ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝົນ​ດາວ​ຕົກ ເພີ​ຊີ​ອີດ ຈະ​ພົບ​ເຫັນຫຼາຍ​ສຸດ​ ໃນອາ​ທິດນີ້


ມື​ກ້ອງ​ຄົນ​ນຶ່ງ ຕິດ​ຕັ້ງ​ກ້ອງ​ຂອງ​ລາວ ດ້ວຍ​ຄວາມ​ຫວັງ​ທີ່​ຈະ​ຖ່າຍປາ​ກົດ​ການ​ທີ່​ເກີດ​ຂຶ້ນ​ທົ່ວ​ໂລກຄື ຝົນ​ດາວ​ຕົກ ເພີ​ຊີ​ອີດ, ເມືອງ ຟາ​ຢຸມ, ປະ​ເທດ ອີ​ຈິບ. 12 ສິງ​ກາ, 2017. (H. Elrasam/VOA)
ມື​ກ້ອງ​ຄົນ​ນຶ່ງ ຕິດ​ຕັ້ງ​ກ້ອງ​ຂອງ​ລາວ ດ້ວຍ​ຄວາມ​ຫວັງ​ທີ່​ຈະ​ຖ່າຍປາ​ກົດ​ການ​ທີ່​ເກີດ​ຂຶ້ນ​ທົ່ວ​ໂລກຄື ຝົນ​ດາວ​ຕົກ ເພີ​ຊີ​ອີດ, ເມືອງ ຟາ​ຢຸມ, ປະ​ເທດ ອີ​ຈິບ. 12 ສິງ​ກາ, 2017. (H. Elrasam/VOA)

ຝົນ​ດາວ​ຕົກ​ທີ່​ງາມ​ທີ່​ສຸດ​ຂອງ​ປີ ແມ່ນໄດ້​ເກີດ​ຂຶ້ນແລ້ວ.

ໃນ​ທົ່ວ​ຊີກ​ໂລກ​ຕອນເໜືອ, ຜູ້​ແນມ​ເບິ່ງ​ທ້ອງ​ຟ້າ​ຈະ​ໄດ້​ເຫັນ​ຝົນ​ດາວ​ຕົກ​ທີ່​ສວຍ​ສົດ​ງົດ​
ງາມຢູ່ທ້ອງຟ້າ ຈາກຕອນແລງຂອງວັນອາທິດຮອດຕອນເຊົ້າມືດຂອງວັນຈັນມື້ນີ້,
ພ້ອມກັບຕອນຄ່ຳຂອງວັນຈັນມື້ນີ້ ຮອດຕອນເຊົ້າມືດຂອງວັນອັງຄານ.

ຝົນ​ດາວ​ຕົກ ເພີ​ຊີ​ອີດ (Purseid) ປາກົດ​ຂຶ້ນ​ໃນ​ເວ​ລາ​ທີ່ໂລກ​ໄດ້​ເຂົ້າ​ໄປ​ໃນ​ພື້ນ​ທີ່​ສິ່ງ​
ເສດເຫຼືອຂອງດາວຫາງ Swift-Tuttle. ໂລກໄດ້ເຂົ້າໄປໃນພື້ນທີ່ສິ່ງເສດເຫຼືອດັ່ງກ່າວ
ໃນທ້າຍເດືອນກໍລະກົດທີ່ຜ່ານມາ, ແຕ່ໃນທ້າຍອາທິດນີ້ຈະເປັນຈຸດສູງສຸດຂອງມັນ,
ເຊິ່ງຈະມີດາວຕົກຫຼາຍເຖິງ 50 ລູກໃນທຸກໆຊົ່ວໂມງ. ໂລກຈະອອກຈາກພື້ນທີ່ສິ່ງເສດ
ເຫຼືອໃນທ້າຍເດືອນສິງຫານີ້.

ອີງ​ຕາມ​ອົງ​ການ NASA, ການ​ຖ່າຍ​ທອດ​ສົດ​ຝົນ​ດາວ​ຕົກ​ຈາກ​ກ້ອງ​ໃນ​ເມືອງ ຮັ້ນ​ສ​ວິ​ລ,
ລັດ ອາລາບາມາ ນັ້ນ, ຈະມີໃຫ້ເບິ່ງຢູ່ໜ້າເຟສບຸກ NASA Metoer Watch ຫຼັງຈາກ
8 ໂມງແລງຕາມເວລາຊາຍຝັ່ງກ້ຳຕາເວັນອອກຂອງ ສະຫະລັດ ໃນວັນອາທິດວານນີ້.

ສຳ​ລັບ​ການ​ເບິ່ງ​ທີ່​ແຈ້ງ​ທີ່​ສຸດ, ອົງ​ການ NASA ໄດ້​ແນະ​ນຳ​ວ່າ ໃຫ້​ຢູ່​ໄກໆ​ຈາກ​ແສງ​ໄຟ​
ແຈ້ງຂອງຕົວເມືອງ ໄປຢູ່ໃນບ່ອນທີ່ມືດກວ່າ.

ອົງ​ການ NASA ກ່າວ​ວ່າ ຝົນ​ດາວ​ຕົກ​ສາ​ມາດ​ແນມ​ເຫັນ​ໄດ້​ຈາກ​ທຸກ​ທິດ​ທາງ. ແລະ ສິ່ງ
ທີ່ທ່ານຕ້ອງການເພື່ອແນມເບິ່ງແມ່ນພຽງຕາຂອງທ່ານເທົ່ານັ້ນ ໂດຍບໍ່ຕ້ອງໃຊ້ກ້ອງສ່ອງ
ທາງໄກ ຫຼື ກ້ອງສ່ອງເບິ່ງດາວ. ອົງການ NASA ກ່າວຕື່ມວ່າ ທຸກຄົນຄວນໃຫ້ເວລາສຳ
ລັບຕາຂອງຕົນເອງ 30 ນາທີ ເພື່ອປັບເຂົ້າກັບຄວາມມືດ.

ອ່ານ​ຂ່າວ​ນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG