ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້​ຄຸມ​ຄຸກ ແລະ ເຈົ້າ​ໜ້າ​ທີ່​ສອງ​ຄົນ ຖືກ​ຍ້າຍ​ ຈາກຄຸກ ນິວຢອກ ບ່ອນ​ທີ່​ທ່ານ ເອັບ​ສ​ຕີນ ເສຍ​ຊີ​ວິດ


ພະ​ນັກ​ງານ​ ກວດ​ກາ​ຜູ້​ຢ້ຽມ​ຢາມ​ຄົນ​ນຶ່ງ ຢູ່ນອກຄຸກ​ລັດ​ຖະ​ບານ​ກາງ. 13 ສິງ​ຫາ, 2019 ໃນ​ນະ​ຄອນ ນິວຢອກ.
ພະ​ນັກ​ງານ​ ກວດ​ກາ​ຜູ້​ຢ້ຽມ​ຢາມ​ຄົນ​ນຶ່ງ ຢູ່ນອກຄຸກ​ລັດ​ຖະ​ບານ​ກາງ. 13 ສິງ​ຫາ, 2019 ໃນ​ນະ​ຄອນ ນິວຢອກ.

ລັດ​ຖະ​ມົນ​ຕີ​ຍຸ​ຕິ​ທຳ ສະ​ຫະ​ລັດ ທ່ານ ວິ​ລ​ລຽມ ບາ ໄດ້​ຍົກ​ຍ້າຍ​ຕຳ​ແໜ່ງ​ຜູ້​ຄຸ​ມ​ຄຸກ ແລະ
ໄດ້ສັ່ງໃຫ້ເຈົ້າໜ້າທີ່ຍາມສອງຄົນພັກວຽກ ຈາກຄຸກລັດຖະບານກາງ ບ່ອນທີ່ນັກການ
ເງິນ ທ່ານ ເຈັຟຟຣີ ເອັບສຕີນ ປາກົດວ່າໄດ້ຂ້າໂຕຕາຍ.

ທ່ານ ເອັບ​ສ​ຕີນ ຖືກ​ສົງ​ໄສວ່າ​ໄດ້​ແຂວນ​ຄໍ​ຕົນ​ເອງ ດ້ວຍ​ຜ້າ​ປູ​ຕຽງ​ຢູ່​ໃນ​ຫ້ອງ​ຂັງ​ຂອງ​ລາວ
ບ່ອນທີ່ລາວໄດ້ລໍຖ້າການດຳເນີນຄະດີ ກ່ຽວກັບ ຂໍ້ກ່າວຫາລ່ວງລະເມີດທາງເພດຂອງ
ເຍົາວະຊົນຍິງຫຼາຍຄົນ.

ລາວ​ຖື​ກ​ພົບ​ເຫັນ​ເສຍ​ຊີ​ວິດ​ໃນ​ວັນ​ເສົາ​ທີ່​ຜ່ານ​ມາ.

ທ່ານ ເອັ​ບ​ສ​ຕີນ ຖືກ​ສັ່ງ​ໃຫ້​ຢຸດ​ເຊົາ​ໃນ​ການ​ຕິດ​ຕາມ​ກ່ຽວ​ກັບ​ການ​ຂ້າ​ຕົວ​ຕາຍ ຢູ່​ສູນຄຸມ​
ຂັງນະຄອນບານ ໃນນະຄອນ ນິວຢອກ ເມື່ອເດືອນທີ່ຜ່ານມາ ສຳລັບເຫດຜົນທີ່ບໍ່ຈະ
ແຈ້ງ, ແຕ່ເຈົ້າໜ້າທີ່ຍາມຄວນທີ່ຈະກວດເບິ່ງລາວທຸກໆສາມສິບນາທີ.

ລາຍ​ງານ​ໄດ້​ກ່າວ​ວ່າ ການ​ສືບ​ສວນ​ສອບ​ສວນ​ເບື້ອງ​ຕົ້ນ​ໄດ້​ພົບ​ວ່າ ບໍ່​ໄດ້​ມີ​ການ​ປະ​ຕິ​ບັດ
ຕາມລະບຽບ ແລະ ເປັນເວລາຫຼາຍຊົ່ວໂມງ ກ່ອນທີ່ຈະມີຄົນໄປກວດເບິ່ງທ່ານ
ເອັບສຕີນ.

ທ່ານ ບາ ໄດ້​ກ່າວ​ວ່າ “ແທ້​ຈິງ​ແລ້ວ​ທ່ານໃຈ​ຮ້າຍຫຼາຍ​ທີ່​ໄດ້​ຮູ້ ກ່ຽວ​ກັບ ຄວາມ​ລົ້ມ​ແຫຼວ
ທີ່ຈະປ້ອງກັນນັກໂທດຢ່າງເໝາະສົມ ຂອງສູນຄຸມຂັງນະຄອນບານ. ພວກເຮົາຈະຄົ້ນ
ຫາຂໍ້ແທ້ຈິງ ກ່ຽວກັບ ສິ່ງທີ່ໄດ້ເກີດຂຶ້ນ ແລະ ມັນຈະມີການຮັບຜິດຊອບ.”

ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ, ຜູ້​ທີ່​ຄັ້ງ​ນຶ່ງ​ເຄີຍ​ເປັນ​ເພື່ອ​ນ​ຂອງ​ທ່ານ ເອັບ​ສ​ຕີນ ນັ້ນ, ໄດ້​
ກ່າວໃນວັນອັງຄານວານນີ້ວ່າ, “ໂດຍພື້ນຖານແລ້ວ, ພວກເຮົາຢາກໄດ້ການສືບສວນ
ສອບສວນຢ່າງເຕັມທີ່ ແລະ ນັ້ນແມ່ນສິ່ງທີ່ຂ້າພະເຈົ້າຮຽກຮ້ອງຢ່າງເດັດຂາດ. ນັ້ນ
ແມ່ນສິ່ງທີ່ລັດຖະມົນຕີຍຸຕິທຳຂອງພວກເຮົາກຳລັງເຮັດ.”

​ບັນ​ດານັກສັນ​ນະ​ສູດ​ສົບ​ຂອງ​ນະ​ຄອນ ນິວຢອກ ໄດ້​ດຳ​ເນີນ​ການ​ພິ​ສູ​ດ​ຊາກ​ສົບ​ຂອງ
ທ່ານ ເອັບສຕີນ, ແຕ່ຜົນທີ່ອອກມາແມ່ນບໍ່ໄດ້ຖືກເປີດເຜີຍຕໍ່ສາທາລະນະ.

ທ່ານ ເອັບ​ສ​ຕີນ ອາ​ຍຸ 66 ປີ ໄດ້​ປະ​ເຊີນ​ກັບ​ການ​ດຳ​ເນີນ​ຄະ​ດີ ກ່ຽວ​ກັບ ຂໍ້​ກ່າວ​ຫາ​
ການຄ້າມະນຸດ ທີ່ປະກອບມີເດັກຍິງໄວລຸ້ນ ເຊິ່ງບາງຄົນມີອາຍຸນ້ອຍເຖິງ 14 ປີ.

ລາຍ​ງານ​ຂອງ​ຕຳຫຼວດ​ໄດ້​ກ່າວ​ວ່າ ທ່ານ ເອັບ​ສ​ຕີນ ມີ​ກຸ່ມຮ່ວມ​ມືທີ່​ຊ່ວຍ​ຈັດ​ຫາ​ເດັກ​ຍິງ
ໃຫ້ລາວ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG