ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ມີ​ຜູ້​ຄົນ​ລົ້ມ​ຕາຍ ເກືອບ 200 ຄົນ ຈາກ​ໄພ​ນ້ຳ​ຖ້ວມ​ໃນ​ອິນ​ເດຍ


ພາບ​ຈາກກອງ​ທັບ​​ເຮືອອິນ​ເດຍ ໃນ​ວັນ​ທີ 11 ສິງ​ຫາ 2019 ​ທີ່​ສະ​ແດງ​ໃຫ້​ເຫັນ​ພາບ​ນ້ຳ​ຖ້ວມ​ ໃນ​ເຂດກຳ​ແພງ​ເມືອງ​ມາ​ຣາ​ປູ​ຣາມ, ​ລັດ​ກາ​ຣາ​ລາ.
ພາບ​ຈາກກອງ​ທັບ​​ເຮືອອິນ​ເດຍ ໃນ​ວັນ​ທີ 11 ສິງ​ຫາ 2019 ​ທີ່​ສະ​ແດງ​ໃຫ້​ເຫັນ​ພາບ​ນ້ຳ​ຖ້ວມ​ ໃນ​ເຂດກຳ​ແພງ​ເມືອງ​ມາ​ຣາ​ປູ​ຣາມ, ​ລັດ​ກາ​ຣາ​ລາ.

ການກູ້​ໄພຍັງ​ດຳ​ເນີນ​ຢູ່​ຕໍ່​ມາ ໃນ 4 ລັດ ຂອງ​ປະ​ເທດ​ອິນ​ເດຍ ບ່ອນ​ທີ່​ໄພນ້ຳ​ຖ້ວມ ​ຈາກ​ລະ​ດູລົມ​ມໍ​ລະ​ສຸມ ໄດ້​ສັງ​ຫານ 200 ຄົນ ແລະ​ບັງຄັບ​ໃຫ້ ຜູ້​ຄົນ 1 ລ້ານ​ຄົນ ອົບ​ພ​ະຍົບ​ຫລົບ​ໜີ ອອກ​ຈາກບ້ານ​ເຮືອນທີ່ພັກ​ພາ​ອາ​ໄສ​ຂອງ​ພວກ​ເຂົາ​ເຈົ້າ.

ລັດ​ທາງ​ພ​າກ​ຕາ​ເວັນ​ຕົກ​ແລະ​ພາກ​ໃຕ້ ເຊັ່ນ ເກ​ຣາ​ລາ (Kerala) ​ກາ​ນາ​ຕາກາ (Karnataka )​ ກຸດຈະຣາດ(Gujarat) ແລະ​ມາ​ຫາ​ຣາ​ສ​ຕ​ຣາ (Maharashtra) ແມ່ນ​ຕົກ​ຢູ່​ໃນ​ສະ​ພາບ​ທີ່ຖືກ​ນ້ຳ​ຖ້ວມ ຍ້ອນ​ຝົນ​ຕົກ​ແຮງ ​ແລະພວກ​ແມ່​ນ້ຳ​ທີ່​ລົ້ນ​ຝັ່ງ​ຂຶ້ນ​ຖ້ວມຫຼາຍສາຍ​ນັ້ນ.

ລັດ​ເກ​ຣາ​ລາ (Kerala) ​ຢູ່ທາງ​ພ​າກໃຕ້ ຊຶ່ງ​ນັກ​ທ່ອງ​ທ່ຽວ​ຮູ້​ກັນ ໃນ​ການ​ມີ​ຫາດ​ຊາຍ ແລະ​ພູ​ທີ່​ເປັນສະ​ຖານ​ທີ່​ຕາກ​ອາ​ກາດ ແລະ​ມີ​ລຳ​ທານ​ຢູ່​ດ້ານ​ຫຼັງ, ​ເປັນ​ລັດທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຮ້າຍ​ແຮງ​ທີ່ສຸດ​ໃນຂົງ​ເຂດ. ຈຳ​ນວນ​ຜູ້​ເສຍ​ຊີ​ວິດມີ 76 ຄົນ ໃນ​ວັນ​ຈັນ​ວານ​ນີ້ ໃນ​ຂະ​ນະ​ທີ່​ມີ 116 ຄົນ ໄດ້​ມີ​ລາຍ​ງານ​ວ່າ ໄດ້ເສຍ​ຊີ​ວິດ ໃນ 3 ລັດ.

ພວກ​ເຈົ້າ​ໜ້າ​ທີ່ ​ເຕືອນວ່າ ຈຳ​ນວນ​ຜູ້​ເສຍ​ຊີ​ວິດ ຈະ​ສູງ​ຂຶ້ນ ໃນ​ຂະ​ນະ​ທີ່​ພວກ​ກູ້​ໄພ
ຍັງ​ພາ​ກັນ​ອອກ​ຊອກ​ຫາ​ພວກ​ທີ່​ອາດ​ລອດ​ຊີ​ວິດ​ມາ​ໄດ້ ຕາມ​ຊາກ​ຫັກ​ພັງ​ຕ່າງໆ
ຂອງ​ຕຶກ​ອາ​ຄານ​ນັ້ນ.

ມີ​ເກືອບ​ວ່າ 125 ຄົນ ໄດ້​ຖືກ​ຕົກ​ຄ້າງຢູ່ຕາມ​ຖະ​ໜົນ​ຫົນ​ທາງ ທີ່​ຖືກ​ພັດ​ໄປ​ໂດຍໄພ
ນ້ຳ​ຖ້ວມ​ນັ້ນ ແມ່ນ​ຖືກຊ່ວຍ​ເຫຼືອຈາກເຮືອ​ບິນ​ຢ່າງປອ​ດ​ໄພ ​ຂອງກອງທັບ​ອ​າ​ກາດ​
ອິນ​ເດຍ​ແລ້ວ.

ຝົນ​ໄດ້​ຢຸດ​ແດ່​ແລ້ວ ໃນ​ຫຼາຍໆ​ພາກ​ຂອງ​ຂົງ​ເຂດ​ທີ່​ຖືກ​ນ້ຳ​ຖ້ວມ ແລະ​ນ້ຳໄດ້​ເລີ້ມຫຼຸດ​ລົງ
ພາ​ໃຫ້​ຍິ່ງ​ມີ​ຄວາມ​ຈຳ​ເປັນ​ທີ່​ຈະ​ມີ​ການ​ຊອກຄົ້ນ​ຫາ​ແລະ​ກູ້​ໄພ ອີງ​ຕາມ​ຄຳ​ເວົ້າ​ເຈົ້າ​ໜ້າ​ທີ່
​ໄດ້​ກ່າວ​ໄວ້.

ໃນ​ຂະ​ນະ​ທີ່​ຝົນ​ຕົກ​ໃນລະ​ດູລົມ​ມໍ​ລະ​ສຸມ ເປັນ​ເສັ້ນຊີ​ວິດ​ທີ່​ສຳ​ຄັນ ໃນປະ​ເທດ​ອິນ​ເດຍ​
ທີ່​ແຫ້ງ​ແລ້ງ, ແຕ່ພວກມັນ​ຍັງ​ເປັນ​ຜູ້ຮັບ​ຜິດ​ຊອບ ​ຕໍ່​ການ​ເສຍ​ຊີ​ວິດວ​ຂອງ​ຜູ້​ຄົນຫຼາຍ​
ຮ້ອຍ​ຄົນ ໃນ​ທົ່ວ​ປະ​ເທດ​ ໃນ​ແຕ່​ລະ​ປີ.

ໃນປີ​ກາຍ​ນີ້ ລັດ​ເກ​ຣາ​ລາ (Kerala) ແມ່ນ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໄພ​ນ້ຳ​ຖ້ວມ​ທີ່​ຮ້າຍ​ແຮງ​
ສຸດໃນ​ຮອບ​ເກືອບ​ນຶ່ງສັດ​ຕະ​ວັດ ທີ່ປະ​ມານວ່າ ມີ 450 ຄົນ ໄດ້​ເສຍ​ຊີ​ວິດ​ຈາກ​ໄພ​ນ້ຳ​ຖ້ວມ​ນີ້.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG