ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າ ກຊ ຮັກສາຄວາມປອດໄພພາຍໃນ ສຫລ ວ່າ ຊ່ວງເວລາ ຂອງການບຸກກວດຄົ້ນ 'ບໍ່ເໝາະສົມເລີຍ'


ລັດຖະມົນຕີຮັກສາການຊົ່ວຄາວ ກະຊວງຮັກສາຄວາມປອດ ໄພພາຍໃນຂອງສະຫະລັດ ທ່ານແຄວິນ ແມັກອາລີເນນ (Kevin McAleenan) ກ່າວຕໍ່ຄະນະກຳມະການກວດກາ ແລະປະຕິຮູບ ຂອງສະພາຕ່ຳ ໃນລະຫວ່າງການພິຈາລະນາ ຄຳໃຫ້ການ ຢູ່ທີ່ລັດຖະສະພາ, ວັນທີ 18 ກໍລະກົດ 2019.
ລັດຖະມົນຕີຮັກສາການຊົ່ວຄາວ ກະຊວງຮັກສາຄວາມປອດ ໄພພາຍໃນຂອງສະຫະລັດ ທ່ານແຄວິນ ແມັກອາລີເນນ (Kevin McAleenan) ກ່າວຕໍ່ຄະນະກຳມະການກວດກາ ແລະປະຕິຮູບ ຂອງສະພາຕ່ຳ ໃນລະຫວ່າງການພິຈາລະນາ ຄຳໃຫ້ການ ຢູ່ທີ່ລັດຖະສະພາ, ວັນທີ 18 ກໍລະກົດ 2019.

ລັດຖະມົນຕີຮັກສາການຊົ່ວຄາວ ກະຊວງຮັກສາຄວາມປອດໄພພາຍໃນຂອງສະຫະລັດ
ໃນວັນອາທິດວານນີ້ ໄດ້ອອກມາປົກປ້ອງການບຸກກວດຄົ້ນໂຮງງານແປຮູບອາຫານ
ຫຼາຍແຫ່ງ ຢູ່ໃນລັດມິສຊິດຊິບປີ ເພື່ອຊອກຫາພວກຄົນເຂົ້າເມືອງທີ່ບໍ່ມີເອກກະສານ
ຫຼາຍຮ້ອຍຄົນ ເມື່ອສັບປະດາແລ້ວນີ້ ແຕ່ກໍໄດ້ຍອມຮັບວ່າ “ໄລຍະເວລານັ້ນ ແມ່ນບໍ່
ເໝາະສົມເລີຍ” ພຽງບໍ່ເທົ່າໃດມື້ ຫຼັງຈາກມືປືນຄົນນຶ່ງໄດ້ແນເປົ້າໝາຍໃສ່ ຊາວລາຕິນ
ທີ່ປາກເວົ້າພາສາສະເປນ ແລະໄດ້ສັງຫານ 22 ຄົນ ໃນການຍິງສັງຫານໝູ່ໃນເມືອງ
ແອລປາໂຊ ຂອງລັດເທັກຊັສ.

ທ່ານແຄບວິນ ເມັກອາລີເນນ ໄດ້ກ່າວຕໍ່ລາຍການ Meet the Press ຂອງໂທລະພາ
NBC ວ່າ ພວກຄົນເຂົ້າເມືອງໃນຈຳນວນ 680 ຄົນ ທີ່ໄດ້ຖືກຄວບຄຸມໂຕໃນການປະ
ຕິບັດ ບຸກກວດຄົ້ນ ຢູ່ທີ່ຫ້າບໍລິສັດນັ້ນ 220 ຄົນ ມີປະຫວັດດ້ານອາຊະຍາກຳ ແລະ
ຈະຖືກດຳເນີນການເນລະເທດກັບຄືນໄປປະເທດບ້ານເກີດຂອງພວກເຂົາເຈົ້າ.

ພາບບັນທຶກຈາກໂທລະພາບ ໄດ້ສະແດງໃຫ້ເຫັນພວກເດັກນ້ອຍຮ້ອງໄຫ້ ເມື່ອພວກ
ເຂົາຮຽນຮູ້ວ່າ ພໍ່ແມ່ຂອງພວກເຂົາໄດ້ຖືກຄວບຄຸມໂຕໃນການບຸກກວດຄົ້ນ ແລະຈະບໍ່
ສາມາດມາຮັບເອົາພວກເຂົາເຈົ້າຈາກໂຮງຮຽນ ໃນເວລາການຮ່ຳຮຽນໄດ້ສິ້ນສຸດລົງ
ເມື່ອວັນພຸດແລ້ວນີ້. ແຕ່ທ່ານເມັກອາລີເນນ ໄດ້ກ່າວວ່າ ການບຸກກວດຄົ້ນ “ປະຕິບັດ
ໄປດ້ວຍຄວາມເອົາໃຈໃສ່ໃນເລື້ອງທີ່ລະອຽດອ່ອນ” ແລະເລື້ອງຂອງການດູແລເບິ່ງ
ແຍງພວກເດັກນ້ອຍ ກໍໄດ້ຖືກນຳຂຶ້ນມາພິຈາລະນາດ້ວຍ.

ທ່ານໄດ້ກ່າວວ່າ ພວກຄົນເຂົ້າເມືອງ 32 ຄົນ ທີ່ໄດ້ຖືກຈັບກຸມ ກໍໄດ້ຖືກປ່ອຍໂຕພາຍ
ໃນນຶ່ງຊົ່ວໂມງຂອງການກັກຂັງ ແລະອີກ 270 ຄົນ ກໍໄດ້ຖືກປ່ອຍໂຕພາຍໃນນຶ່ງວັນ
ຫຼາຍໆຄັ້ງກໍຍ້ອນຄວາມເປັນຫ່ວງໃນເລື້ອງຂອງການດູແລເບິ່ງແຍງພວກເດັກນ້ອຍ.

ນະໂຍບາຍນຶ່ງ ຢູ່ທີ່ອົງການປະຕິບັດກົດໝາຍຄົນເຂົ້າເມືອງແລະອາກອນ ຊຶ່ງເປັນ
ພາກສ່ວນນຶ່ງຂອງກະຊວງຮັກສາຄວາມປອດໄພພາຍໃນ ແມ່ນຮຽກຮ້ອງໃຫ້ດຳເນີນ
ຄະດີພວກບໍລິສັດທັງຫຼາຍ ທີ່ວ່າຈ້າງພວກຄົນເຂົ້າເມືອງທີ່ບໍ່ມີເອກກະສານ ໂດຍຮູ້ດີ
ຢູ່ແລ້ວວ່າຜິດກົດໝາຍ ກ່ອນໜ້າຈະມີການຈັບກຸມພວກແຮງງານອົບພະຍົບຂອງ
ເຂົາເຈົ້າ. ແຕ່ທ່ານເມັກອາລີເນນ ໄດ້ບ່າຍບ່ຽງຄຳຖາມນຶ່ງ ທີ່ວ່າ ເປັນຫຍັງຈຶ່ງ ແມ່ນ
ພວກແຮງງານທັງຫຼາຍ ບໍ່ແມ່ນບໍລິສັດທັງຫຼາຍ ທີ່ຖືກກ່າວຫາ.

ທ່ານໄດ້ກ່າວຕອບວ່າ “ແນ່ນອນ” ພວກບໍລິສັດທັງຫຼາຍ ກໍໄດ້ກະທຳຜິດທາງອາຍາ
ໃນການວ່າຈ້າງພວກແຮງງານນັ້ນ.

ທ່ານເວົ້າວ່າ “ກໍລະນີນີ້ ຈະຖືກດຳເນີນການ.”

ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ຈາກພັກເດໂມແຄຣັດ ທ່ານນາງ ຄາແມລາ
ແຮຣິສ ກ່າວຕໍ່ ໂທລະພາບ NBC ວ່າ “ຂ້າພະເຈົ້າ ບໍ່ຮູ້ວ່າ ເປັນຫຍັງ ພວກເຂົາເຈົ້າ
ເຮັດໃນສິ່ງທີ່ໄດ້ເຮັດໄປນັ້ນ. ພວກຜູ້ວ່າຈ້າງ ຕ້ອງຮັບຜິດຊອບ.” ທ່ານນາງ ໄດ້ກ່າວ
ຫາ ລັດຖະບານ ປະທານາທິບໍດີ ດໍໂນລ ທຣຳ ວ່າ “ໂຄສະນາສ້າງຄວາມຢ້ານກົວ”
ຕໍ່ພວກອົບພະຍົບ “ເຮັດໃຫ້ຄົນມີຄວາມຢ້ານກົວທີ່ຈະອອກດໄປເຮັດວຽກ ໄປໂຮງຮຽນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG