ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ພິ​ສູດ​ຊາກ​ສົບ​ຂອງ ເດັກ​ຍິງ ອັງ​ກິດ ທີ່​ເສຍ​ຊີ​ວິດ ​ໃນ ມາ​ເລ​ເຊຍ ​ສະຫຼຸບ​ວ່າ ລາວ​ເສຍ​ຊີ​ວິດ ​ຍ້ອນ ອຶດ​ຫິວ ແລະ ຕຶງ​ຄຽດ


ສົບ​ຂອງ​ນາງ ນໍ​ຣາ ແອນ ຄວອຍ​ຣິນ ຖືກ​ນຳ​ສົ່ງ​ໂດຍ​ເຮ​ລິ​ຄັອບ​ເຕີ ໃນ​ລັດ ເຊ​ເຣັມ​ບານ. ມາ​ເລ​ເຊຍ. 13 ສິງ​ຫາ, 2019.
ສົບ​ຂອງ​ນາງ ນໍ​ຣາ ແອນ ຄວອຍ​ຣິນ ຖືກ​ນຳ​ສົ່ງ​ໂດຍ​ເຮ​ລິ​ຄັອບ​ເຕີ ໃນ​ລັດ ເຊ​ເຣັມ​ບານ. ມາ​ເລ​ເຊຍ. 13 ສິງ​ຫາ, 2019.

ບັນ​ດາ​ເຈົ້າ​ໜ້າ​ທີ່ ມາ​ເລ​ເຊຍ ກ່າວ​ວ່າ ມັນ​ບໍ່​ມີຫຼັກ​ຖານ ກ່ຽວ​ກັບ ການ​ເຮັດຜິດ​ກົດ​ໝາຍ ​
ໃນການຕາຍຂອງເດັກຍິງ ອັງກິດ ອາຍຸ 15 ປີຜູ້ທີ່ໄດ້ຫາຍຕົວໄປຈາກບ້ານພັກຕາກອາ
ກາດ ມາເລເຊຍ ໃນຕົ້ນເດືອນນີ້.

ທ່ານ ໂມ​ຮາ​ມັດ ແມັດ ຢູ​ຊົບ, ຜູ້​ບັນ​ຊາ​ການ​ຕຳຫຼວດຂອງ​ລັດ ເນ​ເກ​ຣີ ເຊັມ​ບີ​ລານ ໄດ້​
ກ່າວຕໍ່ບັນດານັກຂ່າວໃນວັນພະຫັດມື້ນີ້ວ່າ ການພິສູດຊາກສົບຂອງນາງ ນໍຣາ ແອນ
ຄວອຍຣິນ (Nora Anne Quoirin) ນຶ່ງວັນກ່ອນໜ້ານີ້ໄດ້ສະແດງໃຫ້ເຫັນວ່າ ລາວ
ໄດ້ເສຍຊີວິດຈາກການມີເລືອດອອກຢູ່ລຳໄສ ຍ້ອນການອຶດຫິວ ແລະ ຄວາມຕຶງຄຽດ.

ສົບ​ທີ່ບໍ່​ມີ​ເສື້ອ​ຜ້າ​ຂອງ​ນາງ ນໍ​ຣາ ໄດ້​ຖືກ​ພົບ​ເຫັນ​ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ ໃກ້​ກັບ​ກະ​
ແສນ້ຳ ປະມານສອງກິໂລແມັດຈາກບ້ານພັກຕາກອາກາດ ດູຊານ. ສົບຂອງລາວໄດ້ຖືກ
ສົ່ງໂດຍເຮລິຄັອບເຕີ ອອກຈາກປ່າດົງດິບ ໄປໂຮງໝໍ ບ່ອນທີ່ລາວຖືກລະບຸຕົວໂດຍພໍ່
ແມ່ຂອງລາວ.

ທ່ານ ຢູ​ຊົບ ໄດ້​ກ່າວ​ວ່າ ມັນ​ບໍ່​ມີຫຼັກ​ຖານ​ທີ່​ວ່າ ເດັກ​ຍິງ​ຄົນ​ດັ່ງ​ກ່າວ​ໄດ້​ຖືກ​ລັກ​ພາ​ຕົວ ຫຼື
ຖືກຂົ່ມຂືນ.

ເດັກ​ຍິງໜຸ່ມ​ນ້ອຍຄົນ​ດັ່ງ​ກ່າວ, ຜູ້​ທີ່​ຂາດ​ຄວາມ​ສາ​ມາດ​ໃນ​ການ​ຮຽນ​ຮູ້ ແລະ ທາງ​ຮ່າງ
ກາຍ ໄດ້ຖືກລາຍງານຫາຍສາບສູນໃນວັນທີ 4 ສິງຫາແລ້ວນີ້, ນຶ່ງວັນຫລັງຈາກຄອບ
ຄົວຂອງລາວໄດ້ເຂົ້າພັກໃນບ້ານພັກຕາກອາກາດ ທີ່ຕັ້ງຢູ່ປະມານ 70 ກິໂລແມັດຫ່າງ
ຈາກນະຄອນຫຼວງ ກົວລາ ລຳເປີ. ຕຳຫຼວດໄດ້ຈັດລາວເປັນຜູ້ຫາຍສາບສູນ, ແຕ່ຄອບ
ຄົວຂອງລາວສົງໄສວ່າລາວຖືກລັກພາຕົວ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG