ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໓໐ ກັນຍາ ໒໐໒໓

ຕຳຫຼວດຮົງກົງ ນຳໃຊ້ ກຳລັງຫຼາຍຂຶ້ນກວ່າເກົ່າ ພ້ອມຍຸດທະວິທີໃໝ່ ເພື່ອສະກັດກັ້ນ ພວກປະທ້ວງ


ພວກປະທ້ວງ ນັ່ງອ້ອມປ້າຍ ທີ່ມີຂໍ້ຄວາມວ່າ "ພວກຄົນທີ່ບຸກລົງສູ່ຫົນທາງໃນມື້ນີ້ ແມ່ນກ້າຫານ!," ກາງເທິງ, ແລະ "ປ່ອຍໂຕພວກທີ່ຖືກຄວບຄຸມໂຕທັງໝົດ!" ໃນລະຫວ່າງການໂຮມຊຸມນຸມ ຢູ່ຫໍປະຊຸມ ຂອງສະໜາມບິນສາກົນ ຮົງກົງ, ວັນຈັນ ທີ 12 ສິງຫາ 2019.

ພວກຜູ້​ປະ​ທ້ວງ​ ຮົງ​ກົງ ທີ່​ໂມ​ໂຫໄດ້ພາກັນ​ກີດ​ກັ້ນ​ຫົນ​ທາງ ແລະ ໄດ້​ຂັດ​ຂືນ​ຄຳ​ສັ່ງ​ໃຫ້
​ແຍກ​ຕົວ​ຂອງ​ຕຳຫຼວດ​ ໃນ​ຕອນ​ເຊົ້າ​ຂອງວັນ​ຈັນ​ມື້ນີ້ ຫຼັງ​ຈາກ​ເຈົ້າ​ໜ້າ​ທີ່​ປາບ​ປາມ​ຈະ
​ລາ​ຈົນ​ໄດ້​ຍິງ​ແກັ​ສ​ນ້ຳ​ຕາ ແລະ ລູກ​ປືນ​ທີ່ບໍ່​ຮ້າຍ​ແຮງ​ເຖິງ​ຕາຍ​ ໃສ່​ຝູງ​ຄົນ​ທີ່​ພາ​ກັນ
ແຕກກະຈາຍຫຼົບ​ໜີ.

ລາຍ​ງານ​ໄດ້​ກ່າວ​ວ່າ​ມີ​ຜູ້​ໄດ້​ຮັບ​ບາດ​ເຈັບຫຼາຍ​ຄົນ ​ໃນຫຼາຍ​ເຂດ​ທີ່​ໄດ້​ກາຍ​ເປັນ​ສະ
​ໜາມ​ຮົບ​ທີ່​ເຕັມ​ໄປ​ດ້ວຍ​ຄວັນແກັສ, ບ່ອນ​ທີ່​ສຽງ​ລູກ​ປືນ​ແຕກ “ປ໊ອບ ປ໊ອບ” ​ຢ່າງ​ຊ້ຳ
​ແລ້ວ​ຊ້ຳ​ອີກ ແລະສຽງ​ຮ້ອງ​ໄດ້​ດັງ​ໄປທົ່ວ ​ຈົນ​ຮອດ​ຕອນ​ຄ່ຳ. ອາ​ສາ​ສະ​ໝັກ​ການ​ແພດ​
ຄົນ​ນຶ່ງ​ຖືກ​ລູກ​ປືນ​ຍິງ​ໃສ່​ຕາ​ຂ້າງ​ນຶ່ງ. ບັນ​ດາ​ນັກ​ຂ່າວ​ໄດ້​ລາຍ​ງານ​ວ່າ ​ຖືກ​ທຸບ​ຕີຢູ່​ຫົວ
ແລະ ແຂນຂາ. ແລະ ອີກ​ຄັ້ງ​ນຶ່ງ​ພວກ​ນັກ​ເລງ​ໄດ້​ຟາດພວກ​ປະ​ທ້ວງ​ຢູ່​ຖະ​ໜົນ​ແຫ່ງ​ນຶ່ງ
ຊຶ່ງເປັນ​ການ​ເຮັດ​ຊ້ຳ ​ເຫດ​ການ​ເມື່ອ​ສອງ​ສາມ​ອາ​ທິດ​ທີ່​ຜ່ານ​ມາ​ໃນ​ເຂດ ຢືນ ລອງ,
ໃນ​ພາກ​ພື້ນ​ຕອນ​ເໜືອ​ຂອງ​ເກາະ​ນັ້ນ, ເມື່ອ​ພວກຜູ້​ຊາຍ​ຫຼາຍຄົນ​ທີ່​ໃສ່​ເສື້ອຢືດ​ສີ​ຂາ​ວ​
ໄດ້ໃຊ້​ໄມ້​ຫວາຍ​ຟາດ​ໃສ່ ພວກ​ຜູ້​ໂດຍ​ສານ​ລົດ​ໄຟ.

ລັດ​ຖະ​ບານນັບ​ຜູ້​ບາດ​ເຈັບໄດ້​ 54 ຄົນ, ລວມ​ທັງ​ສອງ​ຄົນ​ຖືກ​ສົ່ງ​ເຂົ້າ​ໂຮງ​ໝໍ​ດ້ວຍ
​ອາ​ການ​ສາ​ຫັດ​ໃນ​ວັນ​ຈັນ​ມື້ນີ້ ແລະ 28 ຄົນ​ຢູ່​ໃນ​ລາຍ​ຊື່​ອາ​ການ​ຄົງ​ທີ່, ອີງ​ຕາມ
​ເຈົ້າ​ໜ້າ​ທີ່​ຂອງໂຮງ​ໝໍ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ໃນ​ນະ​ຄອນຫຼວງ ປັກ​ກິ່ງ ໄດ້​ເອີ້ນ​ການ​ປະ​ທ້ວງ​ໃນ​ວັນ​ຈັນ​ມື້ນີ້​ວ່າ
“ການ​ກໍ່​ການ​ຮ້າຍ.”

ຕຳຫຼວດ​ໄດ້​ກ່າວ​ວ່າ ຜູ້​ປະ​ທ້ວງ​ໄດ້​ຂັດ​ຂືນ​ການ​ຫ້າມ​ເດີນ​ຂະ​ບວນ​ຢູ່​ຖ​ະ​ໜົນ​ທີ່ບໍ່​ຄາດ
​ວ່າ​ຈະ​ມີ, ແລະ ແລ້ວ​ກໍ​ໄດ້​ແກວ່ງ​ກ້ອນ​ຫີນ​ຈີ່​ໃສ່​ຕຳຫຼວດ ແລະ ລະ​ເບີດ​ນ້ຳ​ມັນ​ແອັດ​ຊັງ.
ຜູ້​ປະ​ທ້ວງ ແລະ ປະ​ຊາ​ຊົນ​ທີ່​ອາ​ໄສ​ຢູ່​ໃນ​ທ້ອງ​ຖິ່ນ​ໄດ້​ກ່າວ​ວ່າ ຕຳຫຼວດເບິ່ງ​ຄື​ວ່າ​ໄດ້
​ສະ​ແດງ​ໃຫ້​ເຫັນ​ຄວາມ​ຫຍາບ​ຄາຍ​ແບບ​ໃໝ່ ແລະ ຄວາ​ມ​ມຸ່ງ​ໝັ້ນ​ທີ່​ຈະ​ເປີດ​ຖະ​ໜົນ
​ຕ່າງໆ. ບັນ​ດາ​ເຈົ້າ​ໜ້າ​ທີ່​ໄດ້​ປ່ອຍ​ແກັ​ສ​ນ້ຳ​ຕາ​ຢູ່​ໃນ​ສະ​ຖາ​ນີ​ລົດ​ໄຟ​ທີ່​ປິດ​ລ້ອມ, ດ້ວຍ
​ເຈົ້າ​ໜ້າ​ທີ່​ຄົນ​ນຶ່ງ ຍິງ​ອອກ​ໄປ​ໃນ​ໄລ​ຍະ​ພຽງ​ບໍ່​ເທົ່າ​ໃດ​ແມັດ ​ຫ່າງ​ຈາກ​ຝູງ​ຜູ້​ປະ​ທ້ວງ​ທີ່
​ພາ​ກັນ​ຮີບ​ແລ່ນ​ລົງ​ຂັ້ນ​ໄດ​ເລື່ອນ​ຂອງ​ສະ​ຖາ​ນີ​ລົດ​ໄຟ​ໃຕ້​ດິນ.

ໃນ​ອີກ​ເຂດ​ນຶ່ງ, ຕຳຫຼວດ​ໄດ້​ປອມ​ຕົວ​ໃນ​ເຄື່ອງ​ສີ​ດຳ ແລະ ໃສ່​ໜ້າ​ກາກ, ໃນ​ຮູບ​ແບບ​
ຂອງ​ພວກ​ນັກ​ໂຈມ​ຕີ​ຕໍ່​ຕ້ານ​ລັດ​ຖະ​ບານ, ໄດ້​ປ້ຳ​ຜູ້​ປະ​ທ້ວງ​ລົງ​ພື້ນ​ດິນ ແລະ ດຳ​ເນີນ​
ການ​ຈັບ​ກຸມ. ການ​ກະ​ທຳ​ດັ່ງ​ກ່າວ, ໄດ້​ເຮັດ​ໃຫ້​ຜູ້​ປະ​ທ້ວງ​ບາງ​ຄົນຮູ້​ວ່າ​ວ່າກຸ່ມ​ຂອງ​
ເຂົາ​ເຈົ້າ​ໄດ້​ຖືກ​ແຊກ​ຊຶມ.

ຄວາມ​ຮຸ​ນ​ແຮງ​ສ່ວນຫຼາຍ​ໄດ້​ຖືກ​ຖ່າຍ​ທອດ ແລະ ​ອອກ​ອາ​ກາດສົດ​ໂດຍ ​ບໍ​ລິ​ສັດ
​ສື່ຂ່າວ​ຕ່າງໆ.

ຄ່ຳ​ຄືນ​ດັ່ງ​ກ່າວ​ແມ່ນ​ສັບ​ສົນ​ວຸ້ນ​ວາຍ​ທີ່​ສຸດ, ຕຳຫຼວດ​ໂຫ​ດ​ຮ້າຍ​ທີ່​ສຸດ​ເທົ່າ​ທີ່​ຜູ້​ອາ​ໄສ​ຢູ່​
ໃນ​ທ້ອງ​ຖິ່ນ ແລະ ຜູ້​ປະ​ທ້ວງ​ເຄີຍ​ປະ​ເຊີ​ນ​ໜ້າ​ມາ​ກ່ອນ” ອີງ​ຕາ​ມ​ການ​ກ່າວ​ຂອງ​ນຶ່ງ​
ໃນ​ຜູ້​ປະ​ທ້ວງ​ ຜູ້​ທີ່​ໄດ້​ຂໍ​ໃຫ້​ອອກ​ຊື່​ລາວ​ວ່າ ເຮ ແອ​ລ ຍ້ອນ​ຢ້ານ​ວ່າ​ຈະ​ຖືກ​ລົງ​ໂທດ.
ລາວ​ໄດ້​ເວົ້າ​ວ່າ “ມັນ​ເຖິງ​ເວ​ລາ​ແລ້ວ​ທີ່​ຜູ້​ປະ​ທ້ວງ​ ແລະ ປະ​ຊາ​ຊົນ​ທີ່​ຈະ​ລະ​ມັດ​ລະ​ວັງ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິກ

XS
SM
MD
LG