ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມ​ຕາ​ລີ​ບານ ເວົ້າ​ວ່າ ການ​ເຈ​ລະ​ຈາ ກ່ຽວ​ກັບ ການ​ຖອນ​ກຳລັງ ສຫລ ໄດ້​ສິ້ນ​ສຸດ​ລົງ​ແລ້ວ


ທູດ​ພິ​ເສດ ສຳ​ລັບ​ການ​ປອງດອງ ອັ​ຟ​ກາ​ນິ​ສ​ຖານ ທ່ານ ຊອ​ລ​ເມ ຄາ​ລິ​ລ​ຊາດ ຢູ່​ສະ​ຖາ​ບັນ​ແຫ່ງສັນ​ຕິ​ພາບ ສະ​ຫະ​ລັດ. ນະ​ຄອນຫຼວງ ວໍ​ຊິ​ງ​ຕັນ. 8 ກຸມ​ພາ, 2019.
ທູດ​ພິ​ເສດ ສຳ​ລັບ​ການ​ປອງດອງ ອັ​ຟ​ກາ​ນິ​ສ​ຖານ ທ່ານ ຊອ​ລ​ເມ ຄາ​ລິ​ລ​ຊາດ ຢູ່​ສະ​ຖາ​ບັນ​ແຫ່ງສັນ​ຕິ​ພາບ ສະ​ຫະ​ລັດ. ນະ​ຄອນຫຼວງ ວໍ​ຊິ​ງ​ຕັນ. 8 ກຸມ​ພາ, 2019.

ການ​ເຈ​ລະ​ຈາ​ຮອບຫຼ້າ​ສຸດ​ລະ​ຫວ່າງ ກຸ່ມ​ຕາ​ລີ​ບານ ແລະ ສະ​ຫະ​ລັດ ກ່ຽວ​ກັບ​ ຂໍ້​ຕົກ​ລົງ
ທີ່ຈະຖອນຕົວກອງກຳລັງທະຫານ ສະຫະລັດ ຫຼາຍພັນຄົນອອກຈາກ ອັຟການິສຖານ
ນັ້ນໄດ້ສິ້ນສຸດລົງແລ້ວ ແລະ ຕອນນີ້ທັງສອງຝ່າຍກໍຈະປຶກສາຫາລືກັນກັບການນຳຂອງ
ເຂົາເຈົ້າ ກ່ຽວກັບ ບາດກ້າວຕໍ່ໄປ, ອີງຕາມການກ່າວຂອງໂຄສົກກຸ່ມຕາລີບານຄົນນຶ່ງ
ໃນວັນຈັນມື້ນີ້.

ການ​ເຈ​ລະ​ຈາ​ຮອບ​ທີ​ແປດໃນ​ປະ​ເທດ ກາ​ຕ້າ ທີ່​ຕັ້ງ​ຢູ່​ອ່າວ​ ອາ​ຣັບ ໄດ້​ສິ້ນ​ສຸດ​ລົງຫຼັງ​
ຈາກຕອນທ່ຽງຄືນ ແລະ ໄດ້ເປັນການເຈລະຈາທີ່ຍາວ ແລະ ມີປະໂຫຍດ” ອີງຕາມການ
ກ່າວໃນຖະແຫຼງການສະບັບນຶ່ງຂອງທ່ານ ຊາບີຮຸລລາ ມູຈາຮີດ.

ທ່ານ​ໄດ້​ບໍ່​ກ່າວ​ ກ່ຽວ​ກັບ ຜົນ​ທີ່​ອອກ​ມາຂອງ​ການ​ເຈ​ລະ​ຈາ​ນັ້ນ.

ໃນ​ສັບ​ປະ​ດາ​ແລ້ວນີ້, ໂຄ​ສົກ​ກຸ່ມ​ຕາ​ລີ​ບານ​ອີກ​ຄົນ​ນຶ່ງໄດ້​ກ່າວ​ວ່າ ຂໍ້​ຕົກ​ລົງ​ແມ່ນ​ຄາດ​
ວ່າຈະຖືກບັນລຸ ລຸນຫຼັງການເຈລະຈາຮອບນີ້ ໃນຂະນະທີ່ທັງສອງຝ່າຍໄດ້ພະຍາຍາມ
ທີ່ຈະສິ້ນສຸດສົງຄາມດົນເກືອບ 18 ປີ, ເຊິ່ງແມ່ນຄວາມຂັດແຍ້ງທີ່ດົນທີ່ສຸດຂອງ ອາເມ
ຣິກາ.

ຂໍ້​ຕົກ​ລົງ​ສະ​ບັບ​ນຶ່ງ, ຖ້າ​ຫາກ​ໄດ້​ບັນ​ລຸ​ກັນ, ແມ່ນ​ຄາດ​ວ່າ​ຈະ​ລວມ​ມີ​ການ​ຮັບ​ປະ​ກັນ​ຈາກ
ກຸ່ມຕາລີບານວ່າ ອັຟການິສຖານ ຈະບໍ່ເປັນຖານທີ່ໝັ້ນສຳລັບກຸ່ມຫົວຮຸນແຮງອື່ນໆໃນ
ອະນາຄົດ. ແຕ່ແນວໃດກໍຕາມ, ກຸ່ມລັດອິສລາມ ແລະ ອາລ-ໄກດາທີ່ເຂົ້າຮ່ວມກັນ
ແມ່ນຍັງຄົງເຄື່ອນໄຫວຢູ່ໃນປະເທດດັ່ງກ່າວ. ກຸ່ມຕາລີບານໄດ້ດຳເນີນການໂຈມຕີເກືອບ
ທຸກມື້ໃນທົ່ວປະເທດ ອັຟການິສຖານ, ໂດຍແມ່ນແນເປົ້າໃສ່ກອງກຳລັງ ອັຟການິສຖານ
ແລະ ບັນດາເຈົ້າໜ້າທີ່ລັດຖະບານ ແຕ່ກໍໄດ້ສັງຫານພົນລະເຮືອນຫຼາຍຄົນເຊັ່ນກັນ.

ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ຍັງ​ອາດ​ຈະ​ລວມ​ມີ​ການ​ຢຸດ​ຍິງ ແລະ ເງື່ອນ​ໄຂ​ທີ່​ວ່າ ກຸ່ມ​ຕາ​ລີ​ບານ ຈະ​
ເຈລະຈາກັບບັນດາຜູ້ແທນ ອັຟການິສຖານ, ເຖິງແມ່ນກວ່າກຸ່ມກະບົດດັ່ງກ່າວ ໄດ້ປະຕິ
ເສດທີ່ຈະເຈລະຈາກັບບັນດາຜູ້ແທນລັດຖະບານ ກາບູລ ໃນປັດຈຸບັນນີ້ກໍຕາມ, ໂດຍປະ
ຕິເສດວ່າ ລັດຖະບານ ອັຟການິສຖານ ເປັນຫຸ່ນເຊີດຂອງ ສະຫະລັດ.

ໃນ​ວັນ​ຈັນ​ມື້ນີ້ ບໍ່​ມີ​ຄຳ​ເຫັນ​ໃນ​ທັນ​ທີ​ທັນ​ໃດ​ຈາກ​ທູດ​ພິ​ເສດ ສະ​ຫະ​ລັດ ທ່ານ ຊາ​ລ​ເມ ຄາ​
ລິລຊາດ, ເຊິ່ງໃນວັນອາທິດວານນີ້ໄດ້ຂຽນໃນທວິດເຕີວ່າ “ຂ້າພະເຈົ້າຫວັງວ່າ ນີ້ຈະ
ແມ່ນບຸນ ອີດ ຄັ້ງສຸດທ້າຍ ທີ່ ອັຟການິສຖານ ຕໍ່ສູ້ໃນສົງຄາມ.”

ວັນ​ອາ​ທິດ​ວານນີ້​ແມ່ນ​ມື້​ທຳ​ອິດ​ຂອງວັນ​ພັກ​ ອີດ-ອາ​ລ-ອາ​ດາ ຂອງ​ຊາວ ມຸ​ສ​ລິມ, ເຊິ່ງ​
ໄດ້ສະຫຼອງກັນຢ່າແຜ່ກວ້າງ ໂດຍບໍ່ມີຄວາມຮຸນແຮງທີ່ສຳຄັນຖືກລາຍງານໃນ ອັຟກາ
ນິສຖານ.

ທ່ານ ຄາ​ລິ​ລ​ຊາດ ຕໍ່​ມາ​ໄດ້​ກ່າວ​ເພີ່ມ​ເຕີມ​ວ່າ “ນັກ​ປາດຫຼາຍ​ຄົນ​ເຊື່ອ​ວ່າ ຄວາມ​ໝາຍ​ທີ່​
ເລິກເຊິ່ງກວ່ານີ້ຂອງບຸນ ອີດ-ອາລ-ອາດາ ແມ່ນການເສຍສະຫຼະຄວາມເຫັນແກ່ຕົວ
ຂອງຄົນໆນຶ່ງ. ບັນດາຜູ້ນຳຢູ່ທຸກຝ່າຍຂອງສົງຄາມໃນ ອັຟການິສຖານ ຕ້ອງເອົາຄວາມ
ໝາຍນີ້ເຂົ້າໃນໃຈ ໃນຂະນະທີ່ພວກເຮົາພະຍາຍາມສະແຫວງຫາສັນຕິພາບ.”

ອ່າ​ນ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG