ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແທ້ຈິງແລ້ວ ແມ່ນຫຍັງ ເກີດຂຶ້ນ ຢູ່ສະຖານທີ່ ທົດລອງ ຍິງລູກສອນໄຟ ຂອງຣັດເຊຍ


ມຸມພາບສະແດງໃຫ້ເຫັນ ປ້າຍຕັ້ງຢູ່ໃກ້ໆກັບ ຖານທັບຂອງທະຫານ ໃນຄຸ້ມ ນີໂອນົກຊາ (Nyonoksa) ໃນຂົງເຂດອາແຮງແຈລສຄ໌ (Arkhangelsk Region) ຂອງຣັດເຊຍ, ວັນທີ 7 ຕຸລາ 2018.
ມຸມພາບສະແດງໃຫ້ເຫັນ ປ້າຍຕັ້ງຢູ່ໃກ້ໆກັບ ຖານທັບຂອງທະຫານ ໃນຄຸ້ມ ນີໂອນົກຊາ (Nyonoksa) ໃນຂົງເຂດອາແຮງແຈລສຄ໌ (Arkhangelsk Region) ຂອງຣັດເຊຍ, ວັນທີ 7 ຕຸລາ 2018.

ມີລາຍງານຂອງການຕື່ນຕົກໃຈຢູ່ໃນເມືອງເຊເວີໂຣດວິສຄ໌ (Severodvisk) ເຮັດໃຫ້
ພວກຄົນພາກັນໄປຊື້ ຢາເມັດໄອໂອດີນ. ບັນດາເຈົ້າໜ້າທີ່ສຸກເສີນ ໄດ້ລາຍງານການ
ເພີ້ມສູງຂຶ້ນຂອງກຳມັນຕະພາບລັງສີ ຢູ່ໃນບໍລິເວນດັ່ງກ່າວ. ອ່າວທະເລຂາວ ບ່ອນທີ່
ເປັນທ່າສ້າງກຳປັ່ນ ແລະທັງເປັນທີ່ຕັ້ງຂອງເມືອງເອກ ອາຣແຮງແຈລສຄ໌ ຂອງພາກພື້ນ
ໄດ້ຖືກສັ່ງໃຫ້ປິດໄວ້ ເພື່ອບໍ່ໃຫ້ລອຍນ້ຳ ແລະຕຶກປາ ຍ້ອນວ່າມີສານພິດຂອງນ້ຳມັນ
ຈະຫຼວດນັ້ນ.

ນຶ່ງເດືອນພາຍຫຼັງຈາກເກີດໄຟໄໝ້ ຢູ່ໃນເຮືອດຳນ້ຳຂອງກອງທັບ ທີ່ໄດ້ສັງຫານ 14
ຄົນ ອັນເປັນເລື້ອງທີ່ຖືກປິດລັບ ແລະໄດ້ກໍ່ໃຫ້ເກີດມີການຕ້ອງຕິ ຕໍ່ກະຊວງປ້ອງກັນ
ປະເທດຂອງຣັດເຊຍ ແລະມີເຫດການໃໝ່ທີ່ຮ້າຍແຮງເກີດຂຶ້ນ ທີ່ກ່ຽວຂ້ອງກັບກຳລັງ
ທະຫານຢູ່ໃນເຂດເໜືອສຸດຂອງຣັດເຊຍ ໄດ້ນຳມາຊຶ່ງການຕຳໜິຄັ້ງໃໝ່ ກ່ຽວກັບ
ການຈັດການນຳຂໍ້ມູນ ໃນເລື້ອງທີ່ຮ້າຍແຮງເຖິງແກ່ຊີວິດ ແລະ ທີ່ອາດເປັນເລື້ອງ
ທີີ່ອັບອາຍຂາຍໜ້ານັ້ນ.

ເຫດລະເບີດແຕກ ທີ່ໄດ້ມີລາຍງານອອກມາ ໃນວັນພະຫັດຜ່ານມານີ້ ເກີດຂຶ້ນຢູ່ໃນ
ເມືອງນີໂອນົກຊາ (Nyonoksa) ຊຶ່ງເປັນອ່າວທ່າເຮືອ ດວີນາ ບໍ່ໄກຈາກເມືອງກໍ່ສ້າງ
ກຳປັ່ນ ເຊເວີໂຣດວິສຄ໌ (Severodvisk) ບ່ອນທີ່ເປັນສະຖານທີ່ຂອງກອງທັບເຮືອ
ທີ່ໄດ້ຖືກນຳໃຊ້ເປັນບ່ອນທົດລອງລູກສອນໄຟ ມາໄດ້ຫຼາຍທົດສະຫວັດມາແລ້ວ
ລວມທັງການທົດລອງລູກສອນໄຟຂີປະນາວຸດ ຫຼືເອີ້ນຫຍໍ້ວ່າ ICBM ນັ້ນ.

ຖະແຫລງການໃນເບື້ອງຕົ້ນຂອງກະຊວງປ້ອງກັນປະເທດ ກ່ຽວກັບເຫດການດັ່ງກ່າວ
ຊຶ່ງກະຊວງນີ້ ໄດ້ກ່າວວ່າ ສອງຄົນໄດ້ເສຍຊີວິດ ແລະອີກຫົກຄົນ ໄດ້ຮັບບາດເຈັບ
ຍ້ອນສາເຫດລະເບີດແຕກ ແລະເກີດໄຟໄໝ້. ກະຊວງປ້ອງກັນປະເທດ ໄດ້ກ່າວອີກ
ວ່າ ນ້ຳມັນແຫລວຂອງຈະຫຼວດ ໄດ້ກໍ່ໃຫ້ເກີດລະເບີດຂຶ້ນ ແຕ່ອັນນັ້ນ “ບໍ່ມີສານເຄມີ
ທີ່ອັນຕະລາຍ ໄດ້ຖືກປ່ອຍອອກສູ່ຊັ້ນບັນຍາກາດ.”

ຈຳນວນຂອງການເສຍຊີວິດ ໄດ້ຖືກປັບໃໝ່ ໃຫ້ເປັນ 5 ຄົນ ໃນວັນເສົານີ້ ອີງຕາມ
ຖະແຫລງການສະບັບນຶ່ງ ທີ່ໄດ້ແຈ້ງອອກ ໂດຍອົງການພະລັງງານປະລະມະນູຂອງ
ທາງການ ຫຼື Rosatom. ການປັບໃໝ່ນັ້ນ ໄດ້ຖືກເປີດເຜີຍ ໂດຍອົງການພະລັງ
ປະລະມະນູ ບໍ່ແມ່ນຈາກກະຊວງປ້ອງກັນປະເທດ ຊຶ່ງເປັນການເພີ້ມຕື່ມຕໍ່ຫຼັກຖານ
ໃນບາງສິ່ງບາງຢ່າງ ທີ່ອຸບັດເຫດທີ່ເກີດຂຶ້ນຢູ່ສະຖານທີ່ດັ່ງກ່າວ ແມ່ນກ່ຽວຂ້ອງກັບ
ນິວເຄລຍ.

ເຖິງຢ່າງໃດກໍຕາມ ຫຼາຍຊົ່ວໂມງຫຼັງຈາກ ເຫດການເກີດຂຶ້ນ ບັນດາເຈົ້າໜ້າທີ່ສຸກເສີນ
ຂອງເມືອງເຊເວີໂຣດວິສຄ໌ ໄດ້ລາຍງານວ່າ ລະດັບກຳມັນຕະພາບລັງສີ ໄດ້ເພີ້ມສູງຂຶ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG