ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແມ່​ຍິງ​ຄົນ​ນຶ່ງ ​ບາດ​ເຈັບ ​ຍ້ອນ​ທີ່​ຖືກ​ແທງ ໃນ​ຂະ​ນະ​ມີການໂຈມ​ຕີ ຢູ່​ອອສ​ເຕ​ຣ​ເລຍ


ມີດ ທີ່​ຕຳ​ຫຼວດ​ຕິດ​ເທັບ​ໄວ້​ສະ​ແດງ​ໃຫ້​ເຫັນ​ເຖິງ ພາບ​ທີ່​ສະ​ເທືອນ​ໃຈຫລາຍ.
ມີດ ທີ່​ຕຳ​ຫຼວດ​ຕິດ​ເທັບ​ໄວ້​ສະ​ແດງ​ໃຫ້​ເຫັນ​ເຖິງ ພາບ​ທີ່​ສະ​ເທືອນ​ໃຈຫລາຍ.

ແມ່​ຍິງ​ຄົນ​ນຶ່ງ ແມ່ນ​ໄດ້​ຮັບ​ບາດ​ເຈັບ ໃນ​ການ​ທີ່​ຖືກ​ແທງຈາກ​ການໂຈມ​ຕີ ໃນ​ເຂດ​ໃຈ​ກາງ​ເມືອງ ທີ່​ນະ​ຄອນ​ຊິດນີ ໃນ​ວັນ​ອັງ​ຄ​ານ​ມື້​ນີ້.

ຕຳ​ຫຼວດ​ອອສ​ເຕ​ຣ​ເລຍ ໃນ​ເມືອງ​ທີ່​ໃຫຍ່​ສຸດ​ຂອງ​ປະ​ເທດ ກ່າວ​ວ່າ ຊາຍຜູ້​ນຶ່ງ ທີ່​ໄດ້​ພະ​ຍາ​ຍາມ​ແທງ​ຄົນ​ເດີນ​ຕາມ​ຖະ​ໜົນ ໃນ​ຂະ​ນະ​ທີ່​ແລ່ນ​ຜ່ານ​ຍ່ານ​ສູນ​ກາງ​ທຸ​ລະ​ກິດ ໃນ​ຊ່ວງ​ເວ​ລາ​ອາ​ຫານ​ທ່ຽງນັ້ນ.

ພາບ​ວີ​ດີ​ໂອ​ທີ່​ລົງ​ໃນ​ທ​ວິດ​ເຕີ​ສະ​ແດງ​ໃຫ້​ເຫັນ​ວ່າ ຜູ້​ຕ້ອງ​ສົງ​ໄສວ່າ ເປັນ​ຜູ້​ໂຈມ​ຕີ​ນັ້ນໄດ້ແລ່ນ​ຂຶ້ນ​ລົດ ໃນ​ສີ່​ແຍກ​ທີ່​ແອ​ອັດ​ ແລະ​ຊູ​ມີດ ໂບກ​ໄປ​ມາ ແລະ​ຮ້ອງ​ອອກ​ມາ​ວ່າ “Allahu Akbar” ໃນ​ພາ​ສາ​ອາ​ຣັບ ທີ່​ມີ​ຄວາມ​ໝາຍ​ວ່າ “ພະ​ເຈົ້າ​ແມ່ນຜູ້​ຍິ່ງ​ໃຫຍ່.” ຊາຍ​ຜູ້​ນັ້ນ ກໍ​ໄດ້​ລົ້ມ​ລົງ​ໃສ່​ຖະ​ໜົນ ຕອນ​ທີ່​ລົດ​ກຳ​ລັງ​ແລ່ນ​ໄປ​ມາ​ນັ້ນແລະ​ຕໍ່​ມາ​ແລ້ວ​ກໍ​ເລີ້ມ​ອອກ​ແລ່ນ​ອີກ ແລະ​ ຮ້ອງອອກ​ມາ​ວ່າ “ຍິງ​ຂ້ອຍ!” ໃນ​ຂະ​ນະ​ທີ່​ລາວ​ປະ​ເຊີນ​ໜ້າ​ກັບ ຊາຍ​ຜູ້​ນຶ່ງທີ່​ຮ້ອງອອກ​ໄປ​ວ່າ ລັງ​ໄມ້.

ໃນ​ເວ​ລາ​ຕໍ່​ມາ ຊາຍ​ຜູ້​ນັ້ນ ກໍ​ໄດ້​ຖືກ​ຈັບ​ໂດຍ​ພວກຍ່າງ​ໄປ​ມາ​ຕາມ​ທ້ອງ​ຖະ​ໜົນ​ຫຼາຍໆ​ຄົນ ດ້ວຍ​ພາບ​ວີ​ດີ​ໂອ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ຊາຍ​ຜູ້​ນັ້ນ​ຖືກໝູບ​ລົງ​ຕິດ​ກັບ​ພື້ນດ້ວຍ​ລັງ​ໄມ້ ແລະເກົ້າ​ອີ້​ແລະ​ຜູ້​ທີ່​ໄລ່​ຕາມ​ລາວໄດ້ປ້ອຍ​ດ່າ​ລາວ.

ແມ່​ຍິງ​ທີ່​ໄດ້​ຮັບ​ບາດ​ເຈັບນັ້ນ ບໍ່​ແມ່ນ​ຢູ່​ໃນ​ອາ​ການສາ​ຫັດ. ຕຳ​ຫຼວດ​ກ່າວ​ວ່າ ການ​ໂຈມ​ຕີ ເບິ່ງ​ຄື​ວ່າ ​ບໍ່​ມີ​ການ​ທ້າ​ທາຍ​ໃດໆ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG