ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມື​ປືນ​ຖືກ​ຈັບ​ ຫຼັງ​ຈາກ​ຍິງ​ຕຳຫຼວດ ຟິ​ລາ​ແດ​ລ​ເຟຍ ບາດ​ເຈັບ 6 ຄົນ


ບັນ​ດາ​ເຈົ້າ​ໜ້າ​ທີ່ ເຕົ້າ​ໂຮມ​ກັນ ສຳ​ລັບ​ການ​ຄວບ​ຄຸມ​ເປັນ​ກຸ່ມ ໃກ້​ກັບສະ​ຖານ​ທີ່ໆ​ມີ​ຕຳຫຼວດ​ຈຳ​ນວນຫຼວງຫຼາຍ ຢູ່​ນອກ​ເຮືອນຫຼັງ​ນຶ່ງໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ສືບ​ສວນ​ການ​ຍິງ​ກັນໃນ​ນະ​ຄອນ ຟິ​ລາ​ແດ​ລ​ເຟຍ. 14 ສິງ​ຫາ, 2019. (AP Photo/Matt Rourke)
ບັນ​ດາ​ເຈົ້າ​ໜ້າ​ທີ່ ເຕົ້າ​ໂຮມ​ກັນ ສຳ​ລັບ​ການ​ຄວບ​ຄຸມ​ເປັນ​ກຸ່ມ ໃກ້​ກັບສະ​ຖານ​ທີ່ໆ​ມີ​ຕຳຫຼວດ​ຈຳ​ນວນຫຼວງຫຼາຍ ຢູ່​ນອກ​ເຮືອນຫຼັງ​ນຶ່ງໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ສືບ​ສວນ​ການ​ຍິງ​ກັນໃນ​ນະ​ຄອນ ຟິ​ລາ​ແດ​ລ​ເຟຍ. 14 ສິງ​ຫາ, 2019. (AP Photo/Matt Rourke)

ຕຳຫຼວດ​ໃນ​ນະ​ຄອນ ຟິ​ລາ​ແດ​ລ​ເຟຍ ໄດ້​ຈັບ​ຜູ້​ຕ້ອງ​ສົງ​ໄສ​ຄົນ​ນຶ່ງ ​ໃນຕອນ​ເຊົ້າ​ວັນ​ພະ​
ຫັດມື້ນີ້ ຫຼັງຈາກການປະເຊີນໜ້າກັນເປັນເວລາຫຼາຍຊົ່ວໂມງ ທີ່ໄດ້ເຮັດໃຫ້ເຈົ້າໜ້າທີ່
ຫົກຄົນ ໄດ້ຮັບບາດເຈັບຈາກລູກປືນທີ່ບໍ່ເຖິງຂັ້ນອັນຕະລາຍເຖິງຊີວິດ.

ໂຄ​ສົກ​ຄົນ​ນຶ່ງ​ເວົ້າ​ວ່າ ຫຼັງ​ຈາກ ຕຳຫຼວດ ໄດ້​ຄວບ​ຄຸມ​ຕົວ ​ຜູ້​ຕ້ອງ​ສົງ​ໄສ​ແລ້ວ, ບັນ​ດາ​
ເຈົ້າໜ້າທີ່ໄດ້ເຮັດວຽກ ເພື່ອກວດຄົ້ນເຮືອນຫຼັງນຶ່ງ ໃນຄຸ້ມ Nicetown ຂອງນະຄອນ
ດັ່ງກ່າວ ບ່ອນທີ່ມືປືນໄດ້ໃຊ້ເພື່ອກັນຕົນເອງ.

ສະ​ຖາ​ນະ​ການໄດ້​ເລີ່ມ​ຂຶ້ນ​ໃນ​ວັນ​ພຸດ​ວານນີ້ ເມື່ອ​ເຈົ້າ​ໜ້າ​ທີ່​ຄົນ​ນຶ່ງ​ໄດ້​ເດີນ​ທາງໄປທີ່​
ເຮືອນຫຼັງນັ້ນເພື່ອປະຕິບັດໝາຍຈັບ.

ເຈົ້າ​ໜ້າ​ທີ່​ຕຳຫຼວດ​ສອງ​ຄົນ​ໄດ້​ຄາ​ຢູ່​ໃນ​ເຮືອນຫຼັງ​ນັ້ນ​ກັບ​ມື​ປືນ ​ດົນ​ກວ່າ​ສີ່​ຊົ່ວ​ໂມງ ກ່ອນ​
ທີ່ຈະຖືກຊ່ວຍອອກມາຢ່າງປອດໄພ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ໄດ້​ພະ​ຍາ​ຍາມ​ທີ່​ຈະ​ສື່​ສານ​ກັບ​ມື​ປືນ​ຄົນ​ນັ້ນ, ລວມ​ທັງ​ໄດ້​ໂທ​ລະ​ສັບ​
ຫາລາວຫຼາຍຄັ້ງ, ແຕ່ໄດ້ກ່າວວ່າ ໃນຂະນະທີ່ລາວບໍ່ໄດ້ຮັບສາຍໂທລະສັບນັ້ນ, ລາວ
ກໍບໍ່ໄດ້ເວົ້າຫຍັງ.

ໂຄ​ສົກ​ຕຳ​ຫຼວດ​ໄດ້​ກ່າວ​ວ່າ ເຈົ້າ​ໜ້າ​ທີ່​ທັງ​ໝົດ​ຫົກ​ຄົນ ຜູ້​ທີ່​ມີ​ບາດ​ແຜ​ຖືກ​ປືນ​ຍິງ ນັ້ນໄດ້​
ຮັບອະນຸຍາດໃຫ້ອອກຈາກໂຮງໝໍໃນຕອນແລງຂອງວັນພຸດວານນີ້. ເຈົ້າໜ້າທີ່ອີກຄົນ
ນຶ່ງໄດ້ເຂົ້າຮັບການປິ່ນປົວຈາກການບາດເຈັບ ທີ່ໄດ້ເກີດຂຶ້ນໃນເຫດລົດຕຳ ທີ່ກ່ຽວ
ຂ້ອງກັບລົດແລ່ນຕຳເຄື່ອງກີດຂວາງ.

ການ​ຍິງ​ກັນ​ໄດ້​ເຮັດ​ໃຫ້​ບໍ່​ມີ​ການ​ເຂົ້າ​ອອກ ​ໃນ​ຕຶກ​ສູນ​ກາງວິ​ທະ​ຍາ​ສາດ​ສຸ​ຂະ​ພາບ ຂອງ
ມະຫາວິທະຍາໄລ ເທັມໂປ ທີ່ຕັ້ງຢູ່ໃກ້ຄຽງ. ມະຫາວິທະຍາໄລດັ່ງກ່າວໄດ້ຂຽນຂໍ້ຄວາມ
ໃນທວິດເຕີວ່າ “ອັດປະຕູໄວ້. ຢູ່ງຽບໆ. ຢູ່ຊື່ໆ. ຕຳຫຼວດກຳລັງຮັບມືກັບສະຖານະການ.”

ອ​່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG