ພວກອອກລະບຽບຂອງສະຫະລັດ ໃນວັນພຸດວານນີ້ ອະນຸມັດໃຫ້ໃຊ້ຢາຕ້ານວັນນະໂຣກ ຫລື TB ຊະນິດໃໝ່ໄດ້ ເມື່ອມີການກິນ ພ້ອມກັນກັບຢາອື່ນສອງຊະນິດ ທີ່ສະແດງໃຫ້ເຫັນວ່າ ໄດ້ຮັບຜົນຢ່າງຫລວງຫລາຍ.
ຢາໃໝ່ທີ່ຊື່ວ່າ ເພຣໂຕເມນິດ (Pretomanid) ໄດ້ຖືກພັດທະນາຂຶ້ນມາໂດຍ ພັນທະມິດທີບີ ຫລື TB Alliance ທີ່ບໍ່ຫວັງຜົນກຳໄລ.
ການສຶກສາຄົ້ນຄວ້າບັ້ນນຶ່ງ ສະແດງໃຫ້ເຫັນວ່າ ເມື່ອກິນພ້ອມກັນກັບຢາອື່ນສອງຊະນິດ, ຢາເພຣໂຕເມນິດ (Pretomanid) ນີ້ ສາມາດປິ່ນປົວໄດ້ 90 ເປີເຊັນຂອງຄົນປ່ວຍ ທີ່ເປັນວັນນະໂຣກສາຍພັນນຶ່ງ ທີ່ຕ້ານທານຕໍ່ການປິ່ນປົວແບບອື່ນ.
ການສຶກສາຄົ້ນຄວ້ານັ້ນ ສະແດງໃຫ້ເຫັນວ່າ ການປະສົມປະສານກັນລະຫວ່າງຢາ 3 ຊະນິດ ສາມາດປິ່ນປົວວັນນະໂຣກ ໃຫ້ເຊົາໄດ້ ໃນເວລາປະມານ 6 ເດືອນ ແລະສາມາດເຮັດໃຫ້ຄົນປ່ວຍຍຸຕິການແຜ່ຜາຍພະຍາດດັ່ງກ່າວ ໄດ້ພາຍໃນເວລາສອງ ສາມມື້ເທົ່ານັ້ນ.
ການປິ່ນປົວວັນນະໂຣກ ຫລື TB ທີ່ມີຢູ່ຫລ້າສຸດນີ້ ແມ່ນຮຽກຮ້ອງໃຫ້ຄົນປ່ວຍກິນຢາຫລາຍ ແລະໃຊ້ເວລາຕັ້ງຫລາຍເດືອນ ສັກຢາທີ່ເຮັດໃຫ້ເຈັບປວດນັ້ນ. ການປິ່ນປົວທີ່ຕ້ອງໄດ້ກິນຢາ ແລະສັກຢາແບບນັ້ນ ສາມາດທີ່ຈະແກ່ຍາວໄປເຖິງສອງປີກໍເປັນໄດ້. ພວກທ່ານໝໍເວົ້າວ່າ ຄົນປ່ວຍທັງຫລາຍ ມັກຈະເລີກລົ້ມການປິ່ນປົວ ຫລືບໍ່ກໍເສຍຊີວິດໄປ.
ວັນນະໂຣກ ຫລື TB ໂດຍທົ່ວໄປແລ້ວ ແມ່ນເລີ້ມຕົ້ນຢູ່ປອດ ແລະກະຈາຍໄປທົ່ວ ເມື່ອໃຜຜູ້ນຶ່ງທີ່ຕິດເຊື້ອພະຍາດນີ້ ຈາມ ຫລືໄອ.
ມັນໄດ້ເຮັດໃຫ້ປະມານ 1 ລ້ານ 6 ແສນຄົນຢູ່ທົ່ວໂລກເສຍຊີວິດໃນແຕ່ລະປີ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດຢູ່ລຸ່ມນີ້
U.S. regulators Wednesday approved a new tuberculosis drug that when taken with two other medicines shows dramatic results.
The new drug, Pretomanid, was developed by the nonprofit TB Alliance.
A study shows that when taken with taken with two other drugs. Pretomanid cured 90% of patients suffering from a strain of TB that is resistant to other treatments.
The study shows the three-drug cocktail can cure TB in about six months and can also stop patients from spreading the disease in just a few days.
Most current TB treatments require patients to take multiple numbers of pills and months of very painful daily shots. This treatment of pills and shots can last as long as two years. Doctors say many patients either give up first or die.
Tuberculosis generally attacks the lungs and is spread when someone with the infection sneezes or coughs. It kills about 1.6 million people every year worldwide.