ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ພິ​ພາກ​ສາ ອອກ​ຄຳ​ສັ່ງ ​ຈຳ​ກັດ ການ​ປະ​ທ້ວງ​ ຕໍ່​ຕ້ານ​ ລັດ​ຖະ​ບານ ຢູ່​ສະ​ໜາມ​ບິນ ຮົງ​ກົງ


ນັກ​ເດີນ​ທາງ ຖຽງ​ກັບ​ຜູ້​ປະ​ທ້ວງ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ພະ​ຍາ​ຍາມ​ທີ່​ຈະ​ເຂົ້າ​ໄປ​ໃນ​ປະ​ຕູ​ອອກ​ເດີນ​ທາງຂອ​ງ​ສະ​ໜາມ​ບິນ​ສາ​ກົນ ໃນ​ຮົງ​ກົງ. 13 ສິງ​ຫາ, 2019.
ນັກ​ເດີນ​ທາງ ຖຽງ​ກັບ​ຜູ້​ປະ​ທ້ວງ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ພະ​ຍາ​ຍາມ​ທີ່​ຈະ​ເຂົ້າ​ໄປ​ໃນ​ປະ​ຕູ​ອອກ​ເດີນ​ທາງຂອ​ງ​ສະ​ໜາມ​ບິນ​ສາ​ກົນ ໃນ​ຮົງ​ກົງ. 13 ສິງ​ຫາ, 2019.

ເຈົ້າ​ໜ້າ​ທີ່​ສະ​ໜາມ​ບິນ ຮົງ​ກົງ ໄດ້​ປະ​ກາດ​ໃນ​ວັນ​ພຸດມື້ນີ້​ວ່າ ຜູ້​ພິ​ພາກ​ສາ​ໄດ້​ອອກ​ຄຳ​ສັ່ງ​
ຊົ່ວຄາວ ເພື່ອຈຳກັດການປະທ້ວງຕໍ່ຕ້ານລັດຖະບານ ທີ່ໄດ້ສ້າງ ຄວາມເສຍຫາຍຕໍ່ສູນ
ກາງທາງອາກາດ ທີ່ສັບສົນທີ່ສຸດຂອງໂລກເປັນເວລາສອງວັນ ແລະ ໄດ້ກໍ່ໃຫ້ເກີດການ
ປະທະກັນຢ່າງຮຸນແຮງລະຫວ່າງ ຜູ້ປະທ້ວງກັບຕຳຫຼວດປາບປາມຈະລາຈົນ. ຄຳສັ່ງດັ່ງ
ກ່າວຈະຈຳກັດຜູ້ປະທ້ວງຢູ່ບໍລິເວນທີ່ຖືກກຳນົດໄວ້, ເປັນຄວາມພະຍາຍາມທີ່ຈະລະ
ງັບການລວມຕົວກັນຂອງຝູງຄົນທີ່ໂມໂຫສອງວັນທີ່ຜ່ານມາ, ເຊິ່ງຂະໜາດຂອງເຂົາເຈົ້າ
ໄດ້ເຮັດໃຫ້ລັດຖະບານ ແລະ ສາຍການບິນຕ່າງໆຕ້ອງສົ່ງພະນັກງານສ່ວນຫຼາຍຂອງ
ເຂົາເຈົ້າກັບບ້ານ ແລະ ຍົກເລີກຖ້ຽວບິນເກືອບທັງໝົດທັງເຂົ້າແລະອອກໄປຈາກແດນ
ແຫ່ງນີ້ຂອງ ຈີນ. ການຕັດສິນໃຈນັ້ນ ໄດ້ເຮັດໃຫ້ສະໜາມບິນກາຍເປັນສະຖານທີ່ໆເຮັດ
ໃຫ້ຫງຸດຫງິດ, ດ້ວຍພວກຜູ້ໂດຍສານທີ່ຕິດຄ້າງຢູ່ບໍ່ແນ່ໃຈວ່າ ເຂົາເຈົ້າຈະສາມາດເດີນ
ທາງອອກໃນເວລາໃດ, ແລະ ເຂົາເຈົ້າຍັງບໍ່ສາມາດທີ່ຈະຊື້ອາຫານ ຫຼື ຊອກຫາບ່ອນ
ນອນ.

ຖ້ຽວ​ບິນ​ຂາ​ເຂົ້າ ແລະ ຂາ​ອອກ ຜ່ານ​ສະ​ໜາມ​ບິນ ຮົງ​ກົງ ໄດ້​ກັບຄືນ​ມາ​ເປັນ​ສ່ວນ​ໃຫຍ່​
ໃນວັນພຸດມື້ນີ້ ແລະ ມີການຍົກເລີກພຽງສອງສາມຖ້ຽວບິນເທົ່ານັ້ນ, ອີງຕາມເວັນໄຊ້
ຂອງສະໜາມບິນ.

ຄຳ​ສັ່ງ​ຂອງ​ຜູ້​ພິ​ພາກ​ສາ​ໄດ້​ປະ​ກາດ​ຕໍ່​ສາ​ທາ​ລະ​ນະ​ ຫຼັງ​ຈາກຜູ້​ປະ​ທ້ວງ ໃນ​ຕອນ​ຄ່ຳ​ຂອງ
ວັນອັງຄານວານນີ້ ໄດ້ໃຊ້ລໍ້ຍູ້ຫີບ ເພື່ອກີດກັ້ນທາງຜ່ານຂອງສະໜາມບິນ. ຕຳຫຼວດ
ປາບປາມຈະລາຈົນ ໄດ້ໃຊ້ແກັສໝາກເຜັດ ແລະ ໄມ້ຄ້ອນ ເພື່ອເປີດທາງ ໃນຂະນະທີ່
ພວກປະທ້ວງໄດ້ຕີກັບເຈົ້າໜ້າທີ່ ຜູ້ທີ່ພະຍາຍາມສູ້ກັບຝູງຄົນຄືນ.

ຕຳຫຼວດ​ໄດ້​ຈັບ​ປະ​ຊາ​ຊົນຫ້າ​ຄົນ ໃນ​ຂໍ້​ກ່າວ​ຫາ ໂຮມ​ຊຸມ​ນຸມຢ່າງ​ຜິດ​ກົດ​ໝາຍ, ການ​ມີ​
ອາວຸດໂຈມຕີ, ການທຳຮ້າຍຮ່າງກາຍເຈົ້າໜ້າທີ່ຕຳຫຼວດ ແລະ ການກໍ່ຄວາມວຸ້ນວາຍ.
ເຈົ້າໜ້າທີ່ຕຳຫຼວດສອງຄົນໄດ້ຮັບບາດເຈັບ.

ໃນ​ຕະຫຼອດ​ຄ່ຳ​ຄືນ​ນັ້ນ, ການ​ຖ່າຍ​ທອດ​ສົດ​ທາງ​ໂທ​ລະ​ພາບ​ໄດ້​ອອກ​ພາບ​ທີ່​ສ້າງ​ຄວາມ
ລົບກວນ ກ່ຽວກັບ ຕຳຫຼວດພະຍາຍາມທີ່ຈະແຍກຍ້າຍຜູ້ປະທ້ວງທີ່ມີຄວາມໂມໂຫກວ່າ
ເກົ່າ ຜູ້ທີ່ໄດ້ກີດກັ້ນຜູ້ໂດຍສານທີ່ມີປີ້ບໍ່ໃຫ້ຂຶ້ນເຮືອບິນ. ໃນສອງເຫດການ, ຜູ້ປະທ້ວງ
ໄດ້ຄວບຄຸມຕົວຜູ້ຊາຍທີ່ມີລາຍງານວ່າມາຈາກ ຈີນແຜ່ນດິນໃຫຍ່.

ຜູ້​ປະ​ທ້ວງ​ໄດ້​ກີດ​ຂວາງ​ທາງ​ເຂົ້າ​ຂອງ​ສະ​ໜາມ​ບິນ ແລະ ໄດ້​ໂຍນ​ວັດ​ຖຸ​ຕ່າງໆ ແລະ ແນ​
ແສງເລເຊີໃສ່ເຈົ້າໜ້າທີ່ຕຳຫຼວດ. ເຈົ້າໜ້າທີ່ປາບປາມຈະລາຈົນໄດ້ບຸກເຂົ້າໄປ, ຍິງສະ
ເປໝາກເຜັດໃສ່ ແລະ ທຸບຕີດ້ວຍໄມ້ຄ້ອນ.

ໃນ​ຈຸດ​ນຶ່ງ, ຜູ້​ປະ​ທ້ວງໄດ້​ຫຸ້ມ​ລ້ອມ​ເຈົ້າ​ໜ້າ​ທີ່​ຄົນ​ນຶ່ງ ຜູ້​ທີ່​ໄດ້​ປ້ຳ​ແມ່​ຍິງ​ຄົນ​ນຶ່ງ​ລົງ​ພື້ນ​ດິນ.
ຄົນນຶ່ງໄດ້ຈັບເອົາໄມ້ຄ້ອນຂອງຕຳຫຼວດຄົນດັ່ງກ່າວ ແລະ ໄດ້ຕີລາວ ກ່ອນທີ່ເຈົ້າໜ້າທີ່
ໄດ້ຍົກປືນສັ້ນຂຶ້ນ ແລະ ໄດ້ລົ້ມລົງພື້ນດິນ, ອີງຕາມການກ່າວຂອງຕຳຫຼວດ ແລະ ວິດີ
ໂອທີ່ໄດ້ເອົາລົງໃນທວິດເຕີ.

ໃນ​ອີກ​ຕອນ​ນຶ່ງ, ພວກ​ປະ​ທ້ວງ​ໄດ້​ຫຸ້ມ​ລ້ອມ ແລະ ຕີ​ນັກ​ຂ່າວ​ຄົນ​ນຶ່ງ, ທີ່​ມີ​ລາຍ​ງານ​ວ່າ​
ມາຈາກ ຈີນແຜ່ນດິນໃຫຍ່. ຜູ້ປະທ້ວງເສື້ອດຳຄົນນຶ່ງໄດ້ມັດມືຂອງຜູ້ຊາຍຄົນນັ້ນດ້ວຍ
ເຊືອກຢາງ. ຫຼັງຈາກຜູ້ຊາຍຄົນດັ່ງກ່າວໄດ້ສະຫຼົບໄປ, ຜູ້ປະທ້ວງກໍໄດ້ປ້ອງກັນບໍ່ໃຫ້
ແພດເຂົ້າໄປຫາລາວ. ແຕ່ໃນທີ່ສຸດລາວກໍຖືກຫາມຂຶ້ນລົດໂຮງໝໍ ຫຼັງຈາກຕຳຫຼວດ
ປາບປາມຈະລາຈົນໄດ້ເປີດທາງໃຫ້. ຜູ້ປະທ້ວງຫຼາຍຄົນໄດ້ຖືກຈັບກຸມ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG