ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສານ​ອຸ​ທອນ ຕັດ​ສິນ​ວ່າ ສ​ຫລ ຕ້ອງ​ສະ​ໜອງ ສະ​ບູ່ ຢາ​ຖູ​ແຂ້ວ ໃຫ້​ພວກ​ເດັກ​ນ້ອຍ ທີ່​​ຖືກ​ຄຸມ​ຂັງ


ພວກ​ຄົນ​ເຂົ້າ​ເມືອງ ສ່ວນ​ໃຫຍ່​ແມ່ນ​​ມາ​ຈາກ​ອາ​ເມ​ຣິ​ກາ​ກາງ ພວມ​ພາ​ເດັກ​ນ້ອຍ​ເຂົາ​ເຈົ້າ ໄປ​ສູ່​ໂຮງ​ເກັບ​ເຮືອ​ບິນ ສະ​ໄໝ​ສົງ​ຄາມ​ໂລກ ຄັ້ງ​ທີ 2 ທີ່​ເມືອງ ແດັມ​ມິງ ໃນ​​ລັດ​ນິວ​ເມັກ​ຊິ​ໂກ ເມື່ອ​ວັນ​ທີ 22 ພຶດ​ສະ​ພາ 2019.
ພວກ​ຄົນ​ເຂົ້າ​ເມືອງ ສ່ວນ​ໃຫຍ່​ແມ່ນ​​ມາ​ຈາກ​ອາ​ເມ​ຣິ​ກາ​ກາງ ພວມ​ພາ​ເດັກ​ນ້ອຍ​ເຂົາ​ເຈົ້າ ໄປ​ສູ່​ໂຮງ​ເກັບ​ເຮືອ​ບິນ ສະ​ໄໝ​ສົງ​ຄາມ​ໂລກ ຄັ້ງ​ທີ 2 ທີ່​ເມືອງ ແດັມ​ມິງ ໃນ​​ລັດ​ນິວ​ເມັກ​ຊິ​ໂກ ເມື່ອ​ວັນ​ທີ 22 ພຶດ​ສະ​ພາ 2019.

ສານ​ອຸ​ທອນ​ຂອງ​ລັດ​ຖະ​ບານ​ກາງ​ສະ​ຫະ​ລັດ ​ຕັດ​ສິນ​ວ່າ ລັດ​ຖະ​ບານ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ຕ້ອງໄດ້​ສະ​ໜອງ​ອາ​ຫານ ນ້ຳ​ດື່ມ ແລະ​ອຸບ​ປະ​ກອນ​ພື້ນຖານ​ດ້ານ​ອະນາ​ໄມຕ່າງໆ​ຢ່າງ​ພຽງ​ພໍ ໃຫ້​ແກ່​ພວກ​ເດັກ​ນ້ອຍ​ທີ່​ຖືກ​ກັກ​ຢູ່​ຕາມ​ສູນຄຸມ​ຂັງ​ຂອງ​ພວກ​ຄົນ​ເຂົ້າ​ເມືອງ.

ຄະ​ນະ​ຜູ້​ພິ​ພາກ​ສາ 3 ທ່ານ ຂອງ​ສານ​ອຸ​ທອນ​ເຂດ 9 ສະ​ຫະ​ລັດ ທີ່​ນະ​ຄອນ​ແຊນ​ແຟ​ຣນ​ຊິ​ສ​ໂກ ໄດ້​ຕັດ​ສິນ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ລັດ​ຖະ​ບານ​ທ່ານ​ທ​ຣຳລະ​ເມີດ​ຂໍ້​ຕົກ​ລົງ​ສະ​ບັບ​ປີ 1997 ທີ່​ບັງ​ຄັບ​ໃຫ້​ລັດ​ຖະ​ບານ​ຕ້ອງ​ໄດ້​ສະ​ໜອງ​ສະຖານ​ທີ່ໆ​ປອດ​ໄພ​ແລະຖືກ​ຫຼັກ​ອະ​ນາ​ໄມ.

ຄະ​ນະ​ຜູ້​ພິ​ພາກ​ສາ ​ຂຽນ​ວ່າ “ໂດຍ​ໃຫ້​ການ​ຄ້ຳ​ປະ​ກັນ​ວ່າ ພວກ​ເດັກ​ນ້ອຍ​ໄດ້​ກິນອາ​ຫານ​ຢ່າງ​ພຽງ​ພໍ ດື່ມ​ນ້ຳ​ທີ່​ສະ​ອາດ ຖືກ​ກັກ​ຢູ່​ໃນ​ສະ​ຖານ​ທີ່​ ທີ່ຖືກ​ຫຼັກສຸ​ຂາ​ພິ​ບານ ໂດຍ​ມີຫ້ອງ​ນ້ຳ​ທີ່​ຖືກ​ຫຼັກ​ອະ​ນາ​ໄມ ມີ​ສະ​ບູ່​ແລະ​ຢາ​ຖູ​ແຂ້ວ ແລະ​ໃຫ້​ຫລັບໃຫ້​ນອນ​ພຽງ​ພໍ ຊຶ່ງນັ້ນ​ແມ່ນ​ບໍ່​ຕ້ອງ​ສົງ​ໄສ​ເປັນ​ສິ່ງ​ຈຳ​ເປັນ​ສຳ​ຫຼັບ​ຄວາມ​ປອດ​ໄພຂອງ​ພວກ​ເດັກ​ນ້ອຍ.”

ໃນ​ເດືອນ​ມິ​ຖຸ​ນາ​ຜ່ານ​ມາ ທະ​ນາຍ​ຄວາມ​ຂອງ​ລັດ​ຖະ​ບານ​ໂຕ້​ແຍ້ງວ່​າ ຂໍ້​ຕົກ​ລົງ​ດັ່ງ​ກ່​າວນີ້​ບໍ່​ໄດ້​ກຳ​ນົດ​ເງື່ອນ​ໄຂວ່າ ຕ້ອງ​ມີ​ການ​ສະ​ໜອງ​ແປງ​ຖູ​ແຂ້ວ​ແລະ​ສະ​ບູ່ ໃຫ້​ແກ່​ພວກ​ເດັກ​ນ້ອຍ ໃນ​ລະ​ຫວ່າງ​ທີ່​ຖືກ​ກັກ​ເປັນ​ເວ​ລາ​ສັ້ນໆ​ໂດຍ​ເຈົ້າ​ໜ້າ​ທີ່.

ຜູ້​ອຳ​ນວຍ​ການ​ອະ​ວຸ​ໂສ ທີ່​ສູນ​ກາງວ່າ​ດ້ວຍ​ກົດ​ໝາຍ​ຊາວ​ໜຸ່ມ​ແຫ່ງ​ຊາດ ທ່ານນາງ​ລີ​ເຊຍ ແວ​ລ ກ່າວ​ວ່າ “ມັນ​ຈະ​ສ້າງ​ຄວາມ​ຕື່ນ​ຕົກ​ໃຈໃຫ້​ແກ່​ຈິດ​ສຳ​ນຶກຂອງຊາວອ​າ​ເມ​ຣິ​ກັນ​ທັງ​ຫຼາຍ​ທີ່​ຮູ້​ຈັກ​ວ່າ ລັດ​ຖະ​ບານ​ຂອງ​ພວກ​ເຮົາ ​ໄດ້​ໂຕ້​ຖຽງ​ວ່າພວກ​ເດັກ​ນ້ອຍ​ບໍ່​ຕ້ອງ​ການ​ສິ່ງ​ຈຳ​ເປັນ​ເຫຼົ່າ​ນີ້.”

ຂໍ້​ຕົກ​ລົງ​ຟ​ລໍ​ເຣ​ສ ​ສະ​ບັບ​ປີ 1997 ໄດ້ອອກ​ຄຳສັ່ງ​ວ່າ ພວກ​ເດັກ​ນ້ອຍ​ຄວນ​ຖືກ​ກັກ​ຂັງ​ຢູ່​ໃນ​ສະ​ຖານ​ທີ່ ທີ່​ໄດ້​ມາດ​ຕະ​ຖານ​ ແລະ​ປ່ອຍ​ພວກ​ເຂົາ​ຢ່າງສົມ​ເຫດ​ສົມ​ຜົນ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG