ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ຜົນການສຶກສາ ໃນເບື້ອງຕົ້ນ ສະເໜີແນະວ່າ ການປິ່ນປົວ ໂຣກອີໂບລາ ດ້ວຍ ຢາ 2 ຊະນິດ ຊ່ອຍຊີວິດຄົນໄດ້


ບັນດາພະນັກງານສາທາລະນະສຸກ ໃສ່ເຄື່ອງປ້ອງກັນພະຍາດ ກຳລັງກວດຄົນປ່ວຍຜູ້ນຶ່ງ ທີ່ຢູ່ໃນຫ້ອງໂດດດ່ຽວ ປົກປິດ 4 ແຈດ້ວຍຢາປ​ລາ​ສຕິກ ຢູ່ທີ່ສູນຮັກສາປິ່ນປົວໂຣກອີໂບລາ ໃນເມືອງ ເບນີ ປະເທດຄອງໂກ, ວັນທີ 13 ກໍລະກົດ 2019.
ບັນດາພະນັກງານສາທາລະນະສຸກ ໃສ່ເຄື່ອງປ້ອງກັນພະຍາດ ກຳລັງກວດຄົນປ່ວຍຜູ້ນຶ່ງ ທີ່ຢູ່ໃນຫ້ອງໂດດດ່ຽວ ປົກປິດ 4 ແຈດ້ວຍຢາປ​ລາ​ສຕິກ ຢູ່ທີ່ສູນຮັກສາປິ່ນປົວໂຣກອີໂບລາ ໃນເມືອງ ເບນີ ປະເທດຄອງໂກ, ວັນທີ 13 ກໍລະກົດ 2019.

ສອງໃນສີ່ຢາທີ່ກຳລັງຢູ່ໃນຂັ້ນທົດລອງ ແມ່ນໄດ້ຖືກນຳໃຊ້ເພື່ອຮັກສາໂຣກອີໂບລາ ໃນ
ປະເທດ ສາທາລະນະລັດ ປະຊາທິປະໄຕ ຄອງໂກ ໄດ້ພິສູດວ່າ ມີປະ ສິດທິພາບຫຼາຍ
ຊຶ່ງຢາເຫຼົ່ານີ້ ແມ່ນຈະມອບໃຫ້ແກ່ພວກຄົນປ່ວຍທັງໝົດ.

ຜົນສຳເລັດ ຂອງຢາສອງຊະນິດດັ່ງກ່າວ ທີ່ຮູ້ຈັກກັນດີ ຄື REGN-EB3 ແລະ mAb-
114 ໄດ້ກະຕຸ້ນໃຫ້ບັນດານັກວິທະຍາສາດ ຍຸຕິການສຶກສາຄົ້ນຄວ້າແລະ ຈັດຕັ້ງບູລິ
ມະສິດ ການນຳໃຊ້ຢາທັງສອງດັ່ງກ່າວ ຢູ່ປະເທດໃນທະວີບອາຟຣິກາ ບ່ອນທີ່ມີການ
ລະບາດຂອງໂຣກ ມາເປັນເວລານຶ່ງປີ ທີ່ໄດ້ສັງຫານຜູ້ຄົນໄປແລ້ວ ຫຼາຍກວ່າ 1,800
ຄົນ.

“ຕໍ່ຈາກນີ້ໄປ ພວກເຮົາຈະບໍ່ກ່າວອີກຕໍ່ໄປວ່າ ໂຣກອີໂອລາ ບໍ່ສາມາດປົວຫາຍ ໄດ້.”
ນັ້ນແມ່ນຄຳເວົ້າຂອງທ່ານ ຊັງ-ຊາກສ໌ ມູເຢມເບ (Jean-Jacques Muyembe)
ຜູ້ອຳນວຍການ ສະຖາບັນເພື່ອການຄົ້ນຄວ້າ ດ້ານຊີວະວິທະຍາ ແຫ່ງຊາດຄອງໂກ
ໄດ້ກ່າວຕໍ່ ໜັງສືພິມ ເດິ ກາຣດຽນ (The Gaurdian). ທ່ານກ່າວຕື່ມວ່າ “ຄວາມກ້າວ
ໜ້າເຫຼົ່ານີ້ ຈະຊ່ອຍຊີວິດຫຼາຍພັນຄົນໄດ້.”

ຢາສອງຊະນິດດັ່ງກ່າວ ໄດ້ເປັນພາກສ່ວນນຶ່ີງ ຂອງການສຶກສາຄົ້ນຄວ້າ ນັບຕັ້ງແຕ່
ເດືອນພະຈິກ ເປັນຕົ້ນມາ. ອັດຕາການເສຍຊີວິດ ສຳລັບ ຢາ REGN-EB3 ແລະ
mAb-114 ແມ່ນຕໍ່າກວ່າ 11 ເປີເຊັນ ເມື່ອປຽບທຽບໃສ່ກັບ ຢາອີກສອງຊະນິດ
ທີ່ກຳລັງສຶກສາຢູ່ນັ້ນ ແມ່ນສູງເຖິງ 33 ເປີເຊັນ.

ພາຍໃນພວກຄົນ ຜູ້ທີ່ບໍ່ໄດ້ຮັບການຮັກສາປິ່ນປົວ ໃນໄລຍະຂອງການແຜ່ລະບາດນັ້ນ
ປະມານ 3 ໃນ 4 ໄດ້ເສຍຊີວິດ ດັ່ງທີ່ ທ່ານໝໍ ໄມເກີລ ໄຣແອນ ຈາກອົງການອະນາໄມ
ໂລກ ຫຼື WHO ໄດ້ກ່າວໄປນັ້ນ.

ທ່ານໄດ້ກ່າວອີກວ່າ ມັນເປັນຄວາມຫວັງ ທີ່ວ່າ ຂ່າວຄາວ ຂອງອັດຕາການ ເສຍຊີວິດ
ທີ່ຕ່ຳລົງ ຈະເຮັດໃຫ້ພວກຄົນມີກຳລັງໃຈ ທີ່ຈະສະແຫວງຫາ ການຮັກສາປິ່ນປົວ ຕັ້ງ
ແຕ່ຫົວທີ.

“ການນຳເອົາພວກຄົນເຂົ້າມາຮັກສາປິ່ນປົວ ໃຫ້ໄວຂຶ້ນກວ່າເກົ່າ ແມ່ນສຳຄັນຍິ່ງທີ່ສຸດ
ເລີຍ” ທ່ານໄຣແອນ ໄດ້ກ່າວໄປ. ທ່ານກ່າວອີກວ່າ “ຄວາມຈິງ ກໍແມ່ນວ່າ ດຽວນີ້ ພວກ
ເຮົາມີຫຼັກຖານທີ່ຈະແຈ້ງຫຼາຍ ກ່ຽວກັບປະສິດທິພາບ ຂອງຢາພວກນັ້ນ ພວກເຮົາຕ້ອງ
ສື່ສານເລື້ອງນີ້ ອອກໄປສູ່ຊຸມຊົນທັງຫຼາຍ.”

ການຮັກສາປິ່ນປົວໂຣກອີໂບລາ ໄດ້ເປັນເລື້ອງທ້າທາຍ ສຳລັບທາງການຂອງຄອງໂກ
ຍ້ອນມີການຂັດແຍ້ງກັນພາຍໃນປະເທດທີ່ມີຢູ່ຕໍ່ເນື່ອງ ແລະຍ້ອນວ່າ ຫຼາຍໆຄົນບໍ່ເຊື່ອ
ວ່າ ໂຣກອີໂບລາ ເປັນເລື້ອງແທ້ຈິງ ແລະເລືອກທີ່ຈະຢູ່ໃນເຮືອນ ເມື່ອພວກເຂົາເຈົ້າ
ເຈັບປ່ວຍ ຊຶ່ງເປັນສາເຫດມາຈາກເຊື້ອໄວຣັສ ທີ່ແຜ່ລາມອອກໄປນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG