ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາ​ຫຼີ​ເໜືອ ຍິງ​ທົດ​ລອງ ລູກ​ສອນ​ໄຟ ຕື່ມ​ອີກ ແລະ​ກໍ​ຕ້ອງ​ຕິ ເກົາ​ຫຼີ​ໃຕ້


ຜູ້​ຄົນ​ເບິ່ງ​​ຂ່າວໂທ​ລະ​ພາບ ກ່ຽວ​ກັບ​ການ​ຍິງ​ທົດ​ລອງ ລູກ​ສອນ​ໄຟ​ຂອງ​ເກົາ​ຫຼີ​ເໜືອ ທີ່​ສະ​ຖາ​ນີ​ລົດ​ໄຟ​ແຫ່ງ​ນຶ່ງ​ ໃນ​ນະ​ຄອນ​ຫຼວງ​ໂຊ​ລ ຂອງ​ເກົາ​ຫຼີ​ໃຕ້ ໃນວັນ​ທີ 16 ສິງ​ຫາ 2019 ມື້ນີ້.
ຜູ້​ຄົນ​ເບິ່ງ​​ຂ່າວໂທ​ລະ​ພາບ ກ່ຽວ​ກັບ​ການ​ຍິງ​ທົດ​ລອງ ລູກ​ສອນ​ໄຟ​ຂອງ​ເກົາ​ຫຼີ​ເໜືອ ທີ່​ສະ​ຖາ​ນີ​ລົດ​ໄຟ​ແຫ່ງ​ນຶ່ງ​ ໃນ​ນະ​ຄອນ​ຫຼວງ​ໂຊ​ລ ຂອງ​ເກົາ​ຫຼີ​ໃຕ້ ໃນວັນ​ທີ 16 ສິງ​ຫາ 2019 ມື້ນີ້.

ເກົາ​ຫຼີ​ເໜືອ ​ໄດ້​ຍິງ​ລູກ​ສອນ​ໄຟ​ໄລ​ຍະ​ໃກ້ຮອບ​ໃໝ່ ອອກ​ສູ່​ທະ​ເລ​ກ້ຳ​ຕາ​ເວັນ​ອອກຂອງ​ປະ​ເທດ ອີງ​ຕາມລາຍ ງານ ​ຂອງກອງ​ທັບ​ເກົາ​ຫຼີ​ໃຕ້ ຊຶ່ງ​ປາ​ກົດ​ວ່າ ເປັນ​ການ​ສະແດງ​ ຄວາມ​ໂກດ​ແຄ້ນ​ເທື່ອ​ຫຼ້າ​ສຸດ​ຂອງ​ພຽງ​ຢາງ ຕໍ່​ການ​ຊ້ອມ​ລົບ​ຮ່ວມ​ທາງ​ທະຫານ​ລະ​ຫວ່າງ ສະ​ຫະ​ລັດ ກັບ​ເກົາ​ຫຼີ​ໃຕ້ ທີ່​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ.

ເກົາ​ຫຼີ​ເໜືອ​ໄດ້​ຍິງ “ລູກ​ສອນ​ໄຟ​ທີ່​ບໍ່​ມີ​ການ​ລະ​ບຸ​ວ່າ​ເປັນ​ປະ​ເພດ​ໃດ” 2 ລູກ​ໃນວັນ​ສຸກມື້ນີ້ ຈາກ​ແຂວງ​ກັງ​ວອນ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ເກົາ​ຫລີເໜືອ ອີງ​ຕາມ​ຖະ​ແຫຼງ​ການ​ຂອງ​ເສ​ນາ​ທິ​ການ​ຮ່ວມກອງ​ທັບ​ເກົາ​ຫຼີ​ໃຕ້. ຖະ​ແຫຼງ ການ​ກ່າວ​ວ່າ ລູກ​ສອນ​ໄຟດັ່ງ​ກ່າວ​ໄດ້​ເດີນ​ທາງ​ໄປ​ປະ​ມານ 230 ກິ​ໂລ​ແມັດໃນ ​ລະ​ດັບ​ທີ່​ສູງ​ເຖິງ 30 ກິ​ໂລ​ແມັດ.

ເກົາ​ຫຼີ​ເໜືອ​ໄດ້​ຍິງ​ທົດ​ລອງ​ລູກ​ສອນ​ໄຟ 6 ເທື່ອ​ໃນ​ໄລ​ຍະ​ປະ​ມານ 3 ອາ​ທິດ​ທີ່ຜ່ານ​ມານີ້. ປະ​ກອບ​ໃສ່​ກັບ ​ຖະ​ແຫຼງ​ການ​ແບບ​ເກາະ​ຜິດ​ຕໍ່​ເກົາ​ຫຼີ​ໃຕ້​ແລ້ວ ​ການ​ຍິງ​ທົດ​ລອງ​ເຫຼົ່າ​ນີ້ ແມ່ນ​ຂີດ​ໝາຍ ໃນ​ການ​ກັບ​ຄືນ​ໄປ​ສູ່​ການ​ເອົາ​ທ່າ​ທີ​ແບບ​ທ້າ​ທາຍ​ຂອງ​ພຽງ​ຢາງ ຊຶ່ງ​ໄດ້​ປະ​ຕິ​ເສດ​ບໍ່​ຍອມ​ເປີດ​ການ​ເຈ​ລະ​ຈາ​ກັບ​ໂຊ​ລ ຫຼື​ວໍ​ຊິງຕັນ.

ຫຼັງ​ຈາ​ກການ​ປະ​ຊຸມ​ສຸກ​ເສີນ​ໃນ​ວັນ​ສຸກມື້ນີ້ ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ເກົາ​ຫຼີ​ໃຕ້ ຮຽກ​ຮ້ອງ​ໃຫ້​ເກົາຫຼີ​ເໜືອ​ຍຸ​ຕິ​ການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟແລະ​ເຕືອນວ່າ ການ​ເຮັດ​ແບບນັ້ນ ອາດ​ຈະ​ກໍ່​ໃຫ້​ເກີດ​ຄວາມ​ເຄັ່ງ​ຕຶງ​ທາງ​ທະ​ຫານ​ເພີ້ມ​ຂຶ້ນ.

ເຖິງ​ແມ່ນ​ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ເກົາ​ຫຼີ​ເໜືອ​ຍິງ​ລູກ​ສອນ​ໄຟ​ປະ​ເພດ​ໃດ​ກໍ​ຕາມ​ໃນ​ວັນ​ສຸກມື້ນີ້ ແຕ່​ການ​ຍິງ​ທົດ​ລອງ​ຂອງ​ເກົາ​ຫຼີ​ເໜືອ​ເມື່ອ​ບໍ່​ດົນ​ມານີ້ ແມ່ນພົວ​ພັນ​ກັບ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ໄລ​ຍະ​ໃກ້ ທີ່​ປາ​ກົດ​ວ່າ​ອອກ​ແບບເພື່ອ​ໃຫ້​ຫຼົບຫຼີກ​ລະ​ບົບ​ປ້ອງ​ກັນ​ລູກ​ສອນ​ໄຟ​ຂອງ​ສະ​ຫະ​ລັດ ແລະ​ເກົາ​ຫຼີ​ໃຕ້.

ເກົາ​ຫຼີ​ເໜືອ​ໄດ້​ຖືກ​ຫ້າມບໍ່​ໃຫ້​ທຳ​ການ​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ໃດໆ​ພາຍ​ໃຕ້​ມະ​ຕິ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ. ແຕ່​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະລັດ ທ່ານ​ດໍ​ໂນ​ລ ທ​ຣຳ ກ່າວ​ວ່າ ທ່ານ “ບໍ່​ມີ​ບັນ​ຫາ​ຫຍັງ” ກັບ​ການ​ທົດ​ລອງ​ລູກ​ສອນ​ໄຟ​ຂອງ​ພຽງ​ຢາງ ໂດຍ​ເວົ້າ​ວ່າ ລູກ​ສອນ​ໄຟ​ເຫຼົ່າ​ນີ້ບໍ່​ສາ​ມາດ​ມາ​ເຖິງ​ສະ​ຫະ​ລັດ.

ໃນ​ອາ​ທິດ​ແລ້ວນີ້ ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ກ່າວ​ວ່າ ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ໄດ້ “ຂໍ​ຂະ​ມາ​ໂທດ​ນ້ອຍໆ” ຕໍ່​ການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ ແລະ​ປະ​ກາດວ່າ ຈະ​ຢຸດ​ເຊົາ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້ ເວ​ລາ​ການ​ຊ້ອມ​ລົບ​ຮ່ວມ​ລະ​ຫວ່າງ​ສະຫະ​ລັດ​ແລະ​ເກົາ​ຫຼີ​ໃຕ້ ທີ່​ກຳ​ລັງ​ດຳ​ເນີນ​ຢູ່​ໃນ​ເວ​ລານີ້ ສິ້ນ​ສຸດ​ລົງ.

ການ​ຊ້ອມ​ລົບ​ດັ່ງ​ກ່າວ ມີ​ກຳ​ນົດ​ຈະ​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 20 ສິງ​ຫາ​ຈະ​ມານີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັ​ງ​ກິດ

XS
SM
MD
LG