ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ທ​ຣຳ ສະ​ເໜີ​ໃຫ້ ຜູ້​ນຳ​ຈີນ ພົບ​ພໍ້​ ແບບສ່ວນ​ຕົວ ກັບ​ພວກ​ປະ​ທ້ວງ ໃນ ຮົງ​ກົງ


ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ຖະ​ແຫຼງ ຕໍ່​ພວກ​ນັກ​ຂ່າວ ທີ່​ສະ​ໜາມ​ບິນ ເມືອງ​ມໍ​ຣິ​ສ​ທາວ​ນ໌ ລັດ​ນິວ​ເຈີ​ຊີ ເມື່ອ​ວັນ​ທີ 13 ສິງ​ຫາ 2019.
ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ຖະ​ແຫຼງ ຕໍ່​ພວກ​ນັກ​ຂ່າວ ທີ່​ສະ​ໜາມ​ບິນ ເມືອງ​ມໍ​ຣິ​ສ​ທາວ​ນ໌ ລັດ​ນິວ​ເຈີ​ຊີ ເມື່ອ​ວັນ​ທີ 13 ສິງ​ຫາ 2019.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ສະ​ເໜີ​ແນະ ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ຄວນ​ພົບພໍ້​ແບບ​ສ່ວນ​ຕົວ​ກັບ​ພວກ​ປະ​ທ້ວງນິ​ຍົມ​ປະ​ຊາ​ທິ​ປະ​ໄຕ​ໃນ​ຮົງ​ກົງ ເພື່ອ​ແກ້​ໄຂ​ການ​ເດີນ​ຂະ​ບວນ​ຕໍ່​ຕ້ານ ​ການ​ເຂົ້າຄວບ​ຄຸມ​ດິນ​ແດນ​ດັ່ງກ່າວ​ຂອງ​ປັກ​ກິ່ງ ​ທີ່​ແກ່​ຍາວ​ມາ​ໄດ້ສິບ​ອາ​ທິດ​ແລ້ວນັ້ນ.

ຜູ້​ນຳ​ສ​ະ​ຫະ​ລັດ ຊຶ່ງ​ຂະ​ບວນ​ລົດ​ຂອງ​ທ່ານ​ມັກ​ຈະ​ຫຼີ​ກ​ລ່ຽງ​ພວກ​ເດີນ​ຂະ​ບວນ​ປະ​ທ້ວງ​ຕໍ່​ຕ້ານ​ທ່ານນັ້ນ ຂຽນ​ລົງ​ໃນ​ທວີດ​ເຕີ້​ວ່າ ຖ້າ​ທ່ານ​ສີ ຫາກ​ພົບ​ກັບ​ພວກ​ເດີນຂະ​ບວນ​ຊຶ່ງ​ສ່ວນ​ໃຫຍ່​ເປັນ​ພວກ​ຊາວ​ໜຸ່ມນັ້ນ “ມັນ​ອາດ​ຈະ​ເຮັດ​ໃຫ້​ເປັນ​ການ​ສິ້ນສຸດ​ລົງ​ດ້ວຍ​ດີ​ແລະມີ​ຄວາມ​ເຂົ້າ​ໃຈ​ກັນ​ກ່ຽວ​ກັບ​ບັນ​ຫາ​ຮົງ​ກົງ. ຂ້າ​ພະ​ເຈົ້າ​ບໍ່​ມີ​ຄວາມ​ສົງ​ໄສ​ໃດໆ​ເລີຍ.”

ທ່ານ​ທ​ຣຳ​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຮູ້ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ເປັນ​ຢ່າງ​ດີ. ທ່ານເປັນ​ຜູ້​ນຳ​ທີ່​ຍິ່ງ​ໃຫຍ່ ຜູ້​ຊຶ່ງ​ປະ​ຊາ​ຊົນ​ຂອງ​ທ່ານ​ ໄດ້​ໃຫ້​ການ​ເຄົາ​ລົບ​ເປັນ​ຢ່າງ​ສູງ. ນອກນັ້ນ ທ່ານ​ຍັງ​ເປັນ​ຄົນ​ດີ ‘ໃນ​ການ​ເຮັດ​ທຸ​ລະ​ກິດ​ທີ່​ຫຍຸ້ງ​ຍາກ.’ ຂ້າ​ພະ​ເຈົ້າ​ບໍ່ມີ​ຄວາມ​ສົງ​ໄສ​ໃດໆ​ເລີຍ​ວ່າ ຖ້າ​ປະ​ທານ​ປະ​ເທດ​ສີຫາກ​ຕ້ອງ​ການ​ແກ້​ໄຂ​ບັນ​ຫາຮົງ​ກົງ​ແບບ​ວ່ອງ​ໄວ​ແລະ​ແບບ​ມີ​ມະ​ນຸດ​ສະ​ທຳ​ແລ້ວ ທ່ານ​ສາ​ມາດ​ເຮັດ​ໄດ້ ພົບ​ພໍ້ແບບ​ສ່ວນ​ຕົວ​ບໍ?

ລັດ​ຖະ​ບານ​ຈີນ​ບໍ່​ໄດ້​ໃຫ້​ຮ່ອງ​ຮອຍ​ໃດໆ​ເລີຍ​ວ່າ ທ່ານ​ສີ​ມີ​ແຜນ​ການ​ທີ່​ຈະ​ໄປ​ຢ້ຽມ​ຢາມ​ຮົງ​ກົງ. ມີ​ການ​ແນມ​ເຫັນ​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ຂອງ​ຈີນພວມ​ຝຶກ​ຊ້ອມ ຢູ່​ໃນ​ເຂດ​ແດນ​ຂອງ​ຈີນ​ແຜ່ນ​ດິນ​ໃຫຍ່ ຊຶ່ງ​ຕັ້ງ​ກົງ​ກັນ​ຂ້າມ​ກັບ​ຊາຍ​ແດນ​ຮົງ​ກົງແຕ່ກໍ​ບໍ່​ມີ​ການ​ສະ​ແດງ​ໃຫ້​ເຫັນ​ວ່າກຳ​ລັງ​ດັ່ງ​ກ່າວ​ພວມ​ເຄື່ອນ​ໄປ​ຍັງ​ຮົງ​ກົງ​ແຕ່​ຢ່າງ​ໃດ​.

ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ລອນດອນ ທ່ານ​ຫຼິວ ຊຽວ​ໝິງ ເຕືອນ​ໃນ​ວັນ​ພະຫັດ​ວານນີ້​ວ່າ ປັກ​ກິ່ງ​ຈະ​ບໍ່​ນັ່ງ​ເບິ່ງ​ດູ​ດາຍຕໍ່​ການ​ປະ​ທ້ວງ​ດັ່ງ​ກ່າວ. ທ່ານ​ກ່າວ​ຕື່ມວ່າ ປັກ​ກິ່ງພ້ອມ​ແລ້ວ “ທີ່​ຈະ​ທັບ​ມ້າງ​ຄວາມ​ວຸ້ນ​ວາຍ​ໃຫ້​ຮາບ​ຄາບ” ຖ້າ​ຫາກວິ​ກິດ​ການ​ໃນ​ຮົງ​ກົງ ກາຍ​ເປັນ​ວິ​ກິດ​ການ​ທີ່ “ບໍ່​ສາ​ມາດ​ຄວບ​ຄຸມ​ໄດ້.”

ສະ​ຫະ​ລັດ​ແລະ​ຈີນ ຊຶ່ງ​ເປັນ​ສອງ​ປະ​ເທດ​ທີ່​ມີ​ເສດ​ຖະ​ກິດ​ໃຫຍ່​ທີ່​ສຸດ​ໃນ​ໂລກ​ພວ​ມຢູ່​ໃນ​ລະ​ຫວ່າງ​ການ​ເຈ​ລະ​ຈາ​ທາງ​ດ້ານ​ການ​ຄ້າ ​ທີ່​ຍັງ​ຕົກ​ລົງ​ກັນ​ບໍ່​ໄດ້. ແຕ່​ທ່ານ​ທ​ຣຳ​ສະ​ເໜີ​ແນະ​ວ່າ ການ​ແກ້​ໄຂ​ທາງ​ດ້ານ​ການ​ຄ້າ​ອາ​ດ​ຈະ​ຖືກ​ເລື່ອນ​ເວ​ລາ​ອອກໄປ ຕາບ​ໃດ​ທີ່​ຍັງ​ມີ​ການ​ປະ​ທ້ວງຢູ່​ຕາມ​ຫົນ​ທາງ​ໃນ​ຮົງ​ກົງ ​ແລະ​ໃນ​ອາ​ທິດນີ້​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ​ທີ່​ສະ​ໜາມ​ບິນ​ສາ​ກົນ.

ທ່ານ​ທ​ຣຳ​ໄດ້​ຂຽນ​ລົງ​ໃນ​ທວີດ​ເຕີ້ ໃນ​ແລງວັນ​ພຸດ​ຜ່​ານ​ມານີ້ ໂດຍ​ເວົ້າ​ວ່​າ​ລັດ​ຖະ​ບານ​ຂອງ​ທ່ານ ເປັນ​ຜູ້​ໄດ້​ປຽບ​ຕໍ່​ປັກ​ກິ່ງ ໃນ​ການ​ເຈ​ລະ​ຈາ​ດ້ານ​ການ​ຄ້າ. ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ກ່າວ​ວ່າ ຫຼັງ​ຈາກ​ຂຽນ​ແລ້​ວ "ຫຼາຍ​ພັນ​ບ​ໍ​ລິ​ສັດ" ພາ​ກັນ​ຍ້າຍ​ອອກ​ຈາກ​ຈີນ, "ແນ່ນອນຈີນ​ຕ້ອງ​ການ​ຢາກ​ໃຫ້​ມີ​ຂໍ້​ຕົກ​ລົງ. ປ່ອຍ​ໃຫ້​ພວກ​ເຂົາ​ຮັບ​ມື​ແບບ​ມີ​ມະ​ນຸ​ດ​ສະ​ທຳ​ກັບ​ຮົງ​ກົງ ກ່ອນ​ອື່ນ​ໝົດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG