ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນ ວ່າ ເກົາຫຼີໃຕ້ ບໍ່ໄດ້ໃຫ້ຄຳອະທິບາຍ ຕໍ່ເຫດຜົນ ຂອງການຈຳກັດຮັດແຄບໃໝ່ ທາງດ້ານການຄ້າ


ຜູ້​ຊາຍ ເກົາຫຼີ​ໃຕ້ ຄົນ​ນຶ່ງ​ຢືນ​ຢັນ​ຢູ່​ໃກ້​ກັບ​ປ້າຍ​ທີ່​ມີ​ຮູບ​ຂອ​ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ໃນ​ລະ​ຫວ່າງ​ການ​ຊຸມ​ນຸມ ເພື່ອ​ກ່າວ​ປະ​ນາມ​ການ​ເກືອ​ດ​ຫ້າມ​ທາງ​ການ​ຄ້າ​ຂອງ ຍີ່​ປຸ່ນ. ນະ​ຄອນຫຼວງ ໂຊ​ລ, ເກົາຫຼີ​ໃຕ້. 8 ສິງ​ຫາ, 2019.
ຜູ້​ຊາຍ ເກົາຫຼີ​ໃຕ້ ຄົນ​ນຶ່ງ​ຢືນ​ຢັນ​ຢູ່​ໃກ້​ກັບ​ປ້າຍ​ທີ່​ມີ​ຮູບ​ຂອ​ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ໃນ​ລະ​ຫວ່າງ​ການ​ຊຸມ​ນຸມ ເພື່ອ​ກ່າວ​ປະ​ນາມ​ການ​ເກືອ​ດ​ຫ້າມ​ທາງ​ການ​ຄ້າ​ຂອງ ຍີ່​ປຸ່ນ. ນະ​ຄອນຫຼວງ ໂຊ​ລ, ເກົາຫຼີ​ໃຕ້. 8 ສິງ​ຫາ, 2019.

ຍີ​ປຸ່ນ​ກ່າ​ວ​ວ່າ ຕົນ​ຍັງ​ບໍ່​ເຂົ້າ​ໃຈ​ວ່າ ເປັນ​ຫຍັງ​ຕົນ​ຈຶ່ງ​ຖືກ​ລຶບ​ຊື່ ອອກ​ຈາກ​ບັນ​ຊີພາ​ຄີ​ທາງ​
ດ້ານ​ການ​ຄ້າ​ທີ່​ໜ້າ​ເຊື່ອ​ຖື​ ໃນ​ການ​ເຄື່ອນ​ໄຫວ​ຄັ້ງ​ຫລ້າ​ສຸດ​ ກ່ຽວ​ກັບ ການ​ເພີ້ມ​ທະ​ວີ​
ຄວາມ​ຮຸນ​ແຮງ​ຂຶ້ນ ​ຂອງ​ການ​ຜິດ​ຂ້ອງ​ຕ້ອງ​ຖຽງ​ເລື້ອງ​ການ​ຄ້າ ລະ​ຫວ່າງ ​ສອງ​ປະ​ເທດ
​ເພື່ອນ​ບ້ານ​ໃນ​ເອ​ເຊຍ.

ໂຊ​ລ​ໄດ້​ປະ​ກາດ​ ໃນ​ວັນ​ຈັນ​ວານນີ້​ວ່າ ຕົນ​ໄດ້​ຈັດ​ເອົາ​ໂຕ​ກຽວ​ເຂົ້າ​ເປັນ​ປະ​ເພດໃໝ່ ທີ່
​ມີ​ການ​ຈຳ​ກັດ​ຮັດ​ແຄບ​ຫຼາຍ​ຂຶ້ນ ​ໃນ​ການ​ສົ່ງ​ອອກວັດ​ຖຸ​ທີ່​ມີ​ຄວາມ​ສຳ​ຄັນທາງ​ດ້ານ ​
ຄວາມ​ໝັ້ນ​ຄົງ. ລັດ​ຖະ​ມົນ​ຕີ​ການ​ຄ້າຂອງ​ເກົາ​ຫຼີ​ໃຕ້ທ່ານ​ຊຸງ ຢຸນ ໂມ ກ່າວ​ວ່​າ ​ປະ​ເພດ​
ໃໝ່​ນີ້ ​ແມ່ນ​ຈັດ​ໄວ້​ສຳ​ລັບ​ບັນ​ດາ​ປະ​ເທດ ​ທີ່​ຄວບ​ຄຸມ​ການ​ສົ່ງ​ອອກຕ່​າງໆ ທີ່​ລະ​ເມີ​ດ​ຕໍ່​
ຫຼັກການ​ຂອງ​ສາ​ກົນ.

ສ່ວນ​ລັດ​ຖະ​ມົນ​ຕີ​ການ​ຄ້າ​ຂອງ​ຍີ​ປຸ່ນ ທ່ານ​ຮິ​ໂຣ​ຊິ​ເກະ ເຊ​ໂກະ ກ່າວ​ຜ່ານ​ທາງທວີດ​ເຕີ້
​ໃນ​ວັນ​ອັງ​ຄານມື້ນີ້​ວ່າ ເກົາ​ຫຼີ​ໃຕ້​ບໍ່​ໄດ້​ໃຫ້​ການ​ອະ​ທິ​ບາຍ​ຢ່າງ​ພຽງ​ພໍ ​ວ່​າຍີ​ປຸ່ນ​ບໍ່​ໄດ້ປະ​ຕິ​
ບັດ​ມາດ​ຕະ​ຖານ​ການ​ສົ່ງ​ອອກ​ຂອງ​ໂລກ​ແບບ​ໃດ.

ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ແມ່ນ​ການ​ຕອບ​ໂຕ້​ກັນ​ໄປ​ມາ​ເທື່ອ​ຫຼ້າ​ສຸດລະ​ຫວ່າງ​ສອງປະ​ເທດ
ທີ່​ຮວມ​ທັງ​ລຶບ​ຊື່​ເກົາ​ຫຼີ​ໃຕ້​ ອອກ​ຈາກ​ບັນ​ຊີ​ ການ​ໃຫ້​ຖາ​ນະ​ພິ​ເທດ​ທາງ​ດ້ານ​ການ​ຄ້າ​
ຂອງ​ຕົນ.

ໂຕ​ກຽວ​ກ່າວ​ວ່າ ການ​ຕັດ​ສິນ​ໃຈ​ທາງ​ດ້ານ​ການ​ຄ້າ​ຂອງ​ຕົນ​ແມ່ນ​ເປັນ​ຍ້ອນ​ຄວາມ​ເປັນ​
ຫ່ວງ​ທາງ​ດ້ານ​ຄວາມ​ໝັ້ນ​ຄົງ ໃນ​ຂະ​ນະ​ທີ່​ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ແມ່ນ​ຖືກເບິ່ງ​ກັນ ​ວ່າ
ເປັນ​ການ​ຕອບ​ໂຕ້​ຕໍ່​ການ​ຕັດ​ສິນ​ ຂອງ​ສານ​ເກົາ​ຫຼີ​ໃຕ້ ​ເມື່ອ​ໄວໆ​ມານີ້ ​ທີ່ສັ່ງ​ໃຫ້​ບໍ​ລິ​ສັດ ​
ຍີ່​ປຸ່ນ ​ຈ່າຍ​ເງິນ​ຊົດ​ເຊີຍ​ໃຫ້​ແກ່​ຊາວ​ເກົາ​ຫຼີ​ໃຕ້ ​ທີ່​ຖືກ​ບັງ​ຄັບ​ໃຫ້​ເຮັດ​ວຽກ​ ໃນ​ລະ​ຫວ່າງ​
ການ​ຍຶດ​ຄ​ອງ​ແຫຼມ​ເກົາ​ຫຼີ​ແບບ​ອາ​ນາ​ນິ​ຄົມ​ຂອງ​ຍີ​ປຸ່ນນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG