ​ເຈົ້າ​ໜ້າ​ທີ່​ເກືອບ​ນຶ່ງ​ພັນ​ຄົນ​ເພື່ອ​ຮັບ​ມື​ກັບ​ການ​ປະ​ທ້ວງ ຊຶ່ງ​ກຳ​ນົດ​ຈະ​ມີ​ຂຶ້ນ​ໃນ​ວັນ​ເສົາ​ມື້ນີ້. ພວກ​ເຂົາ​ເຈົ້າ​ຈະ​ໄດ້ຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຕຳ​ຫຼວດ​ລັດ​ອໍ​ເຣ​ກັນ ແລະ​ຈາກ​ອົງ​ການ​ເອັ​ຟ​ບີ​ອາຍ.

ທ່ານ​ເທັດ ວີ​ລ​ເລີ ເຈົ້າ​ຄອງ​ນະ​ຄອນ​ພອດ​ແລນ ໄດ້​ເຂົ້າ​ຮ່ວມ​ກັບ​ພວກ​ຜູ້​ນຳ​ສາ​ສະ​ໜາ​ຕ່າງໆ​ ຕຳ​ຫຼວດ ແລະ​ພວກ​ນັກ​ທຸ​ລະ​ກິດ ໃນ​ນະ​ຄອນ​ດັ່ງ​ກ່າວ ໂດຍ​ໄດ້ອອກ​ຄຳ​ເຕືອນ​ຕໍ່​ກຸ່ມ​ຕ່າງໆ “ທີ່​ວາງ​ແຜນ​ຈະ​ສວຍ​ໃຊ້​ນະ​ຄອນ​ພອດ​ແລນ ໃນ​ວັນທີ 17 ສິງ​ຫາ ເພື່ອ​ເປັນ​ບ່ອນ​ເຜີຍ​ແຜ່​ຄວາມ​ກຽດ​ຊັງນັ້ນ” ທ່ານ​ເວົ້າ​ວ່າ “ພວກເຮົາ​ບໍ່​ຍິນ​ດີ​ທີ່​ຈະ​ຕ້ອນ​ຮັບ” ກຸ່ມ​ເຫຼົ່າ​ນັ້ນ.

ການ​ໂຮມ​ຊຸມ​ນຸມ​ໃນ​ວັນ​ເສົາ​ມື້ນີ້ ແມ່ນ​ຈັດ​ຂຶ້ນ​ກຸ່ມ​ Proud Boys ຊຶ່ງ​ຖືກ​ລະ​ບຸ​ວ່າ​ເປັນ​ກຸ່ມ​ທີ່​ສ້າງ​ຄວາມ​ກຽດ​ຊັງ ໂດຍ​ອົງ​ການສູນ​ກາງ​ກົດ​ໝາຍ​ຄຸ້ມ​ຄອງ​ພວກ​ຄົນທຸກ​ໃນ​ເຂດ​ພາກ​ໃຕ້ ​ຫຼື Southern Poverty Law Center.

ນອກ​ນັ້ນ​ແລ້ວ​ຍັງ​ຄາດ​ວ່າ ຈະ​ມີ​ການ​ເຂົ້າ​ຮ່ວມ​ສົມ​ທົບ ​ໂດຍ​ກຸ່ມ American Guard, Three Percenters ແລະ​ກຸ່ມ Daily Stormers. ອີງ​ຕາມ​ອົງການ Southern Poverty Law Center ແລ້ວກຸ່ມ American Guard ແມ່ນ​ກຸ່ມ​ພວກ​ຜິວ​ຂາວ​ຫົວ​ຊາດ​ນິ​ຍົມ ກຸ່ມ Three Percenters ແມ່ນ​ກຸ່ມພວກ​ຫົວ​ຮຸນ​ແຮງ​ຈັດ ແລະ​ເປັນ​ທະ​ຫານ​ບ້ານ​ຕໍ່​ຕ້ານ​ລັດ​ຖະ​ບານ ແລະ​ກຸ່ມ Daily Stormers ແມ່ນ​ກຸ່ມ​ພວກ​ນາ​ຊີ​ໃໝ່.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG